3 ເດືອນຕົ້ນປີ ການເງິນແຂວງອຸດົມໄຊ ເກັບລາຍຮັບໄດ້ 36,42 ຕື້ກີບ

3 ເດືອນຕົ້ນປີ ການເງິນແຂວງອຸດົມໄຊ ເກັບລາຍຮັບໄດ້ 36,42 ຕື້ກີບ - 279834069 1883213318549106 4016763293573609900 n - 3 ເດືອນຕົ້ນປີ ການເງິນແຂວງອຸດົມໄຊ ເກັບລາຍຮັບໄດ້ 36,42 ຕື້ກີບ
3 ເດືອນຕົ້ນປີ ການເງິນແຂວງອຸດົມໄຊ ເກັບລາຍຮັບໄດ້ 36,42 ຕື້ກີບ - kitchen vibe - 3 ເດືອນຕົ້ນປີ ການເງິນແຂວງອຸດົມໄຊ ເກັບລາຍຮັບໄດ້ 36,42 ຕື້ກີບ

ຕາມການລາຍງານຂອງ ທ່ານ ສຸລິຍາ ສຸພິທັກ ຫົວໜ້າພະແນກການເງິນ ແຂວງອຸດົມໄຊ ໄດ້ລາຍງານຕໍ່ທ່ານ ລັດຖະມົນຕີກະຊວງການເງິນ ເມື່ອບໍ່ດົນນີ້ວ່າ: ການ ຈັດຕັ້ງປະຕິບັດແຜນງົບປະມານໃນໄລຍະ 3 ເດືອນຜ່ານມາ ຕາມຕົວເລກແຜນລາຍຮັບງົບປະມານຂອງແຂວງມີທັງໝົດ 143,59 ຕື້ກີບ ໃນນີ້, ລາຍຮັບພູດສູນກາງ 11 ຕື້ກີບ ແລະ ພູດທ້ອງຖິ່ນ 132,59 ຕື້ກີບ (ປະກອບມີ:

ລາຍຮັບສ່ວຍສາອາກອນ 123,60 ຕື້ກີບ ແລະ ລາຍຮັບຊັບສິນ 8,99 ຕື້ກີບ) ຜ່ານການຈັດຕັ້ງປະຕິບັດ ພະແນການເງິນແຂວງອຸດົມໄຊ ສາມາດຈັດເກັບລາຍຮັບລວມທັງໝົດ 36,42 ຕື້ກີບ ເທົ່າກັບ 25,36 % ຂອງແຜນການປີ ໃນນີ້, ລາຍຮັບສູນກາງປະຕິບັດໄດ້ 13,39 ຕື້ກີບ ເທົ່າກັບ 121,81%, ລາຍຮັບທ້ອງຖິ່ນ ປະຕິບັດໄດ້ທັງໝົດ 23,02 ຕື້ກີບ ເທົ່າກັບ 15,87%. (ລາຍຮັບສ່ວຍສາອາກອນປະຕິບັດໄດ້ 20,07 ຕື້ກີບ ເທົ່າກັບ 16,23% ແລະ ລາຍຮັບຊັບສິນ ປະຕິບັດໄດ້ 2,95 ຕື້ກີບ ເທົ່າກັບ 32,81%). ສ່ວນລາຍຈ່າຍແຜນການປີທັງໝົດ 364,98 ຕື້ກີບ, ສາມາດຈັດຕັ້ງປະຕິບັດໝົດປີໄດ້ 87,35 ຕື້ກີບ ເທົ່າກັບ 24,78%, ຕົວເລກເງິນດຸ່ນຈາກສູນກາງທັງໝົດ 79,23 ຕື້ກີບ ເທົ່າກັບ 34,10% ຂອງແຜນປີ.

ພ້ອມກັນນີ້, ໃນໄລຍະ 3 ເດືອນຕົ້ນປີ ການເງິນແຂວງອຸດົມໄຊ ຍັງພົບບັນຫາຂໍ້ຄົງຄ້າງກ່ຽວກັບການເກັບລາຍຮັບ ເປັນຕົ້ນ ການສໍາຫລວດຖານຂໍ້ມູນຫົວໜ່ວຍທຸລະກິດ ເຖິງວ່າໄດ້ຮັບການຈັດຕັ້ງປະຕິບັດແລ້ວກໍຕາມ ແຕ່ຍັງບໍ່ທັນກໍານົດຊັດເຈນ ແລະ ບໍ່ສາມາດເປັນຂໍ້ມູນພື້ນຖານຄິດໄລ່ເກັບລາຍຮັບ ໃຫ້ສອດຄ່ອງກັບລາຍຮັບຕົວຈິງຂອງຫົວໜ່ວຍທຸລະກິດໄດ້, ບັນດາຫົວໜ່ວຍທຸລະກິດຈໍານວນໜຶ່ງຍັງບໍ່ເປັນເຈົ້າການ ໃນການປະຕິບັດພັນທະຂອງຕົນໃຫ້ກັບລັດຕາມລາຍຮັບຕົວຈິງ, ຜູ້ປະກອບການບໍ່ຈິງໃຈໃນການແຈ້ງ, ຢາກມອບພັນທະຕໍ່າ ບໍ່ຮ່ວມມືໃນການສະຫລຸບບັນຊີປະຈໍາປີ, ສົ່ງບົດສະຫລຸບຊັກຊ້າ, ມີການເຊື່ອງ ອໍາລາຍຮັບ ໃນເອກະສານລາຍງານດ້ານການເງິນ-ການບັນຊີ. ພ້ອມດຽວກັນນັ້ນ, ທຸລະກິດຢູ່ແຂວງອຸດົມໄຊ ແມ່ນຂະໜາດກາງ ແລະ ນ້ອຍ ສ່ວນຫລາຍຍັງບໍ່ສາມາດປະຕິບັດເງື່ອນໄຂການຖືບັນຊີວິສາຫະກິດແບບຄົບຊຸດ, ການຂະຫຍາຍລະບົບຄຸ້ມຄອງເກັບລາຍຮັບທີ່ດິນຄ່າເຊົ່າ-ຄ່າສໍາປະທານ ແລະ ຄ່າທໍານຽມຕ່າງໆ ຍັງບໍ່ທັນລົງຮອດເມືອງຢ່າງທົ່ວເຖິງ ແລະ ລະບົບເກັບກຳສະຖິຕິ, ຂໍ້ມູນຕອນດິນບໍ່ທັນຊັດເຈນ ແລະ ບໍ່ມີຂໍ້ມູນທີ່ແນ່ນອນຖືກກັບຕົວຈິງ ຈຶ່ງເຮັດໃຫ້ການຈັດເກັບລາຍຮັບດັ່ງກ່າວ ບໍ່ຖືກຕາມຈໍານວນຕອນດິນທີ່ມີຢູ່, ບັນຫາການລັກລອບຂຸດຄົ້ນ ຫລື ເຄື່ອນຍ້າຍຊັບພະຍາກອນທໍໍາມະຊາດ ແລະ ລົບຫລີກການເສຍພັນທະໃຫ້ແກ່ລັດຍັງມີຢູ່ ແຕ່ບໍ່ໄດ້ຮັບການເອົາໃຈໃສ່ໃນການກວດກາລາດຕະເວນ ແລະ ປະຕິບັດມາດຕະການດີເທົ່າທີ່ຄວນ, ການເກັບລາຍຮັບຍັງບໍ່ທັນໄປຕາມຈັງຫວະການຂະຫຍາຍຕົວຂອງເສດຖະກິດ, ການນໍາໃຊ້ໃບເກັບເງິນຂອງພາກສ່ວນລັດ ແລະ ຫົວໜ່ວຍທຸລະກິດຍັງບໍ່ທັນທົ່ວເຖິງ, ຍັງມີບາງຫົວໜ່ວຍທຸລະກິດ ແລະ ບາງຂະແໜງການຍັງນໍາໃຊ້ໃບບິນພິມເອງ, ການຄຸ້ມຄອງເກັບອາກອນມູນຄ່າເພີ່ມຍັງເກັບບໍ່ໝົດ, ບັນດາຫົວໜ່ວຍທຸລະກິດທີ່ມີລາຍຮັບປະຈຳປີ 400 ລ້ານກີບຂຶ້ນໄປ ຍັງບໍ່ໃຫ້ການຮ່ວມມື ເຂົ້າລະບົບອາກອນມູນຄ່າເພີ່ມ, ການມອບພັນທະຂອງພາກເອກະຊົນຜ່ານລະບົບແທັກຣິດສ໌(TaxRIS) ຍັງມີໜ້ອຍ ແລະ ແຈ້ງເສຍບໍ່ທັນຕາມກໍານົດເວລາ.

ທ່ານ ສຸລິຍາ ສຸພິທັກ ຍັງໃຫ້ຮູ້ອີກວ່າ: ຕໍ່ກັບສະພາບການ ແລະ ບັນຫາດັ່ງກ່າວນັ້ນ, ໃນໄລຍະ 9 ເດືອນຕໍ່ໜ້ານີ້, ພະແນກການເງິນ ໄດ້ກຳນົດທິດທາງແຜນການ ແລະ ມາດຕະການຈຸດສຸມ ໂດຍອີງໃສ່ຕົວເລກແຜນລາຍຮັບ-ລາຍຈ່າຍງົບປະມານຂອງແຂວງ ເພື່ອຈັດຕັ້ງປະຕິບັດໃຫ້ບັນລຸຕາມລະດັບຄາດໝາຍ, ແກ້ໄຂບັນຫາຕ່າງໆທີ່ຍັງຄົງຄ້າງ ຕິດພັນກັບການຜັນຂະຫຍາຍວາລະແຫ່ງຊາດຂອງແຂວງ ໂດຍເລັ່ງໃສ່ອັດຊ່ອງວ່າງຮົ່ວໄຫລລາຍຮັບງົບປະມານ ແລະ ປະຢັດລາຍຈ່າຍງົບປະມານ ໃຫ້ເກີດເປັນຮູບປະທຳ, ປະກອບ ສ່ວນແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີ່ແກ່ຍາວມາຫລາຍປີ.

3 ເດືອນຕົ້ນປີ ການເງິນແຂວງອຸດົມໄຊ ເກັບລາຍຮັບໄດ້ 36,42 ຕື້ກີບ - 3 - 3 ເດືອນຕົ້ນປີ ການເງິນແຂວງອຸດົມໄຊ ເກັບລາຍຮັບໄດ້ 36,42 ຕື້ກີບ
3 ເດືອນຕົ້ນປີ ການເງິນແຂວງອຸດົມໄຊ ເກັບລາຍຮັບໄດ້ 36,42 ຕື້ກີບ - 4 - 3 ເດືອນຕົ້ນປີ ການເງິນແຂວງອຸດົມໄຊ ເກັບລາຍຮັບໄດ້ 36,42 ຕື້ກີບ
3 ເດືອນຕົ້ນປີ ການເງິນແຂວງອຸດົມໄຊ ເກັບລາຍຮັບໄດ້ 36,42 ຕື້ກີບ - 5 - 3 ເດືອນຕົ້ນປີ ການເງິນແຂວງອຸດົມໄຊ ເກັບລາຍຮັບໄດ້ 36,42 ຕື້ກີບ