ປີນີ້ ສະຫລອງປີໃໝ່ຊາວຈີນ-ຫວຽດນາມ ຕ້ອງໄປຄຽງຄູ່ການປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ ເພື່ອຫລຸດຜ່ອນການແພ່ເຊື້ອ
January 29, 2022 - 3:15 PM

ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າໃຫ້ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ກ່າວໃນວັນທີ 29 ມັງກອນ 2022 ນີ້ວ່າ: ໃນໄລຍະບຸນປີໃໝ່ຂອງພີ່ນ້ອງຊາວຫວຽດນາມ ແລະ ຈີນ (ກູດຈີນ-ຫວຽດ) ທີ່ໃກ້ຈະມາເຖິງນີ້ຂໍໃຫ້ພີ່ນ້ອງຊາວຫວຽດນາມ ແລະ ຈີນ ສະເຫລີມສະຫລອງປີໃໝ່ດ້ວຍຄວາມມ່ວນຊື່ນ ເບີກບານ ແລະ ພ້ອມກັນນັ້ນ ກໍໃຫ້ປະຕິບັດມາດຕະການປ້ອງກັນຕົນເອງທີ່ທາງຄະນະສະເພາະກິດໄດ້ແນະນໍາ ແລະ ສໍາລັບນະຄອນຫລວງວຽງຈັນ ກໍໃຫ້ປະຕິບັດຕາມແຈ້ງການຂອງຄະນະສະເພາະກິດວາງອອກ ແລະ ແຈ້ງການຂອງກະຊວງປ້ອງກັນຄວາມສະຫງົບ, ສະບັບເລກທີ 019/ປກສ.ນວ, ລົງວັນທີ 25 ມັງກອນ 2022 ກ່ຽວກັບ ການເພິ່ມທະວີ ຮັກສາຄວາມຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ໃນງານບຸນປີໃໝ່ຫວຽດນາມ-ຈີນ ປີ 2022 ເພື່ອໃຫ້ງານສະເຫລີມສະຫລອງປີໃໝ່ ແລະ ການໄຫວບັນພະບູລຸດ ຜ່ານພົ້ນໄປໂດຍດີ ແລະ ມີຄວາມປອດໄພ.

ສະນັ້ນ, ຈຶ່ງຂໍຮຽກຮ້ອງມາຍັງພີ່ນ້ອງຊາວຈີນ ແລະ ຫວຽດນາມ ຂໍໃຫ້ໃຊ້ຊີວິດຢ່າງປອດໄພ ປະຕິບັດມາດຕະການປ້ອງກັນຕົນເອງຢ່າງຮອບດ້ານ, ໂດຍປະຕິບັດຕາມມາດຕະການຄວບຄຸມ ທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ເປັນຕົ້ນ ໝັ່ນເຮັດຄວາມສະອາດສະຖານທີ່ພາຍໃນເຮືອນ, ອຸປະກອນເຄື່ອງໃຊ້ຕ່າງໆ, ຫ້ອງນ້ຳ ແລະ ຈຸດທີ່ມີການສຳຜັດຮ່ວມກັນ ເຊັ່ນ: ລູກບິດປະຕູ, ຮາວຂັ້ນໃດ, ຫລີກລ້ຽງການໂຮມຊຸມນຸມກັນ ທີ່ມີຄົນຢູ່ຈຳນວຫລາຍ, ໃສ່ຜ້າປິດປາກດັງຕະຫລອດເວລາ, ສັກວັກຊິນຄົບທຸກເຂັມ, ຮັກສາໄລຍະຫ່າງ. ກໍລະນີສະຖານທີ່ເປັນພື້ນທີ່ປິດ ຄວນຈັດໃຫ້ມີການລະບາຍອາ ກາດທີ່ຖ່າຍເທ ແລະ ໝູນວຽນ ຖ້າຫາກຮູ້ສຶກບໍ່ສະບາຍ ຄວນງົດການເຂົ້າຮ່ວມກິດຈະກຳທຸກປະເພດ, ກັກໂຕ, ພ້ອມທັງກວດຫາເຊື້ອຊອກຫາພະຍາດໂຄວິດ-19.