ປີ 2021 ແຂວງຫລວງພະບາງ ເກັບລາຍຮັບໄດ້ 373.361.000.000 ກີບ ລື່ນແຜນທີ່ຄາດໄວ້

ປີ 2021 ແຂວງຫລວງພະບາງ ເກັບລາຍຮັບໄດ້ 373.361.000.000 ກີບ ລື່ນແຜນທີ່ຄາດໄວ້ - 272901938 657171095731594 4938432343636886200 n - ປີ 2021 ແຂວງຫລວງພະບາງ ເກັບລາຍຮັບໄດ້ 373.361.000.000 ກີບ ລື່ນແຜນທີ່ຄາດໄວ້
ປີ 2021 ແຂວງຫລວງພະບາງ ເກັບລາຍຮັບໄດ້ 373.361.000.000 ກີບ ລື່ນແຜນທີ່ຄາດໄວ້ - kitchen vibe - ປີ 2021 ແຂວງຫລວງພະບາງ ເກັບລາຍຮັບໄດ້ 373.361.000.000 ກີບ ລື່ນແຜນທີ່ຄາດໄວ້

ພະແນກການເງິນແຂວງຫລວງພະບາງ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດງົບປະມານທົ່ວແຂວງ ປະຈໍາປີ 2021 ແລະ ວາງທິດທາງແຜນງົບປະມານປະຈໍາປີ 2022 ເມື່ອບໍ່ດົນມານີ້ ທີ່ພະແນກດັ່ງກ່າວ ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ, ທ່ານ ສຸກັນ ບຸນຍົງ ຮອງເລຂາພັກແຂວງ ປະທານແນວລາວສ້າງຊາດແຂວງ ມີຫົວໜ້າພະແນກການເງິນ, ພາສີ-ອາກອນ, ຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງທີ່ກ່ຽວຂ້ອງພ້ອມດ້ວຍຫົວໜ້າຫ້ອງການໆເງິນ 11 ເມືອງ 1 ນະຄອນເຂົ້າຮ່ວມ.

ທ່ານ ຄິນຄໍາ ເລັ່ງສະຫວັດ ຫົວໜ້າພະແນກການເງິນ ແຂວງຫຼວງພະບາງ ໄດ້ຂຶ້ນຜ່ານບົດລາຍງານການຈັດຕັ້ງປະຕິບັດງົບປະມານທົ່ວແຂວງ ປະຈໍາປີ 2021 ແລະ ວາງທິດທາງແຜນງົບປະມານປະຈໍາປີ 2022 ຊຶ່ງໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນຫຼາຍດ້ານເປັນຕົ້ນແມ່ນດ້ານການເກັບລາຍຮັບໃນປີ 2021 ສາມາດປະຕິບັດໄດ້ 373 ຕື້ 361 ລ້ານກີບ ລື່ນແຜນການ (ແຜນ 351 ຕື້ 157 ລ້ານກີບ).

ດ້ານລາຍຈ່າຍປະຕິບັດໄດ້ 645 ຕື້ 535 ລ້ານກີບ, ໄດ້ເບີກຈ່າຍເງິນເດືອນສໍາເລັດແລ້ວທົ່ວແຂວງ ບໍ່ກາຍວັນທີ 25 ຂອງທຸກໆເດືອນ ແລະ ສາເຫດທີ່ພາໃຫ້ການຈັດຕັ້ງປະຕິບັດລາຍຮັບງົບປະມານໄດ້ລື່ນແຜນໃນປີ 2021 ນັ້ນ ແມ່ນຍ້ອນໄດ້ຊຸກຍູ້ຫົວໜ່ວຍທຸລະກິດ ແຈ້ງ-ມອບດ້ວຍຕົນເອງຜ່ານລະບົບແທັກລິສ (TaxRis), ຜ່ານເວັບໄຊ, ຜ່ານທະນາຄານ ແລະ ຜ່ານລະບົບອີຊີແທັກ (Easy-tax) ພ້ອມນີ້ໄດ້ຍົກສູງໄປຄຽງຄູ່ກັບວຽກງານທີ່ຕິດພັນກັບວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໂດຍໄດ້ຜັນຂະຫຍາຍຄໍາສັ່ງເລກທີ 18/ນຍ, ລົງວັນທີ 16 ກັນຍາ 2021 ໃຫ້ທຸກຂະ ແໜງການອື່ນໆທີ່ມີສ່ວນຮ່ວມໃນການຊຸກຍູ້ການເກັບລາຍຮັບໃຫ້ມີປະສິດທິຜົນ, ຫັນວຽກງານໃຫ້ກ້າວສູ່ຄວາມທັນສະໄໝ ຊຶ່ງໄດ້ສຳເລັດການກໍ່ສ້າງຊຸມປະຕູ ແລະ ຕິດເຄື່ອງຜ່ານບັດແບບເອເລັກໂຕຣນິກ ຢູ່ແຫຼ່ງທ່ອງທ່ຽວຕາດກວາງຊີ, ສຳເລັດການຕິດຕັ້ງ ແລະ ຜັນຂະຫຍາຍນຳໃຊ້ລະບົບ TaxRis ຄຸ້ມຄອງລາຍຮັບງົບປະມານແຫ່ງລັດເພີ່ມຕື່ມ 4 ເມືອງ ຄື: ເມືອງປາກອູ, ເມືອງງອຍ, ເມືອງຈອມເພັດ ແລະ ເມືອງພູຄູນ, ໄດ້ຫັນການນຳໃຊ້ລະບົບທັນສະໄໝໃຫ້ຜູ້ປະກອບການແຈ້ງມອບຜ່ານລະບົບ TaxRis ລື່ນຕົວຊີ້ວັດທີ່ສູນກາງກຳນົດໃຫ້ແຂວງຢ່າງຕ່ຳບໍ່ໃຫ້ຫຼຸດ 80% ແລະ ວຽກງານສໍາຄັນອື່ນໆອີກ.

ປີ 2021 ແຂວງຫລວງພະບາງ ເກັບລາຍຮັບໄດ້ 373.361.000.000 ກີບ ລື່ນແຜນທີ່ຄາດໄວ້ - 3 - ປີ 2021 ແຂວງຫລວງພະບາງ ເກັບລາຍຮັບໄດ້ 373.361.000.000 ກີບ ລື່ນແຜນທີ່ຄາດໄວ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!