ແຕ່ງຕັ້ງ ທ່ານ ວິໄລທອງ ສຸດທະວິໄລ ຮັກສາການແທນຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ


ພິທີມອບ-ຮັບໜ້າທີ່ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນລະຫວ່າງ (ຜູ້ເກົ່າ) ແລະ ຮັກສາການແທນຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ (ຜູ້ໃໝ່) ໄດ້ຈັດຂຶ້ນໃນທ້າຍອາທິດຜ່ານມາ, ທີ່ຫ້ອງປະຊຸມ ກົມສ່ວຍສາອາກອນ ກະຊວງການເງິນ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ລັດຖະ ມົນຕີກະຊວງການເງິນ, ມີບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ມີພະນັກງານຫຼັກແຫຼ່ງຈາກກົມກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີດັ່ງກ່າວ,ທ່ານ ກົງຄໍາ ສິດທິວໍລະດາ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 6432/ກງ, ລົງວັນທີ 27 ທັນວາ 2021 ວ່າດ້ວຍການແຕ່ງຕັ້ງ ທ່ານ ປອ ວິໄລທອງ ສຸດທະວິໄລ ຮັກສາການແທນຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ.
ຫຼັງຈາກນັ້ນ, ກໍ່ໄດ້ມີການເຊັນບົດບັນທຶກການມອບ-ຮັບໜ້າທີ່ລະຫວ່າງທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ (ຜູ້ເກົ່າ) ແລະ ທ່ານ ປອ ວິໄລທອງ ສຸດທະວິໄລ ຮັກສາການແທນຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ (ຜູ້ໃໝ່) ເພື່ອມອບ-ຮັບບັນດາໜ້າຂອງກົມທີ່ໄດ້ຈັດຕັ້ງປະຕິບັດ ໄລຍະຜ່ານມາ ແລະ ສືບຕໍ່ປະຕິບັດໜ້າທີ່ການເມືອງໃຫ້ບັນລຸຕາມຄາດໝາຍທີ່ຂັ້ນເທິງໄດ້ມອບໃຫ້.
ໂອກາດດັ່ງກ່າວ,ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ໃຫ້ທິດຊີ້ນໍາ ແລະ ມີຄໍາເຫັນໃນການປະກາດການຈັດຕັ້ງໃນນີ້ລ້ວນແລ້ວແຕ່ເປັນຜູ້ທີ່ມີຜົນງານອັນພົ້ນເດັ່ນໃນຂະບວນການປະຕິບັດວຽກງານຕົວຈິງ. ສະນັ້ນ, ຄະນະພັກ ຄະນະນໍາກະຊວງການເງິນ ໄດ້ຄົ້ນຄວ້າຕາມຄວາມເໝາະສົມຂອງວຽກງານໃນໄລຍະໃໝ່, ພ້ອມທັງເນັ້ນໃຫ້ສືບຕໍ່ປັບປຸງຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມຮັບຜິດຊອບໃນໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້.