6 ເດືອນຕົ້ນປີ 2022 ຈຳປາສັກ ສູ້ຊົນໃຫ້ໄດ້ GDP ສະເລ່ຍຕໍ່ຫົວຄົນໄດ້ 1.567 ໂດລາ

ທ່ານ ວັນນະໄຊ ຊາດຕະກູນ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງ ໄດ້ຜ່ານຮ່າງມະຕິກອງປະຊຸມພາຍຫຼັງໄດ້ດໍາເນີນເປັນເວລາ 2 ວັນ, ໃນນັ້ນໄດ້ຮັບຮອງຜົນງານການນຳພາປະຕິບັດມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 6 ສະໄໝທີ VIII ທີ່ຜ່ານມາ ແລະ ທິດທາງນໍາພາໃນຕໍ່ໜ້າ ຊຶ່ງມີເນື້ອໃນສຳຄັນບາງຕອນທີ່ແຂວງຈະສຸມໃສ່ດັ່ງນີ້:
ຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ:
1. ສືບຕໍ່ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢ່າງໜັກແໜ້ນ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນບັນຫາອາດຊະຍາກຳ, ອຸບັດເຫດຕາມທ້ອງຖະໜົນ, ບັນຫາຢາເສບຕິດ ແລະ ອື່ນໆ;
2. ນຳພາປັບປຸງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງ ປອດໃສທາງດ້ານການຈັດຕັ້ງ ແລະ ມີແບບແຜນບັນຊາ-ຊີ້ນຳ ທີ່ຮັບປະກັນ ແລະ ທັນກັບສະພາບການ, ໃນນັ້ນສຸມໃສ່ຈັດຕັ້ງອົບຮົມຫັດແອບ ໃຫ້ກຳລັງປະຈຳການໃຫ້ໄດ້ 44 ຫົວໜ່ວຍ, ອົບຮົມຫັດແອບໃຫ້ເປົ້າໝາຍ 4 ໃຫ້ໄດ້ລະເມືອງ 1-2 ຊຸດ ແລະ ອົບຮົມວຽກງານປ້ອງກັນຊາດຢູ່ສະຖາບັນການສຶກສາໃຫ້ສຳເລັດຕາມແຜນ;
3. ນຳພາປະຕິບັດວາລະແຫ່ງຊາດ, ວາລະຂອງແຂວງ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕາມທິດທາງມາດຕະການຕ່າງໆ ທີ່ວາງອອກຢ່າງເຂັ້ມງວດ ແລະ ແຂງແຮງກວ່າເກົ່າ; ນໍາພາແກ້ໄຂໃຫ້ໄດ້ເປົ້າໝາຍຕ່າງໆຮັບປະກັນຄວາມເດັດຂາດຕາມກົດໝາຍ ແລະ ອື່ນໆ;
4. ເອົາໃຈໃສ່ຄຸ້ມຄອງປົກປັກຮັກສາຊາຍແດນ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ຕາມບໍລິເວນຊາຍແດນ ແກ້ໄຂບັນຫາຕ່າງໆຕາມບໍລິເວນຊາຍແດນໃຫ້ດີ;
5. ກະກຽມຄວາມພ້ອມ ຈັດຕັ້ງສະຫຼີມສະຫຼອງ ວັນສ້າງຕັ້ງກອງບັນຊາການທະຫານແຂວງຈຳປາສັກ ຄົບຮອບ 60 ປີ (15/5/ 1962-15/5/2022) ຕິດພັນກັບການຂຽນປຶ້ມປະຫວັດສາດການກຳເນີດເຕີບໃຫຍ່ ແລະ ຂະຫຍາຍຕົວ, ຂະບວນການ, ກິດຈະກຳຕ່າງໆ ໃຫ້ເປັນຂະບວນການກວ້າງຂວາງ ແລະ ມີຄວາມໝາຍເລິກເຊິ່ງ;
ຂົງເຂດເສດຖະກິດ:
1.ຮັບປະກັນໃຫ້ເສດຖະກິດຂະຫຍາຍຕົວ ສະເລ່ຍເພີ່ມຂຶ້ນ 4,5% ແລະ ລວມຍອດຜະລິດຕະພັນພາຍໃນປີ(GDP) ໃຫ້ໄດ້ 11.835 ຕື້ກີບ, GDP ສະເລ່ຍຕໍ່ຫົວຄົນໄດ້ 1.567 ໂດລາ; ສຸມໃສ່ຢ່າງຕັ້ງໜ້າ ປະຕິບັດວາລະຂອງແຂວງ ຕາມເນື້ອໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ (2021-2023) ຕາມ 5 ຈຸດສຸມ;
2. ນໍາພາຈັດຕັ້ງປະຕິບັດວາລະແຫ່ງຊາດ ແລະ ວາລະຂອງແຂວງ ໃນການແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ເພື່ອເຮັດໃຫ້ເສດຖະກິດມະຫາພາກມີຄວາມເຂັ້ມແຂງ, ຍູ້ແຮງຂະບວນການຜະລິດສິນຄ້າເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ເປັນຮູບປະທຳ; ຈັດກິດຈະກຳຕາມທ່າແຮງຂອງແຕ່ລະທ້ອງຖິ່ນເພື່ອຊຸກຍູ້ສົ່ງເສີມການຜະລິດ, ການປຸງແຕ່ງ ແລະ ການບໍລິການ ເພື່ອສົ່ງເສີມການທ່ອງທ່ຽວ;
3. ສືບຕໍ່ຈັດຕັ້ງປະຕິບັດແຜນງົບປະມານ ແຫ່ງລັດປະຈໍາ 6 ເດືອນຕົ້ນປີ 2022; ສືບຕໍ່ເປັນເຈົ້າການປະສານສົມທົບກັບທຸກຂະແໜງການ ແລະ ທ້ອງຖິ່ນຮາກຖານ ໃນການຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດເກັບລາຍຮັບໃຫ້ໄດ້ຕາມແຜນ ແລະ ເອົາໃຈໃສ່ການເບີກຈ່າຍເງິນເດືອນ, ເງິນອຸດໜູນໃຫ້ແກ່ພະນັກງານ-ລັດຖະ ກອນໃຫ້ທັນເວລາ; ສົ່ງເສີມການປະຢັດ, ຕ້ານການຟຸ່ມເຟືອຍ, ຍົກສູງປະສິດທິຜົນການລົງທຶນ-ລາຍຈ່າຍງົບປະມານ ແລະ ການແກ້ໄຂໜີ້ສິນ, ສ້າງສະຖຽນລະພາບດ້ານເງິນຕາ ແລະ ຍົກສູງປະສິດທິພາບການຄຸ້ມຄອງລັດດ້ວຍກົດໝາຍ ແລະ ຈາກນີ້ກໍມີວຽກງານຈຸດສຸມສຳຄັນອື່ນໆອີກ.