ລັດຖະມົນຕີກະຊວງການເງິນສຳເລັດການຢ້ຽມຢາມລາຊະອານາຈັກກຳປູເຈຍ


ໃນລະຫວ່າງວັນ 26-29 ກໍລະກົດຜ່ານມານີ້, ທ່ານ ສົມດີ ດວງດີ ຮອງນາຍົກລດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ນຳພາຄະນະຜູ້ແທນຂອງລາວ, ເຊິ່ງປະກອບດ້ວຍກົມນະໂຍບາຍການເງິນ ແລະ ນິຕິກຳ, ກົມສ່ວຍສາອາກອນ, ກົມງົບປະມານ, ກົມພາສີ ແລະ ບັນດາກົມກ່ຽວຂ້ອງກະຊວງການເງິນໄດ້ໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ນະຄອນຫລວງພະນົມເປັນລາຊະອານາຈັກກຳປູເຈຍ.
ໃນໄລຍະການເຄື່ອນໄຫວຢ້ຽມຢາມ, ທ່ານຮອງນາຍົກລັດຖະມົນຕີ, ໄດ້ ພົບປະ ແລະ ເຮັດວຽກກັບທ່ານສົມເດັດອັກຄະມະຫາເສນາບໍດີ ເຕໂຈ ຮຸນເຊນ ນາຍົກລັດຖະມົນຕີແຫ່ງລາຊາອະນາຈັກກຳປູເຈຍ, ທ່ານ ພອນໂມນີລົດ ລັດຖະມົນຕີອາວຸໂສ, ລັດຖະມົນຕີກະຊວງເສດຖະກິດ-ການເງິນລາຊາອະນາຈັກກຳປູເຈຍ ເພື່ອແລກປ່ຽນບົດຮຽນກ່ຽວກັບວຽກງານການເງິນຂອງສອງປະເທດເພື່ອຮັບປະກັນສະຖຽນລະພາບຂອງການຈັດເກັບລາຍຮັບເຂົ້າງົບປະມານໃຫ້ເພີ່ມຂຶ້ນ, ປັບປຸງກົນໄກການຈັດເກັບລາຍຮັບ, ປັບປຸງການບໍລິຫານຂອງລັດເຮັດໃຫ້ຜູ້ເສຍພາສີ-ອາກອນເຂົ້າໃຈ ແລະ ຈິງໃຈໃນເສຍພັນທະໃຫ້ລັດຢ່າງຖືກຕ້ອງ.
ຄຽງຄູ່ກັນນີ້, ຍັງໄດ້ແລກປ່ຽນບົດຮຽນກັບການນຳໃຊ້ລະບົບ IT ເພື່ອໃຫ້ຜູ້ເສຍພັນທະເຂົ້າລັດຢ່າງໂປ່ງໃສ, ແນໃສ່ການຈັດເກັບລາຍຮັບເຂົ້າງົບປະມານໃຫ້ມີປະສິດທິພາບ, ເພີ່ມປະສິດທິພາບໃນການບໍລິການ, ປັບປຸງນະໂຍບາຍການເມືອງຂອງລັດຖະບານໃນການນຳໃຊ້ງົບປະມານໃຫ້ຖືກຕ້ອງຕາມເປົ້າໝາຍ, ການປະຕິຮູບການເງິນຕ້ອງສາມາດຕອບສະໜອງກັບລາຍຈ່າຍຂອງປະເທດ ແລະ ຢ້ຽມຊົມສູນລະບົບຂໍ້ມູນຂ່າວສານຈັດການບໍລິຫານການເງິນຂອງກະຊວງເສດຖະກິດ-ການເງິນລາຊະອານາຈັກກຳປູເຈຍ.
ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ສະແດງຄວາມປິຕິຍິນດີ ແລະ ຄວາມຂອບໃຈຢ່າງຈິງໃຈຕໍ່ການນຳ ແລະ ເຈົ້າໜ້າທີ່ຂັ້ນສູງຂອງກຳປູເຈຍທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີຖານບ້ານໃກ້ເຮືອນຄຽງລະຫວ່າງປະຊາຊົນສອງຊາດລາວ-ກຳປູເຈຍ ໃຫ້ນັບມື້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.