ນາງ ເກຣຕາ ທັນເບິກ ຊີ້ COP26 ຄື ‘ຄວາມລົ້ມເຫລວ’ ລະຫວ່າງຮ່ວມເດີນຂະບວນກັບເດັກນັກຮຽນໃນກລາສໂກ

ນາງ ເກຣຕາ ທັນເບິກ ນັກເຄື່ອນໄຫວດ້ານສິ່ງແວດລ້ອມຊາວສະວີເດນ ອາຍຸ 18 ປີ ກ່າວຕໍ່ກຸ່ມຜູ້ຊຸມນຸມປະທ້ວງໃນເມືອງກລາສໂກ ສະກອດແລນ ວ່າ: ກອງປະຊຸມລັດພາຄີກອບອະນຸສັນຍາສະຫະປະຊາຊາດວ່າດ້ວຍການປ່ຽນແປງສະພາບອາກາດ ສະໄໝທີ 26 ຫລື COP26 ຄື “ຄວາມລົ້ມເຫລວ” ໃນລະຫວ່າງທີ່ນາງເດີນຂະບວນໄປທົ່ວເມືອງກລາສໂກຮ່ວມກັບກຸ່ມເຍົາວະຊົນຫລາຍພັນຄົນຈາກນາໆປະເທດ ເຊິ່ງລວມທັງເດັກນັກຮຽນໃນສະກອດແລນ ເພື່ອຮຽກຮ້ອງໃຫ້ຜູ້ນຳທົ່ວໂລກເລັ່ງແກ້ໄຂບັນຫາການປ່ຽນແປງຂອງສະພາບອາກາດ.
ນາງ ທັນເບິກ ກ່າວຕໍ່ຝູງຊົນເມື່ອເດີນຂະບວນມາເຖິງຈະຕຸລັດຈອດວ່າ: “ມັນບໍ່ແມ່ນຄວາມລັບທີ່ວ່າ COP26 ເປັນຄວາມລົ້ມເຫລວ ແລະ ມັນຊັດເຈນວ່າເຮົາບໍ່ສາມາດແກ້ໄຂວິກິດດ້ວຍວິທີການດຽວກັບທີ່ພາເຮົາເຂົ້າມາຢູ່ໃນວິກິດນັບແຕ່ທຳອິດ”. “ເຮົາຈຳເປັນຕ້ອງຫລຸດການປ່ອຍແກັສເຮືອນແກ້ວຕໍ່ປີລົງໃຫ້ຫລາຍໃນທັນທີ” ນາງກ່າວ.
ການເດີນຂະບວນດັ່ງກ່າວຈັດຂຶ້ນໂດຍ Fridays for Future Scotland ສ້າງຕັ້ງໂດຍກຸ່ມເຍົາວະຊົນທີ່ໄດ້ຮັບແຮງບັນດານໃຈຈາກນາງ ເກຣຕາ ທັນເບິກ ເຊິ່ງຢຸດຮຽນທຸກວັນສຸກ ເພື່ອປຸກລະດົມເລື່ອງບັນຫາສິ່ງແວດລ້ອມ ແລະ ສະພາບອາກາດ ໂດຍການເດີນຂະບວນຂອງກຸ່ມເຍົາວະຊົນນີ້ຖືເປັນໜຶ່ງໃນການປະທ້ວງໃຫຍ່ທີ່ສຸດທີ່ເກີດຂຶ້ນໃນລະຫວ່າງກອງປະຊຸມ COP26 ເຊິ່ງຈັດຂຶ້ນໃນເມືອງກລາສໂກ.
“ຜູ້ມີອຳນາດສາມາດມີຊີວິດຢູ່ຕໍ່ໄປໃນຟອງສະບູທີ່ເຕັມໄປດ້ວຍເລື່ອງເຟີ້ຝັນເຊັ່ນ: ການເຕີບໃຫຍ່ຊົ່ວນິລັນເທິງດາວເຄາະທີ່ມີຂອບເຂດຈຳກັດຄືໂລກ ແລະ ການແກ້ໄຂບັນຫາທາງເຕັກໂນໂລຊີທີ່ຢູ່ກໍປາກົດຂຶ້ນມາຢ່າງໄຮ້ຈຸດໝາຍ ແລະ ຈະລຶບລ້າງວິກິດເຫລົ່ານີ້ໃຫ້ໝົດໄປໄດ້ງ່າຍໆ”.
“ທັງໝົດນີ້ເກີດຂຶ້ນໃນຂະນະທີ່ໂລກກຳລັງຖືກເຜົາຢ່າງແທ້ຈິງ ແລະ ໃນຂະນະທີ່ປະຊາຊົນທີ່ອາໄສຢູ່ແນວໜ້າຍັງຜະເຊີນວິກິດສະພາບອາກາດທີ່ຮຸນແຮງ”.
ນາງກ່າວອີກວ່າ: ກອງປະຊຸມ COP26 ຄືງານພົບປະສັງສັນທາງທຸລະກິດຍາວນານ 2 ອາທິດ ຄືກັບກອງປະຊຸມຜ່ານໆມາ ເອົາແຕ່ເວົ້າເລື່ອງໜ້າເບື່ອ ໄຮ້ສາລະ ເພື່ອຮັກສາສາຍສຳພັນທາງທຸລະກິດ ແລະ ສ້າງຊ່ອງຫວ່າງເພື່ອຜົນປະໂຫຍດຂອງຕົນເອງ.
ນອກຈາກນາງ ທັນເບິກ ແລ້ວ, ນັກເຄື່ອນໄຫວເຍົາວະຊົນຈາກປະເທດອື່ນໆ ໄດ້ຂຶ້ນກ່າວປາໄສເຊັ່ນກັນ ເພື່ອໃຫ້ໂລກໄດ້ຮັບຮູ້ວ່າ: ການປ່ຽນແປງສະພາບອາກາດສົ່ງຜົນກະທົບຕໍ່ບ້ານເກີດຂອງພວກເຂົາແນວໃດ.
ຂະນະດຽວກັນ, ນອກຈາກໃນເມືອງກລາສໂກ ປະເທດສະກອດແລນ ເຊິ່ງເປັນສະຖານທີ່ຈັດກອງປະຊຸມ COP26 ແລ້ວ, ບັນດາເຍົາວະຊົນຄົນໜຸ່ມສາວທົ່ວໂລກໄດ້ຢຸດຮຽນໃນວັນສຸກ ເພື່ອອອກມາເດີນຂະບວນເຊັ່ນກັນ ເພື່ອປູກຈິດສຳນຶກກ່ຽວກັບການປ່ຽນແປງສະພາບອາກາດ.
ສ່ວນທຳນຽບດາວນິງສະຕຣີດໃນນະຄອນຫລວງລອນດອນ ກ່າວເຖິງການທີ່ກຸ່ມເດັກ ແລະ ເຍົາວະຊົນຂາດຮຽນເພື່ອເຂົ້າຮ່ວມການປະທ້ວງວ່າ: ເປັນເລື່ອງວຸ້ນວາຍຫລາຍໃນໄລຍະເວລາທີ່ໂຄວິດລະບາດ ເຊິ່ງສົ່ງຜົນກະທົບຕໍ່ການຮຽນຂອງເຍົາວະຊົນຫລາຍແລ້ວ.
ເຖິງຢ່າງໃດກໍຕາມ, ສະພາເມືອງກລາສໂກ ແລະ ໜ່ວຍງານທ້ອງຖິ່ນສ່ວນຫລາຍເປີດເຜີຍຕໍ່ BBC ວ່າ: ເດັກນັກຮຽນຈະບໍ່ຖືກລົງໂທດທີ່ຢຸດຮຽນໄປຮ່ວມປະທ້ວງ, ແຕ່ຂໍໃຫ້ຜູ້ປົກຄອງແຈ້ງໃຫ້ໂຮງຮຽນຮູ້ ເພື່ອຈຸດປະສົງດ້ານຄວາມປອດໄພ.
ນາງ ນິໂຄລາ ສະເຕີຈຽນ ມຸຂະມົນຕີແຫ່ງສະກອດແລນ ກ່າວວ່າ: ນາງມຸ່ງໝັ້ນທີ່ຈະສ້າງການມີສ່ວນຮ່ວມລະຫວ່າງລັດຖະບານສະກອດແລນກັບເຍົາວະຊົນຄົນໜຸ່ມສາວ ແລະ ມີສ່ວນຮ່ວມກັບພວກເຂົາໃນການຕັດສິນໃຈ.
ຂະນະທີ່ເຈົ້າຟ້າຊາຍຊາວໄດ້ສະແດງຄວາມເຫັນໃຈຕໍ່ຄວາມໂກດ ແລະ ຄວາມຜິດຫວັງຂອງນັກເຄື່ອນໄຫວເຍົາວະຊົນ ໃນລະຫວ່າງການກ່າວສູນທອນພົດຕໍ່ຄະນະຜູ້ຮ່ວມປະຊຸມ COP26 ວ່າ: ເດັກນ້ອຍເຫລົ່ານີ້ແບກຮັບນ້ຳໜັກຂອງປະຫວັດສາດຢູ່ເທິງບ່າ, ພ້ອມກ່າວວ່າ: ຂ້າພະເຈົ້າໄດ້ຮັບເຊີນໃຫ້ເຂົ້າຮ່ວມການເດີນຂະບວນ ແຕ່ບໍ່ສາມາດເຮັດແບບນັ້ນໄດ້.
ອ້າງອີງ: