ທ່ານ ຟູມິໂອະ ກິຊິດະ ປະກາດໄຊ ຫລັງພັກ LDP ຊະນະເລືອກຕັ້ງຄັ້ງຫລ້າສຸດ ຄອງສຽງສ່ວນຫລາຍໃນສະພາຕໍ່າອີກສະໄໝ

ທ່ານ ຟູມິໂອະ ກິຊິດະ ປະກາດໄຊ ຫລັງພັກ LDP ຊະນະເລືອກຕັ້ງຄັ້ງຫລ້າສຸດ ຄອງສຽງສ່ວນຫລາຍໃນສະພາຕໍ່າອີກສະໄໝ - Fumio Kishida Japan election - ທ່ານ ຟູມິໂອະ ກິຊິດະ ປະກາດໄຊ ຫລັງພັກ LDP ຊະນະເລືອກຕັ້ງຄັ້ງຫລ້າສຸດ ຄອງສຽງສ່ວນຫລາຍໃນສະພາຕໍ່າອີກສະໄໝ
ທ່ານ ຟູມິໂອະ ກິຊິດະ ປະກາດໄຊ ຫລັງພັກ LDP ຊະນະເລືອກຕັ້ງຄັ້ງຫລ້າສຸດ ຄອງສຽງສ່ວນຫລາຍໃນສະພາຕໍ່າອີກສະໄໝ - kitchen vibe - ທ່ານ ຟູມິໂອະ ກິຊິດະ ປະກາດໄຊ ຫລັງພັກ LDP ຊະນະເລືອກຕັ້ງຄັ້ງຫລ້າສຸດ ຄອງສຽງສ່ວນຫລາຍໃນສະພາຕໍ່າອີກສະໄໝ

ວັນທີ 1 ພະຈິກ 2021, ນາຍົກລັດຖະມົນຕີ ຟູມິໂອະ ກິຊິດະ ຂອງຍີ່ປຸ່ນ ປະກາດໄຊ ຫລັງພັກເສລີປະຊາທິປະໄຕ ຫລື ພັກ LDP ຊະນະການເລືອກຕັ້ງທົ່ວໄປຄັ້ງຫລ້າສຸດທີ່ຈັດຂຶ້ນໃນວັນທີ 31 ຕຸລາຜ່ານມາ ໂດຍຜູ້ສະໝັກຈາກພັກ LDP ຄອງສຽງສ່ວນຫລາຍໃນສະພາຜູ້ແທນລາຊະດອນ ຫລື ສະພາຕໍ່າໄດ້ອີກສະໄໝ.

ໂດຍພັກ LDP ຂອງທ່ານ ກິຊິດະ ເຖິງວ່າຈະມີຈຳນວນບ່ອນນັ່ງໜ້ອຍລົງເມື່ອທຽບໃສ່ຈຳນວນບ່ອນນັ່ງທີ່ມີຢູ່ກ່ອນໜ້າ, ແຕ່ຈຳນວນບ່ອນນັ່ງທີ່ໄດ້ຮັບຈາກການເລືອກຕັ້ງໃນຄັ້ງນີ້ກໍພຽງພໍຈະເກີນເຄິ່ງໜຶ່ງ ຫລື 233 ບ່ອນນັ່ງ ຄອງສຽງສ່ວນຫລາຍໄດ້ສຳເລັດ (261 ບ່ອນນັ່ງ) ເຮັດໃຫ້ມີຈຳນວນບ່ອນນັ່ງລວມສູງເຖິງ 293 ບ່ອນນັ່ງໃນປັດຈຸບັນ.

ທ່ານ ຟູມິໂອະ ກິຊິດະ ປະກາດໄຊ ຫລັງພັກ LDP ຊະນະເລືອກຕັ້ງຄັ້ງຫລ້າສຸດ ຄອງສຽງສ່ວນຫລາຍໃນສະພາຕໍ່າອີກສະໄໝ - Visit Laos Visit SALANA BOUTIQUE HOTEL - ທ່ານ ຟູມິໂອະ ກິຊິດະ ປະກາດໄຊ ຫລັງພັກ LDP ຊະນະເລືອກຕັ້ງຄັ້ງຫລ້າສຸດ ຄອງສຽງສ່ວນຫລາຍໃນສະພາຕໍ່າອີກສະໄໝ

ເຖິງວ່າພັກ LDP ຈະໄດ້ຮັບຄວາມໄວ້ວາງໃຈໃຫ້ເຮັດໜ້າທີ່ໃນການບໍລິຫານປະເທດມາຢ່າງຍາວນານ, ແຕ່ກໍໄດ້ຮັບສຽງວິພາກວິຈານເຖິງການບໍລິຫານແກ້ໄຂວິກິດໂຄວິດທີ່ອາດຍັງມີຊ່ອງຫວ່າງ ມີຄວາມທ້າທາຍຫລວງຫລາຍຖ້າໃຫ້ລັດຖະບານຍີ່ປຸ່ນຊຸດໃໝ່ເຂົ້າມາບໍລິຫານ ຫລັງລັດຖະບານພາຍໃຕ້ການນຳຂອງທ່ານ ໂຢຊິຮິເດະ ຊູງະ ປະກາດລາອອກຈາກຕຳແໜ່ງຢ່າງເປັນທາງການເມື່ອວັນທີ 4 ຕຸລາຜ່ານມາ.

ອ້າງອີງ:

https://www.bbc.com/news/world-asia-59110828

https://www.japantimes.co.jp/…/kishida-ldp-election…/

https://edition.cnn.com/…/japan-election…/index.html

ທ່ານ ຟູມິໂອະ ກິຊິດະ ປະກາດໄຊ ຫລັງພັກ LDP ຊະນະເລືອກຕັ້ງຄັ້ງຫລ້າສຸດ ຄອງສຽງສ່ວນຫລາຍໃນສະພາຕໍ່າອີກສະໄໝ - 4 - ທ່ານ ຟູມິໂອະ ກິຊິດະ ປະກາດໄຊ ຫລັງພັກ LDP ຊະນະເລືອກຕັ້ງຄັ້ງຫລ້າສຸດ ຄອງສຽງສ່ວນຫລາຍໃນສະພາຕໍ່າອີກສະໄໝ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!