ລາວກໍານົດໂທດປັບໃໝສູງເຖິງ 9 ລ້ານກີບຕໍ່ຄັ້ງ ກໍລະນີສ້າງແຜນທີ່ ບໍ່ໄດ້ຮັບອະນຸຍາດ


ສປປ ລາວ ໄດ້ກໍານົດໂທດປັບໃໝເປັນເງິນສູງສຸດ 9 ລ້ານກີບຕໍ່ຄັ້ງ ໃນກໍລະນີພົບເຫັນ ບຸກຄົນ, ນິຕິບຸກຄົນ, ການຈັດຕັັ້ງທີ່ດໍາເນີນການສ້າງແຜນທີ່, ນໍາໃຊ້ແຜນທີ່ ຫລື ທຸກການເຄື່ອນໄຫວ ທີ່ພົວພັນກັບວຽກງານການສໍາຫລວດວັດແທກ ແລະ ສ້າງແຜນທີ່ ທີ່ບໍ່ທັນໄດ້ຮັບອະນຸຍາດຈາກພາກ ສ່ວນກ່ຽວຂ້ອງຂອງລັດ ແລະ ອັດຕາປັບໃໝນີ້, ໄດ້ລະບຸແຈ້ງໃນກົດໝາຍວ່າດ້ວຍການສໍາຫລວດວັດ ແທກ ແລະ ສ້າງແຜນທີ່ (ສະບັບສ້າງໃໝ່) ທີ່ຖືກຮັບຮອງ ຈາກກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນກາງເດືອນພະຈິກ 2021 ນີ້.
ກົດໝາຍນີ້ ມີ 10 ພາກ, 16 ໝວດ ແລະ 92 ມາດຕາ ແລະ ໃນມາດຕາ 90 ລະບຸກ່ຽວກັບມາດຕະການປັບໃໝໄດ້ກໍານົດວ່າ ບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັັ້ງທີີ່ລະເມີດກົດໝາຍສະບັບນີ້ໂດຍເຈດຕະນາ, ຊຶ່ງບໍ່ເປັນການກະທໍາຜິດທາງອາຍາ ຈະຖືກປັບໃໝດັ່ງນີ້: ດໍາເນີນທຸລະກິດກ່ຽວກັບການສໍາຫລວດວັດແທກ ແລະ ສ້າງແຜນທີີ່ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝ 9.000.000 (ເກົ້າລ້ານ) ກີບຕໍ່ຄັັ້ງ. ໃຫ້ຜູ້ອື່ນນໍາໃຊ້ໃບອະນຸຍາດດໍາເນີນທຸລະກິດ ກ່ຽວກັບການສໍາຫລວດວັດແທກ ແລະ ສ້າງແຜນທີີ່ ຈະຖືກປັບໃໝ 4.500.000 (ສີີ່ລ້ານຫ້າແສນ) ກີບຕໍ່ຄັັ້ງ. ປະກອບອາຊີບດ້ານການສໍາຫລວດວັດແທກ ແລະ ສ້າງແຜນທີີ່ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝ 3.000.000 (ສາມລ້ານ) ກີບຕໍ່ຄັັ້ງ. ໃຫ້ຜູ້ອື່ນນໍາໃຊ້ໃບອະນຸຍາດ ປະກອບອາຊີບດ້ານການສໍາຫລວດວັດແທກ ແລະ ສ້າງແຜນ ທີີ່ ຈະຖືກປັບໃໝ 1.500.000 (ໜຶີ່ງລ້ານຫ້າແສນ) ກີບຕໍ່ຄັັ້ງ. 5 ນໍາເຂົ້າ-ສົົ່ງອອກ ເຄື່ອງມືສໍາຫລວດວັດແທກ ແລະ ສ້າງແຜນທີີ່ ໂດຍບໍ່ໄດ້ຮັບອະນຸຍາດ ແລະ ຢັ້ງຢືນຄວາມຖືກຕ້ອງທາງດ້ານເຕັກນິກ ຈະຖືກປັບໃໝ 3% ຂອງມູນຄ່າເຄື່ອງມືດັ່ງກ່າວ. ສໍາເນົາຖ່າຍ ແລະ ຈັດພິມ ຂໍ້ມູນກ່ຽວກັບການສໍາຫລວດວັດແທກ ແລະ ສ້າງແຜນທີີ່ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝ ແຕ່ 400.000 (ສີີ່ແສນ) ຫາ 2.000.000 (ສອງລ້ານ) ກີບຕໍ່ຄັັ້ງ. ນໍາເຂົ້າ-ສົົ່ງອອກ, ສະໜອງ ຫລື ນໍາໃຊ້ ຂໍ້ມູນ, ຜະລິດຕະພັນກ່ຽວກັບການສໍາຫລວດວັດແທກ ແລະ ສ້າງແຜນທີີ່ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝ 250.000 (ສອງແສນຫ້າສິບພັນ) ກີບຕໍ່ຄັ້ງ.
ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີ ກະຊວງພາຍໃນ ໃຫ້ຮູ້ວ່າ: ກະຊວງພາຍໃນ ມີຄວາມພະຍາຍາມຫລາຍປີ ໃນການຮ່າງກົດໝາຍນີ້ຂຶ້ນມາ, ເພື່ອເປັນເຄື່ອງມືຄຸ້ມຄອງການເຄື່ອນໄຫວວຽກງານແຜນທີ່ຢູ່ ສປປ ລາວ ໃຫ້ຢູ່ໃຕ້ລະບຽບກົດໝາຍໃຫ້ເຂັ້ມງວດກວ່າເກົ່າ, ຊຶ່ງຜ່ານມາການຄຸ້ມຄອງວຽກງານນີ້ແມ່ນອິງໃສ່ ດໍາລັດນາຍົກ ເລກທີ 73/ນຍ ລົງວັນທີ 18 ກັນຍາ 2014 ວ່າດ້ວຍການສໍາຫລວດວັດແທກ, ຖ່າຍພາບທາງອາກາດ ແລະ ສ້າງແຜນທີ່, ແຕ່ປາກົດວ່າມີເນື້ອໃນບໍ່ຮັດກຸມ, ມີຊ່ອງຫວ່າງໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຫລາຍພາກສ່ວນດໍາເນີນການສໍາຫລວດວັດແທກ ຫລື ສ້າງແຜນທີ່ຫລາຍປະເພດຂຶ້ນມານໍາໃຊ້ ຫລື ການຈໍາໜ່າຍໂດຍບໍ່ໄດ້ຮັບອະນຸຍາດ, ຈຶ່ງເກີດບັນຫາ ເປັນຕົ້ນ ແຜນທີ່ບໍ່ຖືກຕ້ອງກັບຄວາມເປັນຈິງ, ເກີດການສ້າງແຜນທີ່ຊໍ້າຊ້ອນ ແລະ ບໍ່ເປັນເອກະພາບ. ໃນຂະນະດຽວກັນ ການດໍາເນີນຄະດີຕໍ່ຜູ້ກະທໍາຜິດ ແມ່ນພົບຄວາມຫຍຸ້ງຍາກສົມຄວນ, ຍ້ອນນິຕິກໍາທີ່ມີ ຍັງບໍ່ສອດຄ່ອງຮັດກຸມ. ແນວໃດກໍຕາມ, ກົດໝາຍວ່າດ້ວຍການສໍາຫລວດວັດແທກ ແລະ ສ້າງແຜນທີ່ໄດ້ຖືກຮັບຮອງຈາກສະພາແຫ່ງຊາດແລ້ວ. ຈາກນີ້, ກໍຈະກ້າວສູ່ຂັ້ນຕອນສະເໜີ ໃຫ້ປະທານປະ ເທດ ອອກລັດຖະດໍາລັດປະກາດໃຊ້ຢ່າງເປັນທາງການ ໃນຂ້າງໜ້ານີ້.