ບັນຫາການປ່ຽນແປງດິນຟ້າອາກາດຈະເຮັດໃຫ້ຄົນອຶດຢາກເພີ່ມຂຶ້ນ

ໂດຍ: ມຶກບໍ່ແຫ້ງ
ບັນຫາການປ່ຽນແປງດິນຟ້າອາກາດ ໄດ້ກາຍເປັນເລື່ອງສົນທະນາທີ່ໜ້າຟັງຫຼາຍຂຶ້ນແຕ່ເບິ່ງຄືວ່າ ການລົງມືເຮັດນັ້ນ ຍັງບໍ່ທັນຊັດເຈນ, ແລະຕ່າງຝ່າຍກໍມີແຕ່ຊີ້ມືໃສ່ກັນ ວ່າ ເຈົ້າຕ້ອງເຮັດ.
ຜູ້ນຳທົ່ວໂລກ ແລະບັນດາຜູ້ຊ່ຽວຊານກຳລັງເຂົ້າຮ່ວມກອງປະຊຸມລັດທິພາຄີ ວ່າດ້ວຍການປ່ຽນແປງ ດິນຟ້າອາກາດ ຄັ້ງທີ 26 ຢູ່ ເມືອງ ກຣາສໂກ ປະເທດ ສະກອດແລນ ແລະ ຜູ້ນຳ ແລະຊ່ຽວຊານເຫຼົ່ານັ້ນ ຕ່າງກໍມີຕາຕະລາງ ການເຂົ້າຮ່ວມສົນທະນາ ຂອງປະຊຸມ ຍ່ອຍຕ່າງໆ ເຕັມແຕ່ລະມື້ ລະຫວ່າງ ສອງອາທິດທຳອິດຂອງເດືອນ ພະຈິກ 2021 ນີ້.
ແຕ່ພ້ອມກັນນັ້ນ ບັນດາປະເທດຕ່າງໆ ໂດຍສະເພາະ ປະເທດທີ່ທຸກຍາກ ທີ່ປະຊາຊົນສ່ວນໃຫຍ່ພາຍໃນປະເທດ ເອື້ອຍອີງໃສ່ ເງື່ອນໄຂທຳມະຊາດ ເພື່ອທຳການຜະລິດກະສິກຳ ແຕ່ການປ່ຽນແປງດິນຟ້າອາກາດ ທີ່ສົ່ງຜົນກະທົບຈະແຈ້ງຂຶ້ນ ໂດຍເຫັນໄດ້ຈາກ ໄພແຫ້ງແລ້ງ, ຝົນຕົກໜ້ອຍລົງ, ແມ່ນໍ້າຕ່າງໆບົກແຫ້ງ, ເກີດພະຍາດລະບາດ, ສັດຕູພືດຕ່າງໆ ໄພອຶດຫິວເພີ່ມຂຶ້ນນັບມື້.
ແລ້ວການແກ້ໄຂການປ່ຽນແປງດິນຟ້າອາກາດແມ່ນໜ້າທີ່ຂອງໃຜ? “ພວກເຮົາບໍ່ສາມາດ ຮຽກຮ້ອງໃຫ້ຜູ້ທີ່ບໍ່ຫຍັງຊິກິນ ໄປເລືອກອາຫານເພື່ອສຸຂະພາບ ແລະຫຼຸດນໍ້າໜັກໄດ້ດອກ” ຄຳເຫັນຂອງທ່ານ ສິງ ກ໋ອງ (Qin Gang) ທ່ານ ທູດ ສປ ຈີນ ປະຈຳສະຫະລັດອາເມລິກາ ຕໍ່ບັນຫາການປ່ຽນແປງດິນຟ້າອາກາດ. ທ່ານກ່າວຕື່ມວ່າ ປະເທດທີ່ກຳລັງພັດທະນາ ແລະ ທຸກຍາກນັ້ນ ແມ່ນມີຄວາມຈຳເປັນການຊ່ວຍເຫຼືອທາງດ້ານການເງິນ ແລະເທັກໂນໂລຢີ ຈາກບັນດາປະເທດທີ່ພັດທະນາແລ້ວ ເພື່່ອມະນຸດຈະສາມາດຍາດໄຊຊະນະ ບັນດາສິ່ງທ້າທາຍຕ່າງໆ.
ພ້ອມນັ້ນ ທ່ານທູດຍັງກ່າວເຖິງ ບົດບາດສະຫະລັດອາເມລິກາ ໃນການປະກອບສ່ວນຕໍ່ການແກ້ໄຂ ບັນຫາການປ່ຽນແປງດິນຟ້າອາກາດວ່າ “ສະຫະລັດອາເມລິກາ ແມ່ນນັກຮຽນທີ່ເກັ່ງທີ່ສຸດໃນຫ້ອງ ແຕ່ກະເຄີຍຂາດໂຮງຮຽນ ແລະ ຖອນໂຕອອກຈາກ ສັນຍາປາຣີ ແລະ ຖ້າຢາກມີຄະແນນສູງໃນອະນາຄົດ ກໍບໍ່ຄວນຂາດໂຮງຮຽນອີກ ແລະບໍ່ຄວນສົ່ງບົດຝຶກຫັດຊ້າອີກ”.
ແລະຖ້າຫາກວ່າ ການປ່ຽນແປງດິນຟ້າອາກາດ ຄືກັນກັບການສອບເສັງ ແນ່ນອນ ບັນຫາສຳຄັນບໍ່ແມ່ນວ່າ ຈະນັບຄະແນນສ່ວນບຸກຄົນ ແຕ່ຄວນນັບຄະແນນລວມທັງຫ້ອງ ນັ້ນກໍຄື ປະເທດທັງໝົດ ໃນໂລກກໍຄວນຮ່ວມໄມ້ຮ່ວມມືກັນ, ປະເທດທີ່ພັດທະນາແລ້ວ ກໍບໍ່ຄວນຊີ້ໄມ້ຊີ້ມືໃສ່ປະເທດທີ່ກຳລັງພັດທະນາ. ສ່ວນປະເທດພັດທະນາ ກໍຄວນປະກອບສ່ວນຢ່າງເຕັມກຳລັງ ດັ່ງທີ່ໄດ້ໃຫ້ສັດຕະບັນ ຜ່ານ ຂໍ້ສັນຍາຕ່າງໆ.
ຖ້າບໍ່ເຮັດດຽວນີ້ ແລ້ວຈະເມື່ອໃດ? ສປປລາວ ໄດ້ປະກາດວ່າປະເທດພວກເຮົາ ຈະພະຍາຍາມໃຫ້ ເປັນປະເທດ ທີ່ປ່ອຍ ທາດອາຍກາກໂບນິກ ທີ່ເປັນຕົ້ນເຫດໜຶ່ງຂອງການປ່ຽນແປງດິນຟ້າອາກາດນັ້ນ ໃຫ້ເຫຼືອສູນໃນປີ 2050. ອັນນີ້ ແມ່ນຄຳໝັ້ນສັນຍາຂອງພວກເຮົາ ແຕ່ພ້ອມນັ້ນ ພວກເຮົາກໍຄວນທົບທວນ ຄືນອີກວ່າ ຮູບແບບການພັດທະນາປັດຈຸບັນ ຖືກທິດທາງລະບໍ່ ໂດຍສະເພາະ ການອະນຸຍາດ ການຂຸດຄົ້ນ ບໍ່ແຮ່, ສຳປະທານທີ່ດິນ ປູກພືດຕ່າງໆ ທີ່ເຮັດໃຫ້ ເນື້ອທີ່ປ່າໄມ້ຫຼຸດລົງ, ແມ່ນໍ້າບົກແຫ້ງ ແລະ ພວກເຮົາບໍ່ມີທາງອື່ນອີກທີ່ດີກວ່າບໍ່ ເພື່ອເດີນຕາມ ທິດທາງ ສີຂຽວ ຍືນຍົງຂອງພວກເຮົາ?