ຜົນຂ້າງຄຽງຈາກການກິນຢາປິ່ວປົວສິວ

- 023107 - ຜົນຂ້າງຄຽງຈາກການກິນຢາປິ່ວປົວສິວ
- kitchen vibe - ຜົນຂ້າງຄຽງຈາກການກິນຢາປິ່ວປົວສິວ

ສິວ ເປັນບັນຫາກວນໃຈບ່າວສາວສະໄໝໃໝ່ຫລາຍຄົນ ເມື່ອມີສິວຂຶ້ນກໍຢາກຈະຟ້າວກຳຈັດອອກໄປໃຫ້ໄວທີ່ສຸດ, ວິທີຮີບດ່ວນວິທີໜຶ່ງກໍແມ່ນການກິນຢາປິ່ນປົວສິວ, ແຕ່ຮູ້ຫລືບໍ່ວ່າການກິນຢາສົ່ງຜົນກະທົບກັບສຸຂະພາບແນວໃດແດ່, ສິວອາດຈະເຊົາແຕ່ໄດ້ພະຍາດອື່ນມາແທນ.

ຢາປິ່ນປົວສິວສ່ວນຫລາຍຈະແບ່ງອອກເປັນ 3 ກຸ່ມ :

  1. ຢາຂ້າເຊື້ອ (Antibiotic drog).
  2. ຢາຫລຸດການອັກເສບ (Non-Steroidal Anti-inflam matory Drugs or steroid).
  3. ຢາຫລຸດໄຂມັນເທິງໃບໜ້າ (ຢາໃນກຸ່ມ Isotretinoin, Ro – accutane, Acnotin).

– ກຸ່ມຢາຂ້າເຊື້ອ ແລະ ຢາຫລຸກການອັກເສບ : ສ່ຽງໃຫ້ເກີດພະຍາດກະເພາະອາຫານ, ກົດໄຫລຍ້ອນ. ຄຳແນະນຳຫລັງການ ກິນຢາຄວນດື່ມນຳ້ 1 – 2 ຈອກ ແລະ ບໍ່ຄວນນອນທັນທີ. ຄົນທີ່ເປັນພະຍາດກະເພາະອາຫານຢູ່ແລ້ວຄວນກິນຢາຫລຸດກົດຄຽງຄູ່ໄປນຳ.

– ກຸ່ມຢາຫລຸດໄຂມັນເທິງໃບໜ້າ : ອາດຈະມີອາການປາກແຫ້ງ, ຮີມສົບແຫ້ງແຕກ ແລະ ລອກ, ຄົນຖືພາຫ້າມກິນຢາປິ່ນປົວສິວເດັດຂາດ ຫລື ຫາກກິນຢາຄຸມກຳເນີດຢູ່ກໍບໍ່ຄວນກິນຢາປິ່ນປົວສິວ.

- 5 - ຜົນຂ້າງຄຽງຈາກການກິນຢາປິ່ວປົວສິວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!