ບໍ່ຄວນສະແດງທ່າທີ່ລັງກຽດຕໍ່ຜູ້ທີ່ຕິດເຊື້ອພະຍາດໂຄວິດ


ທ່ານ ດຣ ສີສະຫວາດ ສຸດທະນີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ເປີດເຜີຍໃນວັນທີ 13 ມັງກອນນີ້ວ່າ: ການອອກກຳລັງກາຍ 30 ນາທີຕໍ່ມື້ໃຫ້ໄດ້ 5 ມື້ຕໍ່ອາທິດ (ຢູ່ເຮືອນ ຫລື ສະຖານທີ່ທີ່ບໍ່ມີຄວາມສ່ຽງ)ແມ່ນດີທີ່ສຸດສຳລັບຮ່າງກາຍ, ສ່ວນບາງທ່ານກໍໃສ່ຜ້າປິດປາກ-ດັງຂະນະທີ່ອອກກຳລັງກາຍອາດເຮັດໃຫ້ເກີດຜົນເສຍຕໍ່ຮ່າງກາຍໄດ້ ເພາະເຮັດໃຫ້ອຶດອັດ, ຫາຍໃຈລຳບາກ, ເມື່ອຍໄວຂຶ້ນ ແລະ ຮ່າງກາຍໄດ້ຮັບອົກຊີແຊນບໍ່ພຽງພໍ. ແນວໃດກໍດີກໍຂຶ້ນກັບບຸກຄົນ ແລະ ປະເພດຂອງຜ້າປິດປາກ-ດັງ ຊຶ່ງຖ້າທ່ານຈຳ ເປັນຕ້ອງໄດ້ອອກກຳລັງກາຍຢູ່ນອກເຮືອນ ກໍຄວນເລືອກສະຖານທີ່ທີ່ມີອາກາດໂລ່ງ, ປອດໂປ່ງດີ, ຫລີກ ເວັ້ນສະຖານທີ່ທີ່ມີຄົນຫລາຍ ແລະ ຄວນຮັກສາໄລຍະຫ່າງຢ່າງໜ້ອຍ 2 ແມັດ ເນື່ອງຈາກຖ້າມີຄົນໄອ, ຈາມ ລະອອງດັ່ງກ່າວອາດປິວມາຫາທ່ານໄດ້ ທັງໝັ່ນລ້າງມື ແລະ ຢ່າເອົາມືໄປສຳຜັດໜ້າ.
ທ່ານດຣ ສີສະຫວາດ ຢ້ຳຕື່ມວ່າ: ສຳລັບຜູ້ທີ່ຕິດເຊື້ອພະຍາດໂຄວິດບໍ່ຄວນສະແດງທ່າທີ່ລັງກຽດເຂົາເຈົ້າ ກົງກັນຂ້າມ ພວກເຮົາຄວນມີຄວາມເມດຕາ, ມີນ້ຳໃຈຕໍ່ເພື່ອນມະນຸດດ້ວຍກັນ ເພາະເຂົາເຈົ້າເປັນພຽງແຕ່ຄົນເຈັບທີ່ຕິດເຊື້ອພະຍາດໂຄວິດເທົ່ານັ້ນ. ເມື່ອປິ່ນປົວດີແລ້ວເຂົາເຈົ້າກໍສາມາດໃຊ້ຊີວິດໄດ້ຕາມປົກກະຕິ, ສາມາດໄປເຮັດວຽກ ແລະ ຢູ່ຮ່ວມກັບຄອບຄົວໄດ້. ປັດຈຸບັນມີຫລາຍຄົນຊື້ເຄື່ອງກວດແບບໄວມາກວດເອງ ແລະ ຜົນກວດເປັນບວກ ຈຶ່ງປິ່ນປົວຕົນເອງຢູ່ເຮືອນເປັນຈຳນວນຫລາຍໂດຍບໍ່ໄດ້ແຈ້ງ ຫລື ລົງທະ ບຽນຕໍ່ເຈົ້າໜ້າທີ່ກ່ຽວຂ້ອງເຮັດໃຫ້ການເກັບກຳຂໍ້ມູນບໍ່ຖືກຕ້ອງ, ເມື່ອມີອາການໜັກ, ການປະສານງານເພື່ອ ເຂົ້າປິ່ນປົວຢູ່ໂຮງໝໍ ອາດຈະຊັກຊ້າໂດຍສະເພາະຜູ້ທີ່ມີອາຍຸກວ່າ 60 ປີຂຶ້ນໄປ, ຜູ້ທີ່ມີພະຍາດປະຈໍາໂຕ ແລະ ແມ່ຍິງຖືພາ ຖ້າປິ່ນປົວບໍ່ທັນການ ສ່ຽງເຖິງຂັ້ນວິກິດ ແລະ ເສຍຊີວິດໄດ້.