ໂຄງການພັດທະນາຊົນລະກະເສດ ແລະ ຊົນນະບົດຮອບດ້ານ ເມືອງສອງຄອນ ແລະ ເມືອງຈໍາພອນ ໄດ້ຮັບທຶນກູ້ຢືມ 9 ລ້ານກວ່າໂດລາ
March 29, 2022 - 3:30 PM

ກອງປະຊຸມຄະນະຊີ້ນໍາຂັ້ນສູນກາງ ແລະ ຂັ້ນແຂວງ ໂຄງການພັດທະນາຊົນລະກະເສດ ແລະ ຊົນນະບົດຮອບດ້ານແຂວງສະຫວັນນະເຂດ ໄດ້ຈັດຂຶ້ນຫວ່າງບໍ່ດົນມານີ້ ທີ່ໂຮງແຮມຮຸ່ງທິບ ນະຄອນໄກສອນ ພົມວິຫານ ໂດຍການເປັນປະທານຮ່ວມຂອງ ທ່ານ ວຽງທະວີສອນ ເທບພະຈັນ ຮອງເຈົ້າແຂວງສະຫວັັນນະເຂດ ແລະ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ມີບັນດາທ່ານຫົວໜ້າກົມ, ຮອງກົມ ແລະ ວິຊາການທີ່ກ່ຽວຂ້ອງທີ່ມາຈາກກະຊວງກະສິກໍາ-ປ່າໄມ້, ກະຊວງແຜນການ-ການລົງທຶນ ແລະ ກະຊວງການເງິນ, ຈາກນີ້ ກໍມີຫົວໜ້າພະແນກກະສິກໍາ-ປ່າໄມ້ແຂວງ, ເຈົ້າເມືອງຈໍາພອນ, ຮອງເຈົ້າເມືອງສອງຄອນ ແລະ ບັນດາຫົວໜ້າຫ້ອງການກະສິກຳ-ປ່າໄມ້ເມືອງ, ຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ໂອກາດນີ້, ທ່ານ ວຽງທະວີສອນ ເທບພະຈັນ ໄດ້ໃຫ້ກຽດກ່າວມີຄໍາເຫັນວ່າ: ໂຄງການພັດທະນາຊົນລະກະເສດ ແລະ ຊົນນະບົດຮອບດ້ານ ແຂວງສະຫວັນນະເຂດ ເປັນໂຄງການໜຶ່ງທີ່ຈະປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍຍຸດທະສາດພັດທະນາກະສິກໍາ ຮອດປີ 2025 ແລະວິໄສທັດຮອດປີ 2030 ເວົ້າສະເພາະແມ່ນແຜນງານຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າກະສິກຳຫັນເປັນທັນສະໄໝ. ກອງປະຊຸມຄັ້ງນີ້ຍັງເປັນການພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາຄິດຄໍາເຫັນ ໃຫ້ມີຄວາມສົມບູນຄົບຖ້ວນ ເພື່ອນໍາສະເໜີການນໍາກະຊວງກະສິກໍາ ແລະ ປ່າໄມ້ ພິຈາລະນາສະເໜີຕໍ່ຫາກະຊວງການເງິນ ສົ່ງຕໍ່ຫາທະນາຄານຂາອອກ-ຂາເຂົ້າ ສ ເກົາຫຼີ ອະນຸມັດຕາມລະບຽບການຕໍ່ໄປ ຊຶ່ງໃນສະພາບທີ່ມີການປ່ຽນແປງດິນຟ້າອາກາດ, ການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການເໜັງຕີງຂອງອັດຕາເງິນເຟີ້ ເຮັດໃຫ້ບັນດາວັດສະດຸກໍ່ສ້າງ, ນໍ້າມັນເຊື້ອໄຟຂຶ້ນສູງເປັນປະຫວັດການ, ດັ່ງນັ້ນ ເພື່ອບັນລຸຈຸດປະສົງຄາດໝາຍ ແລະ ເນື້ອໃນຕ່າງໆຂອງກອງປະຊຸມໃນຄັ້ງນີ້ ແລະ ເພື່ອເຮັດໃຫ້ການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂຄງການໄດ້ຮັບຜົນ ດີ, ຮຽກຮ້ອງໃຫ້ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມທັງໝົດ ພ້ອມກັນຍົກສູງຄວາມຮັບຜິດຊອບ ສຸມສະຕິປັນຍາຄົ້ນຄວ້າປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ມີຄວາມຮັບຜິດຊອບສູງ ເພື່ອແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດໂຄງການດັ່ງກ່າວໃຫ້ໄດ້ຮັບຜົນສຳເລັດເປັນຢ່າງສູງ.
ຈາກນັ້ນ, ໃນພິທີ ບັນດາຊ່ຽວຊານ ແລະ ຜູ້ປະສານງານໂຄງການກໍໄດ້ມີການລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ, ລາຍງານຜົນຂອງການກວດກາຄຸນະພາບການກໍ່ສ້າງ ແລະແຜນການກໍ່ສ້າງ, ນໍາສະເໜີ ແລະ ຄົ້ນຄວ້າແຜນງົບປະມານການກໍ່ສ້າງ, ແຜນກິດຈະກໍາບັນດາໜ້າວຽກພາກຂະຫຍາຍຂອງໂຄງການ. ໂຄງການພັດທະນາຊົນລະກະເສດ ແລະ ຊົນນະບົດຮອບດ້ານເຂດທີ່ຕັ້ງຢູ່ທີ່ເມືອງສອງຄອນ ແລະ ເມືອງຈໍາພອນ ໂດຍໄດ້ຮັບທຶນກູ້ຢືມຈາກທະນາຄານຂາອອກ-ຂາເຂົ້າ ສ ເກົາຫຼີ ຊຶ່ງມາຮອດເດືອນກຸມພາ ປີ 2022 ໂຄງການສາມາດປະຕິບັດຕົວຈິງໄດ້ 35,77% ເທົ່າກັບ 9 ລ້ານກວ່າໂດລາ ຂອງມູນຄ່າສັນຍາ, ເມື່ອທຽບໃສ່ແຜນການກໍ່ສ້າງປັດຈຸບັນທີ່ທາງບໍລິສັດຜູ້ຮັບເໝົາໄດ້ວາງໄວ້ແມ່ນ 60,03% ຊຶ່ງເຫັນວ່າຫຼຸດແຜນກໍ່ສ້າງທີ່ວາງໄວ້ -24,26% ແລະ ເມື່ອທຽບໃສ່ສັນຍາຮັບເໝົາກໍ່ສ້າງຂອງໄລຍະ 36 ເດືອນ ຫຼື 100% ແມ່ນຍັງຄ້າງ 64,23%, ໃນນີ້ ການກໍ່ສ້າງຄອງເໝືອງ ແລະ ອາຄານ ສໍາເລັດ 77,27% ແລະ ຫົວງານຈັກສູບນໍ້າປະຕິບັດໄດ້ 42,06%, ສ່ວນມູນຄ່າທີ່ເຫຼືອເປັນວຽກຈັດຊື້ປະຕູນໍ້າ, ຈັກສູບນໍ້າ, ລະບົບທໍ່ສົ່ງນໍ້າ, ລະບົບໄຟຟ້າ, ກົນຈັກກະສິກໍາ ແລະ ໂຮງສີເຂົ້າ ແມ່ນຕ້ອງໄດ້ຈັດຊື້ຈາກຕ່າງປະເທດ ມູນຄ່າຕາມສັນຍາແມ່ນ 8,69 ລ້ານກວ່າໂດລາ ເທົ່າກັບ 34,5%. ສຳລັບລະບົບຄອງຊົນລະປະທານເມືອງຈໍາພອນ ປະກອບມີຄອງເໝືອງທັງໝົດ 6 ເສັ້ນ. ມາຮອດປັດຈຸບັນ, ໄດ້ປະຕິບັດວຽກຂຸດດິນ-ຖົມດິນ, ກໍ່ສ້າງວຽກຄອນກຣີດຄອງເໝືອງ ແລະ ອາຄານຕາມຄອງເໝືອງ ມີຄວາມຄືບໜ້າໃນການຈັດຕັ້ງປະຕິບັດ 9,39%, ເພີ່ມຂຶ້ນຈາກເດືອນກ່ອນ 0,46%, ສ່ວນເມືອງສອງຄອນ ໄດ້ປະຕິບັດໜ້າວຽກກໍ່ສ້າງຄອງເໝືອງໄດ້ທັງໝົດ 12 ເສັ້ນ, ເທົ່າກັບ 10,08%, ເພີ່ມຂຶ້ນຈາກເດືອນກ່ອນ 0,26%. ນອກຈາກນີ້, ຜູ້ທີ່ເຂົ້າຮ່ວມໃນກອງປະຊຸມຍັງໄດ້ມີການປະກອບຄຳຄິດຄຳເຫັນຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງ ກ່ຽວກັບການຈັດຕັ້ງປະຕິບັດໂຄງ ການໃນໄລຍະຜ່ານມາ ພ້ອມທັງໄດ້ມີການປຶກສາຫາລືໃນວຽກເພີ່ມຂອງໂຄງການນຳອີກ.