ໄປອອກແຮງງານຢູ່ໄທ ຫ້າມໄປເຖື່ອນ


ໂດຍ: ທິດກໍ່າ
ໃນຂະນະທີ່ລັດຖະບານໄທໄດ້ປະກາດເປີດປະເທດເພື່ອແກ້ໄຂບັນຫາເສດຖະກິດພາຍໃນ ໂດຍອະນຸຍາດໃຫ້ນັກທ່ອງທ່ຽວຈາກ 63 ປະເທດເຂົ້າມາທ່ຽວໄທ ກໍໄດ້ມີແຮງງານຈາກມຽນມາຈຳນວນບໍ່ໜ້ອຍໄດ້ພາກັນຫລັ່ງໄຫລເຂົ້າໄປເຮັດວຽກຢູ່ປະເທດໄທແບບຜິດກົດໝາຍ ໃນການເຂົ້າໄປໄທກໍແມ່ນຜ່ານນາຍໜ້າທີ່ພວມຫິວໂຫຍຊອກໂອກາດດູດກິນເລືອດຂູດເນື້ອເຖືອໜັງຈາກແຮງງານພວກນີ້ສາລະພັດຢ່າງ.
ໄປພ້ອມກັນນັ້ນ ເມື່ອຖືກເຈົ້າໜ້າທີ່ທາງການໄທເຫັນ ຫລື ຈັບໄດ້ໄລ່ທັນກໍມີການປັບໄໝຜູ້ລະ 25.000 ບາດ ທັງໄລ່ກັບຄືນປະເທດ ເພາະມີກະໂທງເຂົ້າເມືອງຜິດກົດໝາຍ. ນີ້ຄືຄວາມເປັນຈິງຂອງແຮງງານທີ່ບໍ່ຄຳນຶງເຖິງລະບຽບກົດໝາຍການເຂົ້າ-ອອກເມືອງລະຫວ່າງປະເທດ. ສະຫລຸບແລ້ວ ຜູ້ໄດ້ກໍໄດ້ທັງເຕີ້ຍທັງເໜືອກ ຜູ້ເສຍປຽບກໍແບບທັງເຈັບທັງເໝັນ, ແຖມຍັງບໍ່ພໍ ທາງການໄທຍັງໂຄສະນາເປີດປະຕູປະກາດເອົາແຮງງານຈາກ 3 ປະເທດ ລາວ, ກຳປູເຈຍ ແລະ ມຽນມາ ເພື່ອໄປແກ້ໄຂບັນຫາວິກິດຂາດເຂີນແຮງງານຈຳນວນ 3 ຫາ 4 ແສນຄົນໃນປັດຈຸບັນ.
ສ່ວນແຮງງານໃນ 3 ປະເທດທີ່ຍັງຄ້າງຄາຢູ່ໄທ ທາງການໄທກໍຍິນດີໃຫ້ຢູ່ຕໍ່ໃນກໍລະນີພິເສດ ແຕ່ຕ້ອງໄດ້ເສຍຄ່າທຳນຽບເປັນໄລຍະໆ. ການແກ້ໄຂວິທີນີ້ ປະເທດໄທກໍມີແຕ່ໄດ້ກັບໄດ້ ເຊິ່ງບໍ່ຕ່າງຫຍັງກັບແທງໝາກຕາສີວຕາຫລັກໄດ້ຕາໄບ້ເສຍ.
ຈາກສະພາບທີ່ເກີດຂຶ້ນນີ້, ທາງສະຖານທູດລາວທີ່ປະຈຳຢູ່ບາງກອກ ໄດ້ມີແຈ້ງການເຖິງທາງການເຮົາ ກໍຄືທາງກະຊວງການຕ່າງປະເທດ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂດຍໃຫ້ເລັ່ງແກ້ໄຂ 3 ບັນຫາດ່ວນຄື:
ອັນທີໜຶ່ງ ຮີບຮ້ອນເຈລະຈາຕໍ່ລອງກັບຝ່າຍໄທ ເພື່ອກັບມາເປີດລະບົບການຈັດຫາງານຄືນໃໝ່ໂດຍໄວ.
ສອງ ເພີ່ມທະວີການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ທັນກັບສະພາບການ ໂດຍສະເພາະແມ່ນນະໂຍບາຍເປີດປະເທດຂອງລັດຖະບານໄທຍັງຕ້ອງການໄປອອກແຮງງານຫາເງິນຫາຄຳຢູ່ເມືອງໄທກໍຂໍໃຫ້ໄປແບບຖືກກົດໝາຍ ຢ່າໄປເຖື່ອນເດັດຂາດ, ຖ້າຜູ້ໃດຝືນສິ່ງຕາມມາຄືຄວາມເຈັບແສບຕະຫລາດຊີວິດ ດັ່ງເຄີຍເຫັນ ແລະ ມີຂ່າວຊ່າລືຕໍ່ບາງຄົນຜ່ານມາ.
ປັດຈຸບັນ ບ້ານເມືອງເຮົາກໍຈະເລີນພັດທະນາໄປຫລາຍແລ້ວ ຄວາມຕ້ອງການແຮງງານຢູ່ພາຍໃນກໍມີຫລາຍໝື່ນຫລາຍແສນຄົນ.
ດັ່ງນັ້ນ ຜູ້ໃດມີຄວາມດຸໝັ່ນກໍພາກັນລ້ຽງສັດປູກຝັງຢູ່ບ້ານເຮົາເອງກໍຈະມີຢູ່ມີກິນ ເພາະຕະຫລາດຊື້ຂາຍສິນຄ້າພາຍໃນ ແລະ ສົ່ງອອກພາຍນອກບໍ່ອຶດບໍ່ຢາກ ຂໍແຕ່ເຮົາອົດພາກພຽນແລ້ວທຸກຢ່າງກໍຈະປະສົບຜົນສຳເລັດ.