ເປີດເສັ້ນທາງລົດໄຟໄປແລ້ວ ພູກໍບໍ່ສູງ ເສັ້ນທາງກໍບໍ່ຍາວໄກ


ໂດຍ: ທິດກໍ່າ
ໃນຫົວຂໍ້ຂອງບົດທີ່ ທິດກໍ່າ ໄດ້ຍົກເອົາມາເປັນກະທູ້ຂອງບັນຫານີ້ ແມ່ນໄດ້ຄັດກອງອອກມາຈາກປະໂຫຍກຄຳເວົ້າ ຫລື ຄຳຖະແຫລງຂອງທ່ານ ສີຈິ້ນຜິງ ປະທານປະເທດຈີນ ທີ່ໄດ້ກ່າວໃນໂອກາດມື້ເປີດນຳໃຊ້ເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ຮ່ວມກັບທ່ານ ທອງລຸນ ສີສຸລິດ ປະທານປະເທດລາວເຮົາ ໃນຕອນບ່າຍວັນທີ 3 ທັນວາ 2021 ທີ່ຜ່ານມານີ້ເອງ.
ຕໍ່ປະໂຫຍກຄຳເວົ້າຂອງທ່ານ ສີຈິ້ນຜິງ ໃນມື້ນັ້ນ, ສຸດທີ່ມີຄວາມໝາຍຢ່າງເລິກເຊິ່ງ ຖ້າພວກເຮົາພ້ອມກັນມາວິເຄາະເບິ່ງແລ້ວຈະຮູ້ ແລະ ຈະເຫັນໄດ້ວ່າ ໃນປະຫວັດສາດຜ່ານມາຫລາຍທົດສະວັດການພົວພັນເດີນທາງທ່ອງທ່ຽວໄປມາຄ້າຂາຍລະຫວ່າງສອງປະເທດ ລາວ-ຈີນ ຕ້ອງຂຶ້ນພູລົງຫ້ວຍ ຜ່ານສາຍທາງຄົດລ້ຽວທຸລະກັນດານ ແລະ ໃຊ້ເວລາຫລາຍຊົ່ວໂມງຫລາຍມື້ຫລາຍວັນຈຶ່ງໄປຮອດຈອດເຖິງກັນໄດ້.
ນອກຈາກຕົກຢູ່ໃນສະພາບດັ່ງກ່າວແລ້ວ, ຄວາມສ່ຽງໃນການເກີດອຸປະຕິເຫດກໍມີສູງ ຈຶ່ງເຮັດໃຫ້ການເດີນທາງມີຄວາມຫຍຸ້ງຍາກຊັກຊ້າ, ແຕ່ພາຍຫລັງພວກເຮົາມີເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ແລ້ວ, ການພົວພັນໄປມາຄ້າຂາຍລະຫວ່າງປະຊາຊົນສອງຊາດ ລາວ-ຈີນ ກໍສະດວກສະບາຍຍິ່ງຂຶ້ນ ເພາະເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ໄດ້ກໍ່ສ້າງສຳເລັດຜົນໄປແລ້ວ ບ່ອນໃດເປັນພູສູງກໍເຈາະອຸໂມງດັ້ນລັດຊື່, ບ່ອນໃດເປັນຮ່ອມຫ້ວຍເຫວເລິກກໍສ້າງຂົວລັດຜ່ານ ເຊິ່ງບໍ່ມີຈຸດໃດໝ້ອງໃດ ຫລື ເປັນອຸປະສັກຫຍຸ້ງຍາກກີດຂວາງໂຄງການກໍ່ສ້າງເສັ້ນທາງສາຍນີ້ແຕ່ປະການໃດເລີຍ. ຊ້ຳບໍ່ໜຳ ລົດໄຟທີ່ເອົາມານຳໃຊ້ເປັນລົດຍຸກໃໝ່ລ້ຳສະໄໝ ເຊິ່ງສາມາດແລ່ນດ້ວຍຄວາມໄວແຕ່ 160 ຫາ 200 ກິໂລແມັດຕໍ່ຊົ່ວໂມງ.
ໃນພິທີເປີດເສັ້ນທາງລົດໄຟຄວາມໄວສູງມື້ນັ້ນ, ປະທານປະເທດລາວ ທອງລຸນ ສີສຸລິດ ແລະ ປະທານປະເທດຈີນ ສີຈິ້ນຜິງ ຕ່າງກໍໄດ້ສະແດງຄວາມຍິນດີ, ປິຕິຊົມຊື່ນຕໍ່ຜົນສຳເລັດແຫ່ງການຮ່ວມມືຊ່ວຍເຫລືອລະຫວ່າງສອງພັກ, ສອງລັດ ແລະ ສອງຊາດ ລາວ-ຈີນ ສົມກັບເປັນຄູ່ຮ່ວມມື 4 ດີ, ເປັນເພື່ອນຮ່ວມຊະຕາກຳທີ່ສະແດງອອກບົນຈິດໃຈເພື່ອນຮ່ວມອຸດົມການທີ່ຍິ່ງໃຫຍ່ ນັບແຕ່ສະໄໝຕໍ່ສູ້ກູ້ຊາດເປັນຕົ້ນມາ.
ນັບຈາກນີ້ເປັນຕົ້ນໄປ ເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ກໍຈະກາຍເປັນເສັ້ນທາງແຫ່ງມິດຕະພາບ, ນຳເອົາຜົນປະໂຫຍດສູງສຸດໃຫ້ສອງຊາດ ລາວ-ຈີນ ແລະ ອັນສຳຄັນທີ່ສຸດແມ່ນເປັນການໄຂປະຕູຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລສູ່ປະເທດທີ່ມີການເຊື່ອມຈອດ ພາຍໃຕ້ໂຄງການໜຶ່ງແລວ ໜຶ່ງເສັ້ນທາງຂອງຈີນທີ່ຈະຂະຫຍາຍເຊື່ອມໂຍງໄປທົ່ວໂລກ.