ລັກລອບຕັດໄມ້ເຂດປ່າສະຫງວນແຫ່ງຊາດ ພູເຂົາຄວາຍ ເປັນເວລາ 1 ປີ ສຸດທ້າຍຖືກຈັບ

ລັກລອບຕັດໄມ້ເຂດປ່າສະຫງວນແຫ່ງຊາດ ພູເຂົາຄວາຍ ເປັນເວລາ 1 ປີ ສຸດທ້າຍຖືກຈັບ - 273967327 1296385494176832 4888299487533277234 n - ລັກລອບຕັດໄມ້ເຂດປ່າສະຫງວນແຫ່ງຊາດ ພູເຂົາຄວາຍ ເປັນເວລາ 1 ປີ ສຸດທ້າຍຖືກຈັບ
ລັກລອບຕັດໄມ້ເຂດປ່າສະຫງວນແຫ່ງຊາດ ພູເຂົາຄວາຍ ເປັນເວລາ 1 ປີ ສຸດທ້າຍຖືກຈັບ - kitchen vibe - ລັກລອບຕັດໄມ້ເຂດປ່າສະຫງວນແຫ່ງຊາດ ພູເຂົາຄວາຍ ເປັນເວລາ 1 ປີ ສຸດທ້າຍຖືກຈັບ

ອີງຕາມຂ່າວສານປ້ອງກັນຄວາມສະຫງົບນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ວັນທີ 9 ກຸມພາ 2022 ຜ່ານມານີ້ , ເຈົ້າໜ້າທີ່ ປກສ ເມືອງປາກງື່ມໄດ້ເຄື່ອນໄຫວລາດຕະເວນຕາມເສັ້ນທາງລຽບພູເຂົາຄວາຍ ພົບເຫັນເປົ້າໝາຍຕັດໄມ້ ຈຶ່ງກັກຕົວຜູ້ຂົນຍ້າຍໄມ້ດັ່ງກ່າວ ຊື່ທ້າວ ສຸກ ອາຍຸ 45 ປີ ກໍາມະກອນ ບ້ານນາໄຊ ເມືອງທ່າພະບາດ ແຂວງບໍລິຄຳໄຊ ພ້ອມຂອງກາງ ລົດກະຕຽນ 1 ຄັນ ຈິ່ງກວດກາພົບເຫັນໄມ້ແຕ້ 17 ຕັບ ຫລື ສອງຄິວ, ຈັກຕັດໄມ້ 1 ເຄື່ອງ, ໂຟນນີ 2 ເຄື່ອງ, ໂທລະສັບ 3 ເຄື່ອງ ແລະ ຢາບ້າ 62 ເມັດ.

ຜ່ານການສອບສວນ ຜູ້ກ່ຽວໃຫ້ການຮັບສາລະພາບວ່າ: ຜ່ານມາເຄື່ອນໄຫວລັກລອບຕັດໄມ້ຢູ່ເຂດປ່າສະຫງວນແຫ່ງຊາດພູເຂົາຄວາຍ 1 ປີ ແລ້ວ ແລະ ເຄື່ອງຂອງກາງທີ່ ເຈົ້າໜ້າທີ່ກວດພົບເຫັນນັ້ນເປັນຂອງຕົນ, ສ່ວນຢາບ້າໄດ້ຊື້ຈາກຊາຍຄົນໜຶ່ງບໍ່ຮູ້ຊື່ ແລະ ທີ່ຢູ່ເພື່ອເອົາມາຈ້າງກຳມະກອນເລື່ອຍໄມ້ ແລະ ຫາມໄມ້ຂຶ້ນລົດໃຫ້.

ລັກລອບຕັດໄມ້ເຂດປ່າສະຫງວນແຫ່ງຊາດ ພູເຂົາຄວາຍ ເປັນເວລາ 1 ປີ ສຸດທ້າຍຖືກຈັບ - Visit Laos Visit SALANA BOUTIQUE HOTEL - ລັກລອບຕັດໄມ້ເຂດປ່າສະຫງວນແຫ່ງຊາດ ພູເຂົາຄວາຍ ເປັນເວລາ 1 ປີ ສຸດທ້າຍຖືກຈັບ

ປັດຈຸບັນເຈົ້າໜ້າທີ່ພວມເລັ່ງຂະຫຍາຍຜົນຫາກຸ່ມແກ້ງພັກພວກຮ່ວມ ຂະບວນຄ້າຂາຍຢາເສບຕິດ ແລະ ລັກລອບຕັດໄມ້ຢູ່ເຂດປ່າສະຫງວນແຫ່ງຊາດພູເຂົາຄວາຍ ເພື່ອມາດຳເນີນຄະດີຕາມກົດໝາຍ.

ລັກລອບຕັດໄມ້ເຂດປ່າສະຫງວນແຫ່ງຊາດ ພູເຂົາຄວາຍ ເປັນເວລາ 1 ປີ ສຸດທ້າຍຖືກຈັບ - 4 - ລັກລອບຕັດໄມ້ເຂດປ່າສະຫງວນແຫ່ງຊາດ ພູເຂົາຄວາຍ ເປັນເວລາ 1 ປີ ສຸດທ້າຍຖືກຈັບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!