ລັດຖະມົນຕີສາທາລະນະສຸກຝຣັ່ງເຕືອນ ຝຣັ່ງກຳລັງກ້າວເຂົ້າສູ່ ການແຜ່ລະບາດຂອງໂຄວິດຮອບທີ 5

ລັດຖະມົນຕີສາທາລະນະສຸກຝຣັ່ງເຕືອນ ຝຣັ່ງກຳລັງກ້າວເຂົ້າສູ່ ການແຜ່ລະບາດຂອງໂຄວິດຮອບທີ 5 - ap29 08 2020 000169b 1200x768 1619500057 - ລັດຖະມົນຕີສາທາລະນະສຸກຝຣັ່ງເຕືອນ ຝຣັ່ງກຳລັງກ້າວເຂົ້າສູ່ ການແຜ່ລະບາດຂອງໂຄວິດຮອບທີ 5
ລັດຖະມົນຕີສາທາລະນະສຸກຝຣັ່ງເຕືອນ ຝຣັ່ງກຳລັງກ້າວເຂົ້າສູ່ ການແຜ່ລະບາດຂອງໂຄວິດຮອບທີ 5 - Untitled design 1 - ລັດຖະມົນຕີສາທາລະນະສຸກຝຣັ່ງເຕືອນ ຝຣັ່ງກຳລັງກ້າວເຂົ້າສູ່ ການແຜ່ລະບາດຂອງໂຄວິດຮອບທີ 5

ວັນທີ 10 ພະຈິກ 2021, ທ່ານ ໂລລິວິເຢ ລັດຖະມົນຕີສາທາລະນະສຸກຝຣັ່ງເຕືອນ ປັດຈຸບັນຝຣັ່ງກຳລັງກ້າວເຂົ້າສູ່ການແຜ່ລະບາດຂອງໂຄວິດຮອບທີ 5 ຫລັງຈາກຈຳນວນຜູ້ຕິດເຊື້ອມີທ່າອ່ຽງເພີ່ມສູງຂຶ້ນອີກ ນັບແຕ່ຕົ້ນເດືອນຕຸລາຜ່ານມາ.

ໂດຍຝຣັ່ງມີຜູ້ຕິດເຊື້ອໃໝ່ສະເລ່ຍໃນໄລຍະ 7 ວັນ ສູງສຸດເຖິງ 53.400 ຄົນ ໃນໄລຍະການແຜ່ລະບາດຂອງໂຄວິດຮອບທີ 2 ເມື່ອທ້າຍປີ 2020 ຜ່ານມາ. ຂະນະທີ່ການແຜ່ລະບາດຮອບທີ 3 ມີໄລຍະເວລາດົນທີ່ສຸດ ນັບແຕ່ຕົ້ນປີ 2021 ຈົນເຖິງທ້າຍເດືອນມິຖຸນາຜ່ານມາ.

ລັດຖະມົນຕີສາທາລະນະສຸກຝຣັ່ງເຕືອນ ຝຣັ່ງກຳລັງກ້າວເຂົ້າສູ່ ການແຜ່ລະບາດຂອງໂຄວິດຮອບທີ 5 - Visit Laos Visit SALANA BOUTIQUE HOTEL - ລັດຖະມົນຕີສາທາລະນະສຸກຝຣັ່ງເຕືອນ ຝຣັ່ງກຳລັງກ້າວເຂົ້າສູ່ ການແຜ່ລະບາດຂອງໂຄວິດຮອບທີ 5

ປັດຈຸບັນຝຣັ່ງກັບມາມີຜູ້ຕິດເຊື້ອໃໝ່ລະດັບຫລັກໝື່ນຄົນຕໍ່ວັນອີກ ໂດຍເຄີຍສ້າງສະຖິຕິສູງເຖິງ 117.902 ຄົນ ພາຍໃນວັນດຽວ ເມື່ອວັນທີ 11 ເມສາຜ່ານມາ. ຫລ້າສຸດ ຝຣັ່ງມີຜູ້ຕິດເຊື້ອສະສົມແລ້ວ 7.346.277 ຄົນ, ເສຍຊີວິດແລ້ວ 119.003 ຄົນ. ຂະນະທີ່ພົນລະເມືອງເກືອບ 70% ເຂົ້າຮັບວັກຊີນປ້ອງກັນໂຄວິດຄົບໂດສແລ້ວ.

ປະທານາທິບໍດີ ເອັມມານູເອລ ມາຄຣົງ ເດີນໜ້າຊຸກຍູ້ການສັກວັກຊີນເຂັມກະຕຸ້ນໃຫ້ກຸ່ມຜູ້ສູງອາຍຸທີ່ມີອາຍຸແຕ່ 65 ປີຂຶ້ນໄປ ເພື່ອກຽມຄວາມພ້ອມຕໍ່ການແຜ່ລະບາດຮອບໃໝ່ທີ່ກຳລັງເກີດຂຶ້ນ. ພ້ອມລະບຸວ່າ: ຜູ້ທີ່ອາຍຸແຕ່ 65 ປີຂຶ້ນໄປ ທີ່ໄດ້ຮັບວັກຊີນເຂັມກະຕຸ້ນແລ້ວເທົ່ານັ້ນຈຶ່ງຈະໄດ້ຮັບອະນຸຍາດໃຫ້ເດີນທາງໄດ້ ຫລື ເຂົ້າໃຊ້ບໍລິການຂອງຮ້ານອາຫານ ຫລື ພິພິຕະພັນໄດ້.

ອ້າງອີງ:

ລັດຖະມົນຕີສາທາລະນະສຸກຝຣັ່ງເຕືອນ ຝຣັ່ງກຳລັງກ້າວເຂົ້າສູ່ ການແຜ່ລະບາດຂອງໂຄວິດຮອບທີ 5 -    AD conten website - ລັດຖະມົນຕີສາທາລະນະສຸກຝຣັ່ງເຕືອນ ຝຣັ່ງກຳລັງກ້າວເຂົ້າສູ່ ການແຜ່ລະບາດຂອງໂຄວິດຮອບທີ 5
ລັດຖະມົນຕີສາທາລະນະສຸກຝຣັ່ງເຕືອນ ຝຣັ່ງກຳລັງກ້າວເຂົ້າສູ່ ການແຜ່ລະບາດຂອງໂຄວິດຮອບທີ 5 - lattana banner 1 - ລັດຖະມົນຕີສາທາລະນະສຸກຝຣັ່ງເຕືອນ ຝຣັ່ງກຳລັງກ້າວເຂົ້າສູ່ ການແຜ່ລະບາດຂອງໂຄວິດຮອບທີ 5
ລັດຖະມົນຕີສາທາລະນະສຸກຝຣັ່ງເຕືອນ ຝຣັ່ງກຳລັງກ້າວເຂົ້າສູ່ ການແຜ່ລະບາດຂອງໂຄວິດຮອບທີ 5 - lattana banner - ລັດຖະມົນຕີສາທາລະນະສຸກຝຣັ່ງເຕືອນ ຝຣັ່ງກຳລັງກ້າວເຂົ້າສູ່ ການແຜ່ລະບາດຂອງໂຄວິດຮອບທີ 5
error: Alert: ເນື້ອຫາຂ່າວມີລິຂະສິດ !!