ປກສ ແຂວງນໍ້າທາ ພົບຄວາມຫຍຸ້ງຍາກຢູ່ແຂວງຫຼວງນ້ຳທາ ທີ່ເສັ້ນທາງຜ່ານລົດໄຟ ລາວ- ຈີນ

- 274988215 939991816685207 6778109179539347906 n 1 - ປກສ ແຂວງນໍ້າທາ ພົບຄວາມຫຍຸ້ງຍາກຢູ່ແຂວງຫຼວງນ້ຳທາ ທີ່ເສັ້ນທາງຜ່ານລົດໄຟ ລາວ- ຈີນ
- kitchen vibe - ປກສ ແຂວງນໍ້າທາ ພົບຄວາມຫຍຸ້ງຍາກຢູ່ແຂວງຫຼວງນ້ຳທາ ທີ່ເສັ້ນທາງຜ່ານລົດໄຟ ລາວ- ຈີນ

ເສັ້ນທາງລົດໄຟລາວ-ຈີນ ເລີ່ມແຕ່ບໍ່ເຕ່ນ ຫາ ນະຄອນຫຼວງວຽງຈັນ ມີຄວາມຍາວທັງໝົດ 409 ກິໂລແມັດ; ສະເພາະແລວທາງລົດໄຟຜ່ານແຂວງຫຼວງນ້ຳທາ ມີຄວາມຍາວທັງໝົດ 16,9 ກິໂລແມັດມີ 2 ສະຖານີຄື: ສະຖານີບໍ່ເຕ່ນ ແລະ ສະຖານີນາເຕີຍ; ພາຍຫຼັງເສັ້ນທາງລົດໄຟໄດ້ເປີດນໍາໃຊ້ຢ່າງເປັນທາງການ ເຈົ້າໜ້າທີ່ກອງບັນຊາ ການ ປກສ ແຂວງຫຼວງນໍ້າທາ ເວົ້າລວມ, ເວົ້າສະເພາະ ກໍຄືກໍາລັງຕໍາຫຼວດລົດໄຟພວກເຮົາພວມພົບໃນສະພາບປະຈຸບັນ ແລະ ມີຫຼາຍສາເຫດທີ່ ພົບຄວາມຫຍຸ້ງຍາກ.

ພັທ ບຸນຮັກ ເຢີມມະລີ ຫົວໜ້າຫ້ອງການກອງບັນຊາການ, ຄະນະກອງເສນາຊ່ວຍວຽກຂັ້ນແຂວງຫຼວງນໍ້າທາ ກ່າວວ່າ: ຫຼັງຈາກເສັ້ນທາງລົດໄຟລາວ-ຈີນສ້າງສໍາເລັດ ແລະ ເປີດນໍາໃຊ້ຢ່າງເປັນທາງການມາເຖິງປັດຈຸບັນແຂວງຫຼວງນໍ້າທາ ຂອງພວກເຮົາຍັງມີຄວາມຫຍຸ້ງຍາກຕໍ່ກັບການແກ້ໄຂສະພາບປະຊາຊົນທີ່ຖືກຜົນກະທົບໃນການກໍ່ສ້າງເສັ້ນທາງລົດໄຟ, ຍັງມີປະຊາຊົນຈຳນວນໜຶ່ງສ້າງກະແສປັ່ນປ່ວນ, ຮຽກຮ້ອງຄ່າຊົດເຊີຍ, ນໍາພາປະຊາຊົນຂັດດ້ານບໍ່ຍອມຍ້າຍໄປຢູ່ບ້ານຈັດສັນທີ່ທາງບໍລິສັດໄດ້ກໍ່ສ້າງໄວ້; ບັນຫາການເຂົ້າລ່ວງເຂດສະຫງວນທາງລົດໄຟຂອງປະຊາຊົນລຽບຕາມແລວທາງລົດໄຟເພື່ອໄປສວນ, ໄປເຂດທຳການຜະລິດຕ່າງໆ ແລະ ສັດລ້ຽງຂອງປະຊາຊົນ ຍັງມີກໍລະນີຕ່າງໆເກີດຂຶ້ນແຕ່ສ່ວນໃຫຍ່ແມ່ນເກີດຂຶ້ນຢູ່ຫ່າງໄກຈາກສະຖານີ; ຢູ່ສະຖານີລົດໄຟບໍ່ເຕ່ນ ແລະ ນາເຕີຍ ຂອດປະສານ ງານລະຫວ່າງເຈົ້າໜ້າທີ່ພວກເຮົາກັບພະນັກງານບໍລິສັດທາງລົດໄຟຈີນ ຍັງພົບຄວາມຫຍຸ້ງຍາກ ເນື່ອງຈາກພະນັກງານບໍລິສັດຍັງບໍ່ທັນເຫັນບົດບາດຄວາມສຳຄັນຂອງເຈົ້າໜ້າທີ່ພວກເຮົາ, ຍັງ ຫ່າງເຫີນການພົວພັນ, ການຮ່ວມມື ແລະ ມີລັກສະນະເມີນເສີຍຕໍ່ການສະເໜີຕ່າງໆຂອງເຈົ້າໜ້າທີ່ຕໍາຫຼວດລົດໄຟພວກເຮົາ.

- 274933895 939991883351867 1021654642531021920 n 1024x768 - ປກສ ແຂວງນໍ້າທາ ພົບຄວາມຫຍຸ້ງຍາກຢູ່ແຂວງຫຼວງນ້ຳທາ ທີ່ເສັ້ນທາງຜ່ານລົດໄຟ ລາວ- ຈີນ

ນອກນີ້, ການຕອບສະໜອງຫ້ອງການເຮັດວຽກ ແລະ ບ່ອນພັກເຊົາໃຫ້ເຈົ້າໜ້າທີ່ຕໍາຫຼວດລົດໄຟຢູ່ສະຖານີລົດໄຟຍັງບໍ່ທັນພຽງພໍກັບສະພາບຕົວຈິງ, ໃນລະຍະຜ່ານມາທາງບໍລິສັດໄດ້ປະຊຸມຮ່ວມກັບພາກສ່ວນກ່ຽວຂ້ອງຂອງຝ່າຍລາວ ແລະ ໄດ້ຕົກລົງມອບຫໍພັກໃຫ້ເຈົ້າໜ້າທີ່ພວກເຮົາ, ແຕ່ໃນຕົວຈິງທາງພະນັກງານບໍລິສັດທີ່ຮັບຜິດຊອບຢູ່ສະຖານີລົດໄຟມອບຫ້ອງພັກ ໃຫ້ພຽງບາງຫ້ອງເຮັດໃຫ້ບ່ອນພັກເຊົາຂອງເຈົ້າໜ້າທີ່ພວກເຮົາບໍ່ພຽງພໍ; ຢູ່ສະຖານີລົດໄຟທັງ 2 ສະຖານີຍັງບໍ່ທັນມີໂຕະຕັ່ງ, ອຸປະກອນເຕັກນິກຕ່າງໆໃນການຮັບໃຊ້ແກ້ໄຂວຽກວິຊາສະເພາະ, ບໍ່ມີຕຽງນອນ, ບ່ອນຄົວກິນ, ພາ ຫະນະຮັບໃຊ້ ແລະອື່ນໆບໍ່ພຽງພໍ; ການເຄື່ອນໄຫວແກ້ໄຂວຽກງານວິຊາສະເພາະຕ່າງໆ ແລະ ການແກ້ໄຂຊີວິດ ການເປັນຢູ່ຂອງພະນັກງານທີ່ປະຕິບັດໜ້າທີ່ຢູ່ ສະຖານີລົດໄຟ ພວກເຮົາຍັງບໍ່ທັນສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງສະພາບຕົວຈິງຍ້ອນມີຄວາມຫຍຸ້ງຍາກທາງດ້ານງົບປະມານ; ພະນັກງານທໍາຫຼວດລົດໄຟສ່ວນໃຫຍ່ຍັງບໍ່ທັນເຂົ້າໃຈດີຕໍ່ພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດຂອງຕົນ ເຮັດໃຫ້ພະນັກງານຈໍານວນໜຶ່ງຍັງລັງເລີຍຕໍ່ການປະຕິບັດໜ້າວຽກງານທີ່ຂອງຕົນ.

ພັທ ບຸນຮັກ ເຢີມມະລີ ກ່າວຕື່ມວ່າ: ເພື່ອເຮັດໃຫ້ວຽກງານປ້ອງກັນທາງລົດໄຟລາວ-ຈີນ ຢູ່ ແຂວງຫຼວງນໍ້າທາ ມີຄາວມສະດວກ ແລະ ຮັບປະກັນໄດ້ຄວາມປອດໄພໄດ້ເປັນຢ່າງດີ, ຈຶ່ງສະເໜີໃຫ້ທາງກົມຕຳຫຼວດລົດໄຟເປັນໃຈກາງປະສານງານກັບບໍລິສັດກ່ຽວຂ້ອງ ແລະ ພະນັກງານຂອງບໍລິສັດທີ່ປະຈຳຢູ່ແຕ່ລະສະຖານີໃຫ້ເພີ່ມ ທະວີການຮ່ວມມືປະສານງານ ແລະ ອຳ ນວຍຄວາມສະດວກໃນການເຄື່ອນໄຫວປະຕິບັດໜ້າທີ່ຂອງຕຳຫຼວດລົດໄຟ ໃຫ້ຫຼາຍຂຶ້ນກວ່າເກົ່າ ແລະ ຖ້າເປັນໄປໄດ້ສະເໜີໃຫ້ທາງບໍລິສັດຊ່ວຍຕອບສະໜອງທາງດ້ານອຸປະກອນເຕັກນິກຕ່າງໆ ເພື່ອຮັບໃຊ້ໃຫ້ແກ່ວຽກງານປ້ອງກັນຄວາມສະຫງົບ ແລະ ທີ່ສໍາຄັນຍາກໃຫ້ກົມຕໍາຫຼວດທາງລົດໄຟ ເປີດການຝຶກອົບຮົມໃຫ້ເຈົ້າໜ້າທີ່ຕຳຫຼວດ ລົດໄຟຢູ່ແຂວງຫຼວງນໍ້າທາ ເພື່ອເຮັດໃຫ້ພະນັກງານທີ່ປະຕິບັດຕົວຈິງມີຄວາມຮູ້ຄວາມສາມາດໃນ ການປະຕິບັດໜ້າທີ່ີດັ່ງກ່າວໃຫ້ດີຂຶ້ນກວ່າເກົ່າ.

ຂ່າວຈາກ: ຄວາມສະຫງົບ Lao Security News

- 5 - ປກສ ແຂວງນໍ້າທາ ພົບຄວາມຫຍຸ້ງຍາກຢູ່ແຂວງຫຼວງນ້ຳທາ ທີ່ເສັ້ນທາງຜ່ານລົດໄຟ ລາວ- ຈີນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!