ຊິລເວລ ເອັນເຂົ່າຈີກ ອາດຕ້ອງຜ່າຕັດແລະພັກຍາວ

ໂທມັສ ທູເຄິລ ເປີດເຜີຍ ເບນ ຊິລເວລ ພົບກັບອາການເຈັບເອັນຈີກ ຫນ້າຫົວເຂົ່າ ກຽມຜ່າຕັດ ແລະ ພັກຍາວ.
ໂທມັສ ທູເຄິລ ຜູ້ຈັດການທີມ ເຊລຊີ ທີມຜູ້ນຳຕາຕະລາງພຣີເມຍລີກອັງກິດ ເປີດເຜີຍວ່າ : ເບນ ຊິລເວລ ກອງຫລັງຄົນເກ່ັງ ໄດ້ຮັບບາດເຈັບເອັນຫນ້າເຂົ່າຈີກ ແລະ ຍັງຕ້ອງ ຖ້າເບິ່ງວ່າຈຳເປັນຈະຕ້ອງເຂົ້າຮັບການຜ່າຕັດຫລືບໍ່.
ເຊລຊີ ຈະໄດ້ຮູ້ຜົນໃນອີກ 6 ອາທິດຕໍ່ຫນ້າວ່າ ກອງຫລັງທີມຊາດອັງກິດຈະເຊົາເຈັບກັບມາຊ່ວຍທີມ ຫລື ຈຳເປັນຕ້ອງເຂົ້າຮັບການຜ່າຕັດເພື່ອປິ່ນປົວອາກາດດັ່ງກ່າວ. ຊິລເວລ ໄດ້ຮັບບາດເຈັບລະຫວ່າງເກມ ແຊ໊ມປຽນລີກ ນັດທີ ເຊລຊີ ເປີດສະຫນາມຕົນເອງ ຖະຫລົ່ມ ຢູເວນຕຸສ 4-0 ເມື່ອວັນອັງຄານທີ່ຜ່ານມາ.
ທູເຄິລ ເປີດເຜີຍວ່າ : ຊິລເວລ ຫມົດສິດລົງສະຫນາມ ເອັນຫນ້າເຂົ່າຈີກ ແລະ ຕັດສິນໃຈທີ່ຈະປິ່ນປົວອາການເຈັບຢ່າງລະມັດລະວັງ, ຕະຫລອດ 6 ອາທິດຂ້າງຫນ້າຈະເປັນໂຕບົ່ງບອກວ່າລາວຈະເຊົາກັບມາລົງສະຫນາມ ຫລື ຈຳເປັນຕ້ອງຜ່າຕັດ. ນີ້ເປັນເວລາທີ່ບໍ່ດີສຳລັບລາວ ລາວພວມຫມັ້ນໃຈເຕັມທີ່ ເປັນສ່ວນສຳຄັນ, ຫນ້າເສຍດາຍແທ້ໆ ພວກເຮົາເສົ້າຫລາຍ.