ລີດ ຢູໄນເຕັດ ສັ່ງປົດ ບີເອລຊາ ອອກຈາກຜູ້ຈັດການທີມ




ລີດ ຢູໄນເຕັດ ອົດທົນບໍ່ໄດ້ ຈັດການສັ່ງປົດ ມາເຊໂລ ບິເອລຊາ ອອກຈາກຕຳແຫນ່ງຜູ້ຈັດການທີມຮຽບຮ້ອຍແລ້ວ ຫລັງຈາກພາທີມສ້າງຜົນງານຕົກຕຳ່ຈົນສ່ຽງຕໍ່ການຕົກຊັ້ນ.
ລີດ ຢູໄນເຕັດ ທີມດັງແຫ່ງພຣີເມຍລີກ ອັງກິດ ຕັດສິນໃຈສັ່ງປົດ ມາເຊໂລ ບິເອລຊາ ຜູ້ຈັດການທີມຊາວອາເຈນຕີນາ ພົ້ນຈາກຕຳແຫນ່ງຜູ້ຈັດການທີມແລ້ວ ຫລັງພາຕົ້ນສັງກັດສ້າງຜົນງານໄດ້ຢ່າງຫນ້າຜິດຫວັງໃນລະດູການນີ້.
ບິເອລຊາ ອາຍຸ 66 ປີ ຖືກປົດຕຳແຫນ່ງ ຫລັງພາທີມລົງສະຫນາມໄປເສຍໃຫ້ ທັອດແນມ ຮັອດສະເປີ ຢ່າງຂາດລອຍຄາສະຫນາມຕົນເອງ 0-4 ເມື່ອວັນເສົາທີ່ຜ່ານມາ ສົ່ງຜົນໃຫ້ ລີດ ເສຍໄປເຖິງ 5 ຈາກ 6 ນັດຫລັງສຸດໃນພຣີເມຍລີກ ຈົນອັນດັບຕົກໄປຢູ່ອັນດັບທີ 16 ມີຄະແນນເຫນືອທີມຕົກຊັ້ນພຽງ 2 ຄະແນນ ແລະຍັງມີຕາຕະລາງແຂ່ງຂັນຫລາຍກວ່າ ເບີນລີ ທີມອັນດັບທີ 18 ເຖິງ 2 ເກມ ແລະລົງຫລິ້ນຫລາຍກວ່າ ເອຟເວີຕັນ ທີມອັນດັບ 17 ຢູ່ 3ນັດ.
ອັນເດຣຍ ຣາດຣີດຊານີ ປະທານສະໂມສອນ ລີດ ກ່າວວ່າ : ‘‘ ນີ້ເປັນການຕັດສິນໃຈທີ່ຍາກທີ່ສຸດທີ່ຂ້ອຍຕ້ອງເຮັດຕະຫລອດໄລຍະເວລາຂອງຂ້ອຍທີ່ ລີດ ຢູໄນເຕັດ ເມື່ອພິຈາລະນາຈາກຄວາມສຳເລັດທີ່ ມາເຊໂລ ມີທີ່ສະໂມສອນແຫ່ງນີ້ ແນວໃດກໍຕາມຂ້ອຍຈຳເປັນຕ້ອງເຮັດເພື່ອປະໂຫຍດສູງສຸດຂອງສະໂມສອນ ’’.
ຂ້ອຍເຊື່ອວ່າ : ‘‘ ເຮົາຈຳເປັນຕ້ອງປ່ຽນເພື່ອຮັກສາສະຖານະໃນພຣີເມຍລີກໃຫ້ປອດໄພ ຂ້ອຍຮູ້ສຶກວ່າ ນີ້ຄືເວລາທີ່ເຫມາະສົມທີ່ເຮົາຈະດຶງຜູ້ຈັດການທີມຄົນໃຫມ່ເຂົ້າມາ ຂ້ອຍ ແລະ ຸທຸກຄົນໃນສະໂມສອນຂໍຂອບໃຈ ມາເຊໂລ ສຳລັບຜົນງານ ແລະ ຄວາມສຳເລັດຂອງລາວ ເຮົາຂໍອວຍພອນໃຫ້ລາວໂຊກດີໃນອະນາຄົດ ຜູ້ບໍລິຫານສະໂມສອນ ເອລແລນ ໂຣດ ກ່າວປິດທ້າຍ ’’.