ນາ​ຍົກ​ລັດ​ຖະ​ມົນ​ຕີ​ ອັງ​ກິດ​ກຽມ​ສະ​ເຫນີ​ໃຫ້ປະຊາຊົນ​ຜູ້​ທີ່​ມີ​ອາ​ຍຸ 18 ປີ​ຂຶ້ນ​ໄປ​ ຮັບ​ການ​ສັກ​ວັກຊີນເຂັມກະຕຸ້ນເພື່ອຮັບມືກັບການລະບາດຂອງ Omicron

ນາ​ຍົກ​ລັດ​ຖະ​ມົນ​ຕີ​ ອັງ​ກິດ​ກຽມ​ສະ​ເຫນີ​ໃຫ້ປະຊາຊົນ​ຜູ້​ທີ່​ມີ​ອາ​ຍຸ 18 ປີ​ຂຶ້ນ​ໄປ​ ຮັບ​ການ​ສັກ​ວັກຊີນເຂັມກະຕຸ້ນເພື່ອຮັບມືກັບການລະບາດຂອງ Omicron - COVER WEB 11 6 - ນາ​ຍົກ​ລັດ​ຖະ​ມົນ​ຕີ​ ອັງ​ກິດ​ກຽມ​ສະ​ເຫນີ​ໃຫ້ປະຊາຊົນ​ຜູ້​ທີ່​ມີ​ອາ​ຍຸ 18 ປີ​ຂຶ້ນ​ໄປ​ ຮັບ​ການ​ສັກ​ວັກຊີນເຂັມກະຕຸ້ນເພື່ອຮັບມືກັບການລະບາດຂອງ Omicron
ນາ​ຍົກ​ລັດ​ຖະ​ມົນ​ຕີ​ ອັງ​ກິດ​ກຽມ​ສະ​ເຫນີ​ໃຫ້ປະຊາຊົນ​ຜູ້​ທີ່​ມີ​ອາ​ຍຸ 18 ປີ​ຂຶ້ນ​ໄປ​ ຮັບ​ການ​ສັກ​ວັກຊີນເຂັມກະຕຸ້ນເພື່ອຮັບມືກັບການລະບາດຂອງ Omicron - kitchen vibe - ນາ​ຍົກ​ລັດ​ຖະ​ມົນ​ຕີ​ ອັງ​ກິດ​ກຽມ​ສະ​ເຫນີ​ໃຫ້ປະຊາຊົນ​ຜູ້​ທີ່​ມີ​ອາ​ຍຸ 18 ປີ​ຂຶ້ນ​ໄປ​ ຮັບ​ການ​ສັກ​ວັກຊີນເຂັມກະຕຸ້ນເພື່ອຮັບມືກັບການລະບາດຂອງ Omicron

ທ່ານ Boris Johnson ນາຍົກລັດຖະມົນຕີ ອັງກິດ ຖະແຫລງຂ່າວທາງໂທລະພາບ ໃນວັນທີ 12 ທັນວາ 2021 ໂດຍເປີດເຜີຍວ່າ: ລັດຖະບານກຽມສະເໜີສັກວັກຊີນເຂັມກະຕຸ້ນໃຫ້ແກ່ປະຊາຊົນອັງກິດທຸກຄົນທີ່ມີອາຍຸແຕ່ 18 ປີຂື້ນໄປ ເລີ່ມອາທິດນີ້ ພ້ອມປະກາດເຕືອນໄພສຸກເສີນ ຈາກການແຜ່ລະບາດໂຄວິດສາຍພັນ Omicron ທີ່ຮ້າຍແຮງຂຶ້ນ.

ທ່ານ Boris Johnson ກ່າວວ່າ: ບໍ່ມີໃຜຄວນຈະມີຄວາມສົງໃສໃດໆ ຄື້ນລູກໃຫຍ່ຂອງ Omicron ກຳລັງມາ. ໃນຂະນະທີ່ລັດຖະບານກຳນົດເປົ້າໝາຍໃໝ່ ​ເພື່ອສັກ​ວັກຊີນເຂັມກະຕຸ້ນໃຫ້ແກ່ປະຊາກອນ​​ກຸ່ມຜູ້​ໃຫຍ່​ທຸກ​ຄົນ​ທີ່​ສະໝັກ​ໃຈ​ເຂົ້າ​ຮັບ​ການ​ສັກ​ວັກ​ຊີນ​ພາຍໃນ​ທ້າຍ​ເດືອນ​ນີ້.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ ອັງ​ກິດ​ກຽມ​ສະ​ເຫນີ​ໃຫ້ປະຊາຊົນ​ຜູ້​ທີ່​ມີ​ອາ​ຍຸ 18 ປີ​ຂຶ້ນ​ໄປ​ ຮັບ​ການ​ສັກ​ວັກຊີນເຂັມກະຕຸ້ນເພື່ອຮັບມືກັບການລະບາດຂອງ Omicron - Visit Laos Visit SALANA BOUTIQUE HOTEL - ນາ​ຍົກ​ລັດ​ຖະ​ມົນ​ຕີ​ ອັງ​ກິດ​ກຽມ​ສະ​ເຫນີ​ໃຫ້ປະຊາຊົນ​ຜູ້​ທີ່​ມີ​ອາ​ຍຸ 18 ປີ​ຂຶ້ນ​ໄປ​ ຮັບ​ການ​ສັກ​ວັກຊີນເຂັມກະຕຸ້ນເພື່ອຮັບມືກັບການລະບາດຂອງ Omicron

ລ່າສຸດມີລາຍງານວ່າ ພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນ ໂອໄມຄອນ ໃນສະຫະຣາຊອານາຈັກແລ້ວ 3,137 ຄົນ, ໃນນັ້ນພົບໃນອັງກິດ ເກືອບ 3,000 ຄົນ, ສ່ວນທີ່ເຫລືອຢູ່ໃນ Scotland Wales ແລະ ໄອແລນເຫນືອ.

ໂດຍສະຖານະການການລະບາດຂອງ Omicron ເພີ່ມຂຶ້ນໃນລະດັບ 4 ຫລື ມີການແຜ່ເຊື້ອໃນລະດັບສູງ ເຊິ່ງເປັນຄັ້ງສຸດທ້າຍທີ່ ສະຫະຣາຊອານາຈັກ ປະເຊີນກັບການລະບາດຂອງໂຄວິດໃນລະດັບນີ້ ແມ່ນ​ຊ່ວງ​ເດືອນ​ພຶດ​ສະ​ພາ​.

ທ່ານ Johnson ຢືນຢັນ ປະເທດອັງກິດກໍາລັງປະເຊີນກັບສະຖານະການສຸກເສີນ ໃນການຕໍ່ສູ້ກັບ Omicron ແລະ ຊີ້ໃຫ້ເຫັນວ່າການສັກວັກຊີນ 2 ເຂັມ ແມ່ນບໍ່ພໍ ແລະ ຈຳເປັນຕ້ອງສັກເຂັມທີ 3

ທ່ານ Johnson ກ່າວວ່າ: ຂ້ອຍຢ້ານວ່າຂະນະນີ້ ເຮົາປະເຊີນກັບສະຖານະການສຸກເສີນໃນການຕໍ່ສູ້ຕ້ານ Omicron. ໃນປັດຈຸບັນມັນເປັນທີ່ຊັດເຈນແລ້ວວ່າສັກວັກຊີນ 2 ເຂັມບໍ່ພຽງພໍທີ່ຈະໃຫ້ລະດັບການປ້ອງກັນທີ່ເຮົາທຸກຄົນຕ້ອງການ. ແຕ່ຂ່າວດີແມ່ນນັກວິທະຍາສາດຂອງເຮົາ. ໝັ້ນໃຈວ່າດ້ວຍວັກຊີນເຂັມທີ 3 ຫລື booster dose. ເຮົາສາມາດເຮັດໃຫ້ລະດັບການປ້ອງກັນຂອງເຮົາເພີ່ມຂຶ້ນ.

ທ່ານ​ຍັງໄດ້ກ່າວ​ຕື່ມອີກ​ວ່າ: ປະຈຸ​ບັນ​ນັກວິທະຍາສາດ​ຂອງອັງກິດຍັງ​ບໍ່​ສາມາດ​ກ່າວໄດ້ວ່າ Omicron ມີຄວາມຮ້າຍແຮງໜ້ອຍກວ່າເຊື້ອໂຄວິດສາຍພັນອື່ນໆ. ແຕ່ຖ້າຫາກພິສູດໄດ້ວ່າຄວາມເປັນຈິງແລ້ວ ສິ່ງທີ່ເຮົາຮູ້ແນ່ນອນແມ່ນວ່າ omicrons ແຜ່ລະບາດໄດ້ງ່າຍກ່ວາ ແລະ ການລະບາດຂອງ omicron ໃນກຸ່ມປະຊາຊົນທີ່ບໍ່ໄດ້ຮັບວັກຊີນ ເຂັມ booster. ຈະ​ເພີ່ມ​ຄວາມ​ສ່ຽງ​ໃຫ້​ຄົນ​ເຈັບ​ເຂົ້າ​ໂຮງ​ໝໍ​ເພີ່ມ​ຂຶ້ນ ຊຶ່ງອາດຈະສົ່ງຜົນກະທົບພາໃຫ້ມີຜູ້ປ່ວຍລົ້ນ ແລະ ​ນຳໄປສູ່ການ​ເສຍ​ຊີ​ວິດ​ທີ່​ໂສກ​ເສົ້າ​ຈໍາ​ນວນ​ຫລາຍ​.

ຢ່າງໃດກໍຕາມ, ສໍາລັບຊາວອັງກິດທີ່ມີອາຍຸ 18 ປີຂຶ້ນໄປ ທີ່ຈະໄດ້ຮັບການສັກວັກຊີນເຂັມກະຕຸ້ນຕ້ອງໄດ້ສັກວັກຊີນເຂັມທີ2 ມາແລ້ວຢ່າງໜ້ອຍ 3 ເດືອນ. ເຊິ່ງປະຊາຊົນຜູ້ທີ່ມີອາຍຸເກີນ 30 ປີ ສາມາດນັດໜາຍທາງອອນລາຍໄດ້ ຫລັງຈາກສັກເຂັມ2 ແລ້ວ 2 ເດືອນ.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ ອັງ​ກິດ​ກຽມ​ສະ​ເຫນີ​ໃຫ້ປະຊາຊົນ​ຜູ້​ທີ່​ມີ​ອາ​ຍຸ 18 ປີ​ຂຶ້ນ​ໄປ​ ຮັບ​ການ​ສັກ​ວັກຊີນເຂັມກະຕຸ້ນເພື່ອຮັບມືກັບການລະບາດຂອງ Omicron - 3 - ນາ​ຍົກ​ລັດ​ຖະ​ມົນ​ຕີ​ ອັງ​ກິດ​ກຽມ​ສະ​ເຫນີ​ໃຫ້ປະຊາຊົນ​ຜູ້​ທີ່​ມີ​ອາ​ຍຸ 18 ປີ​ຂຶ້ນ​ໄປ​ ຮັບ​ການ​ສັກ​ວັກຊີນເຂັມກະຕຸ້ນເພື່ອຮັບມືກັບການລະບາດຂອງ Omicron
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!