ໄລຍະ 2003-2021 ສປປ ລາວ ໄດ້ຮັບທຶນຫລຸດຜ່ອນຄວາມທຸກຍາກ 210 ລ້ານໂດລາ ຜູ້ໄດ້ຮັບຜົນປະໂຫຍດກວມ 73%


ທ່ານ ພັດນະຄອນ ຄັນທະມີໄຊ ຜູ້ອໍານວຍການບໍລິຫານ ກອງທຶນ ໄດ້ລາຍງານ ຕໍ່ກອງປະຊຸມສະໄໝສາມັນ ຄັ້ງທີ 25 ສະພາບໍລິຫາ ກອງທຶນຫລຸດຜ່ອນຄວາມທຸກຍາກ (ທລຍ) ວັນທີ 22 ເມສາ 2022 ຜ່ານມານີ້ວ່າ:
ຕະຫລອດໄລຍະ 18 ປີ ຜ່ານມາ (2003-2021) ພາຍໃຕ້ການຊີ້ນໍາ-ນໍາພາຂອງ ພັກ-ລັດຖະບານ ກໍຄື ອົງການປົກຄອງທ້ອງຖິ່ນໃນແຕ່ລະຂັ້ນ ແລະ ການສະໜັບສະໜູນຈາກອົງການສາກົນ ເພື່ອຊ່ວຍປັບປຸງເງື່ອນໄຂການດໍາລົງຊີວິດຂອງພໍ່ແມ່ປະຊາຊົນ ໂດຍຜ່ານຂະບວນການມີສ່ວນຮ່ວມ ແລະ ຕັດສິນໃຈຂອງປະຊາຊົນ ໂດຍສະເພາະແມ່ຍິງ ແລະ ຊົນເຜົ່າ ໃນພື້ນທີ່ເປົ້າໝາຍທີ່ທຸກຍາກທຸລະກັນດານ ຢູ່ 11 ແຂວງຄື: ຈໍາປາສັກ (ໄດ້ຖອນອອກໃນປີ 2011), ສາລະວັນ, ເຊກອງ, ອັດຕະປື, ສະຫວັນນະເຂດ, ຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫລວງນໍ້າທາ, ຫລວງພະບາງ ແລະ ແຂວງອຸດົມໄຊ ກວມເອົາທັງໝົດ 55 ເມືອງ ເທົ່າກັບ 37% ຂອງເມືອງທັງໝົດໃນທົ່ວປະເທດ (148 ເມືອງ) ໃນນັ້ນ 44 ເມືອງ ທີ່ນອນໃນ 47 ເມືອງ ແລະ 72 ເມືອງທຸກຍາກ ແລະ ທຸກທີ່ສຸດ ໃນປີ 2002, ປະກອບມີ 413 ກຸ່ມບ້ານ, ກວມເອົາ 2.841 ບ້ານ, ມີ 2.262 ບ້ານ ທີ່ເປັນບ້ານທຸກຍາກທີ່ສຸດ ແລະ ກວມເອົາປະຊາກອນທັງໝົດຫລາຍກວ່າ 1.3 ລ້ານຄົນ.


ແຕ່ປີ 2003-2021, ທລຍ ໄດ້ຮັບທຶນທັງໝົດ 210 ລ້ານໂດລາສະຫະລັດ ທີ່ມາຈາກຫລາຍແຫລ່ງທຶນເຊັ່ນ: ທະນາຄານໂລກ 58,69%, ຈາກອົງການພັດທະນາ ແລະ ຮ່ວມມືຂອງປະເທດສະວິດເຊີແລນ 20,46%, ລັດຖະບານອົດສະຕາລີ 8,03%, ທຶນລັດຖະບານລາວສົມທົບ 7,62%, ທຶນແກ້ໄຂໄພພິບັດຈາກພະຍຸເກດສະໜາ 3,61% ແລະ ລັດຖະບານຍີ່ປຸ່ນ 1,25% ໃນນັ້ນ ເປັນທຶນກູ້ຢືມຈາກທະນາຄານໂລກ ກວມເອົາ 39,67% ເຫລືອນັ້ນເປັນການຊ່ວຍເຫລືອລ້າ ເຊິ່ງງົບປະມານທັງໝົດ ໄດ້ຖືກຈັດສັນໃສ່ກິດຈະກໍາການກໍ່ສ້າງ ແລະ ປັບປຸງການເຂົ້າເຖິງການບໍລິການຂັ້ນພື້ນຖານຕ່າງໆ ເຊິ່ງເປັນສາເຫດຂອງຄວາມທຸກຍາກຢູ່ໃນເຂດຊົນນະບົດ; ກິດຈະກຳສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ ແລະ ອົງການປົກຄອງທ້ອງຖິ່ນ; ກິດຈະກຳປົກປັກຮັກສາສິ່ງແວດລ້ອມ-ສັງຄົມ; ກິດຈະກຳປັບປຸງຊີວິດການເປັນຢູ່ ແລະ ວຽກງານບໍລິຫານຕ່າງໆ; ມີຈໍານວນ 6.670 ໂຄງການຍ່ອຍ, ໃນນັ້ນ, ມີ 5.796 ໂຄງການຍ່ອຍ ດ້ານໂຄງລ່າງພື້ນຖານ ທີ່ຕິດພັນກັບຍຸດທະສາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງ 4 ຂະແໜງການຄື: ການສ້າງພື້ນຖານໂຄງລ່າງດ້ານການສຶກສາ, ສາທາລະນະສຸກ, ໂຍທາທິການ ແລະ ວຽກງານກະສິກໍາ ມີ 874 ໂຄງການທີ່ກ່ຽວຂ້ອງກັບການຝຶກອົບຮົມ ສ້າງຄວາມເຂັ້ມແຂງ, ຫລາຍກວ່າ 80% ຂອງໂຄງການຍ່ອຍ ແມ່ນຕັ້ງຢູ່ບ້ານທຸກ ແລະ ບ້ານທຸກຍາກທີ່ສຸດ.
ທ່ານ ພັດນະຄອນ ຄັນທະມີໄຊ ຍັງໃຫ້ຮູ້ອີກວ່າ: ຜູ້ທີ່ໄດ້ຮັບຜົນປະໂຫຍດທັງໝົດ ສ່ວນຫລາຍແມ່ນຊົນເຜົ່າ ກວມເຖິງ 73% ແລະ ເປັນແມ່ຍິງກວມເອົາເຄິ່ງໜຶ່ງ. ນອກຈາກນັ້ນ ກໍໄດ້ຮັບທຶນຊ່ວຍເຫລືອຈາກລັດຖະບານ ສປ ຈີນ ເພື່ອນໍາໃຊ້ເຂົ້າໃນວຽກງານການຄົ້ນຄວ້າຜົນກະທົບຂອງການພັດທະນາ ທີ່ນໍາໃຊ້ຮູບແບບຊຸມຊົນເປັນເຈົ້າການ ໃນປະເທດກໍາປູ່ເຈຍ, ສປ ຈີນ, ສປປ ລາວ, ໄທ ແລະ ສສ ຫວຽດນາມ.
ຂ່າວ: ຂປລ