ກົມນະໂຍບາຍ ກະຊວງການເງິນ ສຳມະນາ ພັດທະນາລະບົບຕິດຕາມ ແລະ ປະເມີນຜົນ


ວັນທີ 25 ກຸມພາ 2022 ໜ່ວຍງານຈັດຕັ້ງປະຕິບັດໂຄງການ, ກົມນະໂຍບາຍການເງິນ ໄດ້ຈັດກອງປະຊຸມ ວິຊາການ ກ່ຽວກັບການພັດທະນາລະບົບຕິດຕາມ ແລະ ປະເມີນຜົນ ໂດຍການເຂົ້າຮ່ວມ ຂອງ ທ່ານ ນາງ ພິລານີ ພິດສະໄໝ ຮອງຫົວໜ້າກົມນະໂຍບາຍການເງິນ, ພາຍໃຕ້ໂຄງການປະຕິຮູບການເງິນແຫ່ງລັດ, ມີຫົວໜ້າແນກ-ຮອງຫົວພະແນກ ພະນັກງານຫຼັກແຫຼງກົມຍະໂຍບາຍການເງິນເຂົ້າຮ່ວມ.


ໃນກອງປະຊຸມ ຍັງໄດ້ຮັບຟັງການນຳສະເໜີ ສະພາບລວມຂອງໂຄງການປະຕິຮູບການເງິນແຫ່ງລັດ, ຄວາມຄືບໜ້າການຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ຄວາມສຳຄັນຂອງວຽກງານຕິດຕາມ ແລະ ປະເມີນຜົນ, ການພັດທະນາລະບົບຕິດຕາມ ແລະ ປະເມີນຜົນ, ຂັ້ນຕອນໃນການພັດທະນາລະບົບຕິດຕາມ ແລະ ປະເມີນຜົນ, ທິດສະດີທີ່ໃຊ້ການພັດທະນາລະບົບຕິດຕາມ ແລະ ປະເມີນຜົນ, ການສ້າງລະບົບຕິດຕາມ ແລະ ປະເມີນຜົນໃຫ້ສອດຄ່ອງກັບ ວິໄສທັດ ຮອດປີ 2030 ແລະ ຍຸດທະສາດພັດທະນາການເງິນແຫ່ງລັດຮອດປີ 2025.
ທິດທາງແຜນການໃນຕໍ່ໜ້າ ຍັງໄດ້ພ້ອມກັນແລກປ່ຽນຄວາມຄິດເຫັນ, ໃຫ້ມີການແຕ່ງຕັ້ງຄະນະຮັບຜິດຊອບ, ໜ່ວຍງານ ຫຼື ພະແນກໃດທີ່ຈະຮັບຜິດຊອບວຽກ M&E ໂດຍສະເພາະ, ໃຫ້ມີການກໍານົດເປົ້າໝາຍຂອງວຽກ ແລະ ກົມທີ່ມີສ່ວນຮ່ວມທີ່ຊັດເຈນໃນການຕິດຕາມ ແລະ ປະເມີນຜົນ, ໃຫ້ມີການປືກສາຫາລືຮ່ວມກັບກົມທີ່ມີສ່ວນຮ່ວມ ເພື່ອກຳນົດຊື່ຕົວຊີ້ວັດ ແລະ ຂໍ້ມູນຖານ, ໃຫ້ມີການອອກແບບເຄື່ອງມື, ແບບຟອມຕ່າງໆເພື່ອຮັບໃຊ້ວຽກ M&E ຮ່ວມກັບກົມທີ່ມີສ່ວນຮ່ວມ, ໃຫ້ມີການກຳນົດເວລາຮອບວຽນເພື່ອກະກຽມບົດລາຍງານຄວາມຄືບໜ້າແຕ່ລະໄລຍະ, ເອົາໃຈໃສ່ບາດກ້າວເພື່ອພັດທະນາລະບົບຕິດຕາມ ແລະ ປະເມີນຜົນຄະນະຮັບຜິດຊອບນຳອີກ.