ສາເຫດນນໍ້າມັນເຊື້ອໄຟປະເພດແອັດຊັງ ຂາດປໍ້າ ຫລາຍແຫ່ງໃນນະຄອນຫລວງວຽງຈັນ

ສາເຫດນນໍ້າມັນເຊື້ອໄຟປະເພດແອັດຊັງ ຂາດປໍ້າ ຫລາຍແຫ່ງໃນນະຄອນຫລວງວຽງຈັນ - IMG 1921 - ສາເຫດນນໍ້າມັນເຊື້ອໄຟປະເພດແອັດຊັງ ຂາດປໍ້າ ຫລາຍແຫ່ງໃນນະຄອນຫລວງວຽງຈັນ
ສາເຫດນນໍ້າມັນເຊື້ອໄຟປະເພດແອັດຊັງ ຂາດປໍ້າ ຫລາຍແຫ່ງໃນນະຄອນຫລວງວຽງຈັນ - Untitled design 1 - ສາເຫດນນໍ້າມັນເຊື້ອໄຟປະເພດແອັດຊັງ ຂາດປໍ້າ ຫລາຍແຫ່ງໃນນະຄອນຫລວງວຽງຈັນ

ໃນລະຫວ່າງທ້າຍອາທິດຜ່ານມາ ຫາ ຕົ້ນອາທິດນີ້ ຢູ່ໃນນະຄອນຫລວງວຽງຈັນ ແລະ ບາງແຂວງໃນທົ່ວປະເທດ ມີປາກົດການນໍ້າມັນແອັດຊັງຂາດປໍ້າຢູ່ຫລາຍແຫ່ງ ເຮັດໃຫ້ສັງຄົມສົງໄສ ແລະ ຢາກຮູ້ເຖິ່ງສາເຫດຂອງການຂາດນໍ້າມັນດັ່ງກ່າວ.

ຕໍ່ບັນປາກົດການດັ່ງກ່າວ ໜັງສືພິມ ລາວພັດທະນາ ໄດ້ສອບຖາມພາກສ່ວນທີ່ກ່ຽວຂ້ອງ ຂອງລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ ໃຫ້ຮູ້ວ່າ: ສະພາບນໍ້າມັນຂາດໃນບາງປໍ້າໃນນະຄອນຫລວງວຽງຈັນ ແມ່ນຍ້ອນ ຄວາມສາມາດນໍາເຂົ້ານໍ້າມັນຂອງຫລາຍ ບໍລິສັດ ມີຂໍ້ຈຳກັດຫລາຍຢ່າງ ເປັນຕົ້ນແມ່ນ ການສະຫນອງເງິນຕາຂອງທະນາຄານ ບໍ່ພຽງພໍກັບຄວາມຕ້ອງໃນການສັ່ງຊື້ນໍ້າມັນ ບວກກັບ ລາຄານໍ້າມັນຕະຫລາດໂລກໄດ້ເພີ້ມຂຶ້ນຢ່າງຕໍ່ເນື່ອງເຮັດໃຫ້ຕົ້ນທຶນນໍາເຂົ້າສູງກວ່າ ລາຄາທີ່ລັດຖະບານກຳນົດໄວ້ໃນໂຄງສ້າງລາຄານໍ້າມັນ(ຂາດທຶນ).

ສາເຫດນນໍ້າມັນເຊື້ອໄຟປະເພດແອັດຊັງ ຂາດປໍ້າ ຫລາຍແຫ່ງໃນນະຄອນຫລວງວຽງຈັນ - Visit Laos Visit SALANA BOUTIQUE HOTEL - ສາເຫດນນໍ້າມັນເຊື້ອໄຟປະເພດແອັດຊັງ ຂາດປໍ້າ ຫລາຍແຫ່ງໃນນະຄອນຫລວງວຽງຈັນ

ໃນສ່ວນ ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ແມ່ນກໍມີການນຳເຂົ້າໃນແຕ່ລະວັນຕາມປົກກະຕິ ແຕ່ມີຈຳນວນໜ້ອຍ ຕາມຄວາມສາມາດຊື້ໄດ້ ແລະ ກໍແບ່ງປັນໃຫ້ປໍ້າຕົວແບບ ແລະ ປໍ້າຕົວແທນຂອງຕົນເທົ່ານັ້ນໃນຈຳນວນຈຳກັດເຊັນກັນ.

ຖ້າສະພາບການຂາດແຄນເງິນຕາຂອງປະເທດເຮົາຍັງບໍ່ໄດ້ຮັບແກ້ໄຂບັນຫາການນໍ້າມັນຂາດໃນບາງຊ່ວງ, ບາງເຂດ ບາງແຂວງ ຍັງຈະຍັງເກີດມີຢູ່ ແລະ ຄິດວ່າບັນຫານີ້ອາດເປັນໄລຍະສັ້ນໆເທົ່ານັ້ນ.

ສາເຫດນນໍ້າມັນເຊື້ອໄຟປະເພດແອັດຊັງ ຂາດປໍ້າ ຫລາຍແຫ່ງໃນນະຄອນຫລວງວຽງຈັນ - lattana banner 1 - ສາເຫດນນໍ້າມັນເຊື້ອໄຟປະເພດແອັດຊັງ ຂາດປໍ້າ ຫລາຍແຫ່ງໃນນະຄອນຫລວງວຽງຈັນ
ສາເຫດນນໍ້າມັນເຊື້ອໄຟປະເພດແອັດຊັງ ຂາດປໍ້າ ຫລາຍແຫ່ງໃນນະຄອນຫລວງວຽງຈັນ -    AD conten website - ສາເຫດນນໍ້າມັນເຊື້ອໄຟປະເພດແອັດຊັງ ຂາດປໍ້າ ຫລາຍແຫ່ງໃນນະຄອນຫລວງວຽງຈັນ
ສາເຫດນນໍ້າມັນເຊື້ອໄຟປະເພດແອັດຊັງ ຂາດປໍ້າ ຫລາຍແຫ່ງໃນນະຄອນຫລວງວຽງຈັນ - lattana banner - ສາເຫດນນໍ້າມັນເຊື້ອໄຟປະເພດແອັດຊັງ ຂາດປໍ້າ ຫລາຍແຫ່ງໃນນະຄອນຫລວງວຽງຈັນ
error: Alert: ເນື້ອຫາຂ່າວມີລິຂະສິດ !!