ນັບຖອຍຫລັງວັນເປີດເສັ້ນທາງລົດໄຟ ລາວ-ຈີນ

ນັບຖອຍຫລັງວັນເປີດເສັ້ນທາງລົດໄຟ ລາວ-ຈີນ - dc0815 - ນັບຖອຍຫລັງວັນເປີດເສັ້ນທາງລົດໄຟ ລາວ-ຈີນ
ນັບຖອຍຫລັງວັນເປີດເສັ້ນທາງລົດໄຟ ລາວ-ຈີນ - Untitled design 1 - ນັບຖອຍຫລັງວັນເປີດເສັ້ນທາງລົດໄຟ ລາວ-ຈີນ

ຍັງອີກບໍ່ພໍເດືອນກໍຈະຮອດວັນທີ 2 ທັນວາ 2021. ດັ່ງພວກເຮົາຮູ້ນຳກັນແລ້ວວ່າ ວັນທີ 2 ທັນວາ ເປັນວັນຊາດຂອງລາວເຮົາ ເຊິ່ງປີນີ້ແມ່ນຄົບຮອບ 46 ປີພໍດີ (2/12/1975-2/12/2021) ສຳລັບ 2 ທັນວາປີນີ້ ຈະເປັນວັນພິເສດ ແລະ ສຳຄັນຍິ່ງສຳລັບຊາວລາວເຮົາ ເພາະໃນໂອກາດສະເຫລີມສະຫລອງວັນຊາດຈະມີພິທີເປີດການນຳໃຊ້ເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ຢ່າງຍິ່ງໃຫຍ່ອາລັງການທີ່ບໍ່ເຄີຍມີມາໃນປະຫວັດສາດຫລາຍຮ້ອຍຫລາຍພັນປີຂອງຊາດລາວຄົນລາວເຮົາ. ໄປຄຽງຄູ່ກັບການເປີດເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ແລ້ວ, ລັດຖະບານເຮົາກໍຍັງຈະມີແຜນເປີດປະເທດພາຍຫລັງໄດ້ປິດມາຕັ້ງແຕ່ມີການລະບາດຂອງເຊື້ອພະຍາດໂຄວິດ-19.

ເພາະສະນັ້ນ, ຕາມທິດກໍ່າວ່າ ພາຍຫລັງເປີດເສັ້ນທາງລົດໄຟ ແລະ ເປີດປະເທດໄປແລ້ວ ບັນຍາກາດການພັດທະນາສ້າງສາປະເທດກໍຈະມີເຫດການຫລາຍອັນຫລາຍຢ່າງເລີ່ມຄຶກຄັກ, ເສດຖະກິດ-ສັງຄົມໂດຍລວມກໍຈະເລີ່ມມີປັດໄຈໃໝ່ ທັງຂະຫຍາຍຕົວກວ້າງຂວາງ ແລະ ກ້າວກະໂດດ. ໃນບັນດາຂະແໜງການທີ່ຈະພິກຜັນແບບເຫັນໄດ້ຢ່າງຊັດເຈນນັ້ນກໍຄື ລະບົບການຂົນສົ່ງ ນະຄອນຫລວງເຮົາຈະກາຍເປັນສູນກາງໂລຈິສຕິກ (Logistic) ຢ່າງເຕັມຕົວ ໂດຍຜ່ານສາຍທາງລົດໄຟ ລາວ-ຈີນ. ສ່ວນຂະແໜງການອັນທີສອງທີ່ບໍ່ເປັນຮອງໃຜນັ້ນ ກໍຄືການທ່ອງທ່ຽວຈະມີແຂກຕ່າງດ້າວທ້າວຕ່າງແດນຈາກທຸກສາລະທິດເຂົ້າມາທ່ຽວລາວເຮົາ ໂດຍຜ່ານເສັ້ນທາງລົດໄຟສາຍນີ້ໄປທ່ຽວທຸກພາກຂອງປະເທດ ໂດຍສະເພາະແມ່ນແຫລ່ງທ່ອງທ່ຽວທີ່ມີຊື່ສຽງຢູ່ພາກເໜືອເຊັ່ນ: ວັງວຽງ, ຫລວງພະບາງ, ອຸດົມໄຊ, ບໍ່ແກ້ວ, ຫລວງນ້ຳທາ ແລະ ບ່ອນອື່ນໆ.

ນັບຖອຍຫລັງວັນເປີດເສັ້ນທາງລົດໄຟ ລາວ-ຈີນ - Visit Laos Visit SALANA BOUTIQUE HOTEL - ນັບຖອຍຫລັງວັນເປີດເສັ້ນທາງລົດໄຟ ລາວ-ຈີນ

ຈາກເງື່ອນໄຂ ແລະ ປັດໄຈທີ່ກ່າວມານີ້ ລາວເຮົາກໍຈະມີລາຍຮັບຈາກອຸດສາຫະກຳການທ່ອງທ່ຽວຢ່າງມະຫາສານ. ໃນຂະແໜງການອັນທີສາມທີ່ຈະມີການຂະຫຍາຍຕົວໄວນັ້ນກໍແມ່ນການຄ້າການລົງທຶນ. ໃນຂະແໜງທີ່ວ່ານີ້ ເມື່ອໃດທາງລົດໄຟເປີດຮັບໃຊ້ບໍລິການມວນຊົນໄປແລ້ວ ໃນແຕ່ລະປີຈະມີນັກລົງທຶນພາຍໃນ ແລະ ຕ່າງປະເທດເພີ່ມຂຶ້ນເລື້ອຍໆ. ຕາມສະຖານີລົດໄຟແຕ່ລະແຫ່ງກໍຈະເກີດຮ້ານຄ້າ, ໂຮງແຮມ, ຮ້ານອາຫານ, ຕະຫລາດສົດ, ຮ້ານບໍລິການທີ່ຫລາກຫລາຍ, ເກີດມີສຳນັກງານອົງການຕົວແທນການຄ້າການລົງທຶນແຕກໜໍ່ຈໍ່ແນວຂຶ້ນປານດອກເຫັດ. ໃນສາມຢ່າງນີ້ຮັບປະກັນວ່າຈະເຮັດໃຫ້ນະຄອນຫລວງວຽງຈັນກາຍເປັນສູນກາງແຫ່ງເສດຖະກິດການເງິນ, ການຄ້າການລົງທຶນແຫ່ງສຳຄັນຂອງລາວ, ຂອງອາຊຽນ ແລະ ພາກພື້ນ.

ເຖິງຢ່າງໃດກໍດີ, ສິ່ງທີ່ໜ້າເປັນຫ່ວງນັ້ນກໍແມ່ນພະຍາດບາດເຍົາໂຄວິດ-19 ຍັງບໍ່ມີທ່າທີຫລຸດຜ່ອນໄປຈາກເມືອງລາວ ເບິ່ງສະຖິຕິຄົນຕິດເຊື້ອປາກົດວ່າຍັງດືບຂຶ້ນບໍ່ຍອມຖອຍ. ພະຍາດຈັງໄຮນີ້ລະມັນຈະມາກົດໜ່ວງຄວາມຈະເລີນຂອງຊາດ ແຕ່ກໍເຊື່ອໝັ້ນຕໍ່ການຊີ້ນຳ-ນຳພາຂອງພັກ ແລະ ລັດເຮົາຕ້ອງຜ່ານພົ້ນອຸປະສັກນີ້ໄດ້.

ອີກປະການໜຶ່ງທີ່ໜ້າເປັນຫ່ວງນັ້ນຄືບົດຮໍ່າບົດຮຽນ, ປະສົບການໃນການບໍລິຫານຈັດການທ່ອງທ່ຽວ ຫລື ໃນບາງຂະແໜງການເຮົາຢ້ານບໍ່ທັນກິນ, ຊັກຊ້າເຢີບໆຢາບ ທັງບໍ່ທັນມີບົດຮຽນ ແລະ ເຮັດຫຍັງກໍເຫັນແຕ່ຄວາມລວຍໃນຊົ່ວພິບຕາ ບໍ່ເຫັນໃນອະນາຄົດຕໍ່ໜ້າ ສຸດທ້າຍກໍໄດ້ກິນແຕ່ກ້າງ.

ນັບຖອຍຫລັງວັນເປີດເສັ້ນທາງລົດໄຟ ລາວ-ຈີນ - lattana banner 1 - ນັບຖອຍຫລັງວັນເປີດເສັ້ນທາງລົດໄຟ ລາວ-ຈີນ
ນັບຖອຍຫລັງວັນເປີດເສັ້ນທາງລົດໄຟ ລາວ-ຈີນ - lattana banner - ນັບຖອຍຫລັງວັນເປີດເສັ້ນທາງລົດໄຟ ລາວ-ຈີນ
ນັບຖອຍຫລັງວັນເປີດເສັ້ນທາງລົດໄຟ ລາວ-ຈີນ -    AD conten website - ນັບຖອຍຫລັງວັນເປີດເສັ້ນທາງລົດໄຟ ລາວ-ຈີນ
error: Alert: ເນື້ອຫາຂ່າວມີລິຂະສິດ !!