ເທນນິສ ອອສເຕຣລຽນ ໂອເພັນ 2020 ເລື່ອນວັນເປີດ ເນື່ອງຈາກໂຄວິດ-19 ສາຍພັນໂອໄມຄຣອນ




ການແຂ່ງຂັນເທນນິສລາຍການໃຫຍ່ທຳອິດປະຈຳລະປີ ອາດໄດ້ຮັບຜົນກະທົບ ເມື່ອລາຍການ ອອສເຕຣເລຍ ພົບຜູ້ຕິດເຊື່ອໂຄວິດ-19 ສາຍພັນໂອໄມຄຣອນ ຈົນຕ້ອງເລື່ອນວັນເປີດປະເທດ.
ວັນທີ 30 ພະຈິກທີ່ຜ່ານມາ ເດລີ ເມລ ສື່ຊື່ດັງຂອງອັງກິດລາຍງານວ່າ ເທນນິສແກຣນສະແລມ ທຳອິດຂອງປີ ລາຍການອອສເຕຣລຽນ ໂອເພັນ 2022 ທີ່ມະຫານະຄອນເມລເບີນ ອາດບໍ່ໄດ້ແຂ່ງຂັນຕາມກຳນົດ ໃນລະຫວ່າງວັນທີ 17-30 ມັງກອນປີຫນ້າ ຫລັງຈາກມີການປ່ຽນແປງແຜນການເປີດປະເທດ.
ດ້ານ ສະກອດ ມໍຣິສັນ ນາຍົກລັດຖະມົນຕີອອສເຕຣເລຍ ກ່າວຫລັງຮ່ວມປະຊຸມຄວາມຫມັ້ນຄົງວາລະສຸກເສີນວັນຈັນທີ 29 ພະຈິກວ່າ ແຜນການເປີດປະເທດເພື່ອຕ້ອນຮັບແຮງງານທີ່ມີຄວາມສາມາດ ແລະ ນັກຮຽນແລກປ່ຽນຈາກຕ່າງປະເທດຈະຖືກເລື່ອນອອກໄປຢ່າງຫນ້ອຍ 2 ອາທິດ ຫລື ວັນທີ 15 ທັນວາ ຈາກກຳນົດເກ່ົາທີ່ຈະເລີມຂຶ້ນໃນວັນທີ 1 ທັນວາ.
ທັງນີ້ ອອສເຕຣເລຍ ເປັນຫນຶ່ງໃນຫລາຍປະເທດທົ່ວໂລກທີ່ອອກມາດຕະການຕ່າງໆ ເພື່ອປ້ອງກັນບໍ່ໃຫ້ເຊື້ອໂຄວິດ-19 ກາຍພັນເຂົ້າສູ່ປະເທດ ໂດຍງົດຮັບທ່ຽວບິນຈາກອາຟຣິກາຕອນໃຕ້ ເມື່ອອາທິດກ່ອນ ແຕ່ຫລ້າສຸດພົບຜູ້ຕິດເຊື້ອ ໂອໄມຄຣອນ ໃນປະເທດແລ້ວ 5 ຄົນ ເຊິ່ງມາຈາກຕ່າງປະເທດທັງຫມົດ ໂດຍມີ 2 ຄົນເດີນທາງມາກັບສາຍການບິນສິງກະໂປ ເຊ່ິງກະຊວງສາທາລະນະສຸກຂອງລັດນິວເຊົາເວສ ຢືນຢັນວ່າທັງຄູ່ເດີນທາງມາຈາກອາຟຣິກາຕອນໃຕ້ ແລະ ສີດວັກຊີນຄົບໂດສແລ້ວ.