ປະເພນີຈູດບັ້ງໄຟບູຊາທາດນາງສາມຜິວ​ ເອກະລັກໜຶ່ງຂອງຊາວເມືອງທົ່ງມີໄຊ ແຂວງໄຊຍະບູລີ

ປະເພນີຈູດບັ້ງໄຟບູຊາທາດນາງສາມຜິວ​ ເອກະລັກໜຶ່ງຂອງຊາວເມືອງທົ່ງມີໄຊ ແຂວງໄຊຍະບູລີ - e12a78bd cf79 4da2 95bf e70d69eca70d - ປະເພນີຈູດບັ້ງໄຟບູຊາທາດນາງສາມຜິວ​ ເອກະລັກໜຶ່ງຂອງຊາວເມືອງທົ່ງມີໄຊ ແຂວງໄຊຍະບູລີ
ປະເພນີຈູດບັ້ງໄຟບູຊາທາດນາງສາມຜິວ​ ເອກະລັກໜຶ່ງຂອງຊາວເມືອງທົ່ງມີໄຊ ແຂວງໄຊຍະບູລີ - kitchen vibe - ປະເພນີຈູດບັ້ງໄຟບູຊາທາດນາງສາມຜິວ​ ເອກະລັກໜຶ່ງຂອງຊາວເມືອງທົ່ງມີໄຊ ແຂວງໄຊຍະບູລີ

ເມືອງທົ່ງມີໄຊ​ ເປັນເມືອງທີ 10 ຂອງແຂວງໄຊຍະບູລີ ມີຊາຍແດນຕິດກັບ ເມືອງປາກ​ລາຍ,​ ເມືອງພຽງ ແລະ​ ຈັງຫວັດອຸດຕຣະດິດ -​ຈັງຫວັດ​ນ່າ​ນ​ ປະເທດໄທ​ ຊາວເມືອງທົ່ວມີໄຊສະຫຼອງບຸນປີໃໝ່ລາວ ຫຼື ບຸນກຸດ(ຕຣຸດ) ສົງການເປັນເວລາ 9 ມື້ ແລະ ສະຫຼອງຈູດບັ້ງໄຟບູຊາທາດນາງສາມຜິວອີກມື້ໜຶ່ງລວມເປັນ 10 ມື້.

ບຸນທາດນາງສາມຜິວເປັນປະເພນີຂອງຊາວເມືອງທົ່ງ ເຊິ່ງໄດ້ປະຕິບັດສືບໆຕໍ່ກັນມາຢ່າງບໍ່ໄດ້ຂາດ ຈົນກາຍເປັນເອກະລັກທີ່ເອກອ້າງສະເພາະຕົວ.

ປະເພນີຈູດບັ້ງໄຟບູຊາທາດນາງສາມຜິວ​ ເອກະລັກໜຶ່ງຂອງຊາວເມືອງທົ່ງມີໄຊ ແຂວງໄຊຍະບູລີ - 21ab945b 2b86 4afc 9c55 8baeef779c6a - ປະເພນີຈູດບັ້ງໄຟບູຊາທາດນາງສາມຜິວ​ ເອກະລັກໜຶ່ງຂອງຊາວເມືອງທົ່ງມີໄຊ ແຂວງໄຊຍະບູລີ

ທຸກໆປີເມື່ອບຸນທາດນາງສາມຜິວມາເຖິງ ຊາວເມືອງທົ່ງມີໄຊມັກພາກັນມາຈູດບັ້ງໄຟສະຫຼອງຢູ່ດົງທາດນາງສາມຜິວ ປະຊາຊົນຈຶ່ງມັກເອີ້ນວ່າ ບຸນທາດ, ບຸນຈູດທາດ (ຈູດບັ້ງໄຟບູຊາທາດ) ເຊິ່ງບຸນດັ່ງກ່າວນີ້ຖືວ່າເປັນບຸນບັ້ງໄຟຂອງເມືອງທົ່ງມີໄຊໄປໃນຕົວ.

ປະເພນີຈູດບັ້ງໄຟບູຊາທາດນາງສາມຜິວ​ ເອກະລັກໜຶ່ງຂອງຊາວເມືອງທົ່ງມີໄຊ ແຂວງໄຊຍະບູລີ - Visit Laos Visit SALANA BOUTIQUE HOTEL - ປະເພນີຈູດບັ້ງໄຟບູຊາທາດນາງສາມຜິວ​ ເອກະລັກໜຶ່ງຂອງຊາວເມືອງທົ່ງມີໄຊ ແຂວງໄຊຍະບູລີ

ການຈູດບັ້ງໄຟບູຊາທາດນາງສາມຜິວນີ້ແມ່ນມີຄວາມເຊື່ອມາຈາກສະໄໝສົງຄາມ ແລະສະໄໝເສິກສາມໝູ່ບ້ານ ເຫຼົ່າທະຫານໄດ້ມາຂໍບະບົນໄວ້ ແລ້ວໄປເສິກ ພວກເຂົາກັບມາຢ່າງຢູ່ລອດປອດໄພ ຈຶ່ງໄດ້ຈູດບັ້ງໄຟແກ້ບົນ ຈົນກາຍເປັນປະເພນີດັ່ງທີ່ເຫັນ.

ປະເພນີຈູດບັ້ງໄຟບູຊາທາດນາງສາມຜິວ​ ເອກະລັກໜຶ່ງຂອງຊາວເມືອງທົ່ງມີໄຊ ແຂວງໄຊຍະບູລີ - b345e876 6d41 4c2d 8fd4 15e6935bf38e - ປະເພນີຈູດບັ້ງໄຟບູຊາທາດນາງສາມຜິວ​ ເອກະລັກໜຶ່ງຂອງຊາວເມືອງທົ່ງມີໄຊ ແຂວງໄຊຍະບູລີ

ສະໄໝປັດຈຸບັນ ເຖິງແມ່ນວ່າບໍ່ໄດ້ໄປເສິກແລ້ວກໍຕາມ ແຕ່ຊາວເມືອງທົ່ງຍັງມີການບະບົນໃຫ້ກັບລູກເຕົ້າທີ່ໄປຮໍ່າຮຽນ, ໄປເອົາຜົວ-ເມຍ, ໄປຄ້າຂາຍຢູ່ບ້ານອື່ນເມືອງໄກ ໃຫ້ປະສົບຜົນສຳເລັດຢ່າງຈົບງາມ.

ບັ້ງໄຟທີ່ຈູດແມ່ນບັ້ງໄຟພັນ (ນໍ້າໜັກໝື້ 1 ກິໂລກຣາມ) ແຕ່ລະປີທີ່ຈູດບໍ່ຫຼຸດ 2.000 ບັ້ງ (ປັດຈຸບັນບໍ່ສະເພາະແຕ່ຊາວເມືອງທົ່ງເທົ່ານັ້ນ).

ການຈູດແມ່ນເຮັດຮ້ານຂຶ້ນເທິງ ຜູ້ຈູດຕ້ອງໄດ້ໄປເກືອກໜອງ ຂີ້ຕົມ ໂດຍເອີ້ນຕົນເອງວ່າ “ຜີຂົນ” ແລ້ວມາຂາບສີ່ແຈທາດນາງສາມຜິວ ວຽນແຕ່ຂວາຫາຊ້າຍ ແລ້ວເວົ້າວ່າ : “ສີ້ ສີ້ …” ຕະຫຼອດເວລາໃນການເຮັດໜ້າທີ່ (ຕາມຕຳນານເລົ່າວ່ານາງສາມຜິວເສຍຊີວິດໃນຂະນະຮ່ວມເພດ) ແລະ​ ຕ້ອງເປັນຜູ້ຈູດຕໍ່ເນື່ອງກັນສາມປີ.

ການຈູດບັ້ງໄຟມີເກນການສ່ຽງທາຍ ດັ່ງນີ້:
– ບັ້ງໄຟບັ້ງໃດຂຶ້ນຊື່ຈົນສຸດ ຖືວ່າດີ ປະສົບຜົນສຳເລັດ
– ບັ້ງໄຟບັ້ງຂຶ້ນໄປໄກແລ້ວແຕກ ຖືວ່າດີແຕ່ຍັງບໍ່ສົມບູນ
– ບັ້ງໄຟບັ້ງໃດຂຶ້ນເຄິ່ງໜຶ່ງແລ້ວແຕກ ແມ່ນຍັງບໍ່ດີ
– ບັ້ງໃດແຕກແຕ່ຕົ້ນ ແມ່ນບໍ່ດີເທົ່າທີ່ຄວນ
– ບັ້ງໃດຂຶ້ນຫັນແມ່ນຍັງສັບສົນ ແຕ່ຊີວິດສະໜຸກສະໜານ
– ບັ້ງໃດສັກລົງລຸ່ມແມ່ນຍັງຈະຕົກຕໍ່າໄປອີກ

ເຖິງຢ່າງໃດກໍດີ ທຸກໆຄົນທີ່ເອົາບັ້ງໄຟມາຈູດກໍເຊື່ອວ່າທຸກໆບັ້ງທີ່ເອົາມາແມ່ນດີທຸກບັ້ງ ເພາະເອົາມາດ້ວຍຄວາມເຕັມໃຈ ແລະສັດທາຕໍ່ທາດນາງສາມຜິວ.

ປະເພນີຈູດບັ້ງໄຟບູຊາທາດນາງສາມຜິວ​ ເອກະລັກໜຶ່ງຂອງຊາວເມືອງທົ່ງມີໄຊ ແຂວງໄຊຍະບູລີ - 3 - ປະເພນີຈູດບັ້ງໄຟບູຊາທາດນາງສາມຜິວ​ ເອກະລັກໜຶ່ງຂອງຊາວເມືອງທົ່ງມີໄຊ ແຂວງໄຊຍະບູລີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!