ຕັດຂາດ! ຊິເຢັກ ປະກາດ ບໍ່ຂໍກັບໄປຊ່ວຍທີມຊາດ.


ແນວບຸກຂອງ ສິງຟ້າ ບອກແຈ້ງວ່າຈະບໍ່ກັບໄປຊ່ວຍ ໂມຣັອກໂຄ ອີກ ຫຼັງຈາກມີບັນຫາກັບຄູຝຶກຄົນປັດຈຸບັນຈົນຖືກເມີນຈາກທີມຊາດ.
ຮາຄິມ ຊິເຢັກ ດາວດັງຂອງ ເຊວຊີ ໄດ້ປະກາດຊັດເຈນວ່າຈະບໍ່ກັບຄືນໄປຊ່ວຍທີມຊາກ ໂມຣັອກໂຄ ຫຼັງຈາກມີບັນຫາສ່ວນຕົວກັບ ວາຮິກ ຮາລີຮັອດຊິກ ຜູ້ຈັດການຂອງທີມ.
ແນວບຸກຂອງ ສິງຟ້າ ບໍ່ມີຊື່ຢູ່ໃນທີມຊຸດລຸຍສຶກ ອາຟຣິກາ ຄັຟ 2022, ຂະນະທີ່ ຮາລີຮັອດຊິກ ປະກາດວ່າຈະບໍ່ມີວັນຮຽກ ຊິເຢັກ ກັບຄືນໄປຮ່ວມທີມຊາດ ພ້ອມກັບວິພາກວິຈານພຶດຕິກໍາທີ່ບໍ່ເປັນມືອາຊີບຂອງນັກເຕາະຕ່າງໆນາໆ.
ນັ້ນເຮັດໃຫ້ ຊິເຢັກ ຕັດສິນໃຈຢຸດຕິເສັ້ນທາງກັບທີມຊາດ ແລະ ຂໍທຸ້ມເທທັງໝົດກັບການຊ່ວຍເຫຼືອສະໂມສອນເພື່ອລ່າແຊ້ມ.
ຊິເຢັກ ກ່າວ “ຂ້ອຍເຂົ້າໃຈແຟນບານດີ ແຕ່ຂ້ອຍຈະບໍ່ກັບໄປຕິດທີມຊາດ ການຕັດສິນໃຈຂອງຂ້ອຍຄືທີ່ສຸດແລ້ວ ຂ້ອຍຊັດເຈນກັບເລື່ອງນີ້ເມື່ອເບິ່ງຈາກສະຖານະການທີ່ເກີດຂຶ້ນຢູ່ນັ້ນ ຂ້ອຍຂໍຕັ້ງໃຈກັບສິ່ງທີ່ຂ້ອຍກໍາລັງເຮັດ ນັ້ນແມ່ນສະໂມສອນຂອງຂ້ອຍ”