ທີມໃດສູ້ໄຫວ! ຮາແລນ ຂໍຄ່າແຮງ 5 ແສນປອນ ຈາກທີມໃຫຍ່ໃນເອີຣົບ.


ເອີລິງ ຮາແລັນ ກອງໜ້າຂອງ ດັອດມຸນ ຮຽກເງິນມະຫາສານ 500,000 ປອນຕໍ່ອາທິດ ກັບສະໂມສອນໃໝ່ທີ່ຢາກຈະດືງໂຕລາວໄປຫຼິ້ນໃນລະດູການໜ້າ.
ດາວເຕະໄວ 21 ປີ ໂຊຟອມຍອດຢ້ຽມໃນລະດູການນີ້ ໂດຍຍິງໄປແລ້ວ 23 ປະຕູ ແລະ ສົ່ງໃຫ້ໝູ່ຍິງ 6 ຄັ້ງ ຈາກການລົງຫຼິ້ນ 23 ນັດໃຫ້ກັບ ໂບຣຸສເຊຍ ດັອດມຸນ ແລະ ສຳລັບຄ່າຊີກສັນຍາຂອງນັກເຕະມູນຄ່າ 65 ລ້ານປອນ ຈະມີຜົນບັງຄັບໃຊ້ໃນຊ່ວງລະດູຮ້ອນນີ້ ເຊິ່ງຈະເຮັດໃຫ້ລາວກາຍເປັນນັກເຕະທີ່ເນື້ອຫອມທີ່ສຸດໃນຕະຫຼາດຮອບຕໍ່ໄປແນ່ນອນ.
ຫຼ້າສຸດ ESPN ລາຍງານວ່າ ຮາແລັນ ຈະຕ້ອງການ 500,000 ປອນຕໍ່ອາທິດ ຫຼື ປະມານ 22 ລ້ານບາດ ຈາກສະໂມສອນທີ່ຕ້ອງໄດ້ໂຕເຂົາໄປຮ່ວມທີມໃນລະດູຮ້ອນນີ້.
ໂດຍ ແມ ຢູໄນເຕັດ, ແມນ ຊິຕີ້, ເຊວຊີ, ຣຽວ ມາດຣິດ, ບາເຊໂລນ່າ ແລະ ປາຣີສ ຕ່າງກໍ່ຕົກເປັນຂ່າວວ່າພ້ອມທີ່ຈະຮ່ວມວົງຊີງ ຮາແລນ ໄປຮ່ວມທັບ, ເຖິງວ່ານັກເຕະຄົນນີ້ຈະມີຕົວແທນຊື່ດັງເຊັ່ນ ມິໂນ ໄຣໂອລາ ເປັນຕົວແທນກໍຕາມ.
ຫາກມີສະໂມສອນເຕັມໃຈທີ່ຈະຈ່າຍຄ່າຈ້າງໃຫ້ກັບນັກເຕະ ເຂົາຈະກາຍເປັນ 5 ນັກເຕະທີ່ມີລາຍໄດ້ສູງທີ່ສຸດໃນໂລກທັນທີ ຕໍ່ຈາກ ລີໂອເນວ ເມັດຊີ່ ແລະ ເນມ່າ ຂອງ ປາຣີສ, ອັອດສະກ້າ ຂອງ ຊຽງໄຮ້ ພັອດ ແລະ ແກແຮັສ ເບວ ຂອງ ຣຽວ ມາດຣິດ ຕາມລໍາດັບ.