ປີ 2021 ສາມາດປະຕິບັດລາຍຮັບໄດ້ 29.389,59 ຕື້ກີບເທົ່າກັບ 106,37% ຂອງແຜນໝົດປີ

ປີ 2021 ສາມາດປະຕິບັດລາຍຮັບໄດ້ 29.389,59 ຕື້ກີບເທົ່າກັບ 106,37% ຂອງແຜນໝົດປີ - 8aa36b90 6331 437f a91d 369d21a552b0 - ປີ 2021 ສາມາດປະຕິບັດລາຍຮັບໄດ້ 29.389,59 ຕື້ກີບເທົ່າກັບ 106,37% ຂອງແຜນໝົດປີ
ປີ 2021 ສາມາດປະຕິບັດລາຍຮັບໄດ້ 29.389,59 ຕື້ກີບເທົ່າກັບ 106,37% ຂອງແຜນໝົດປີ - kitchen vibe - ປີ 2021 ສາມາດປະຕິບັດລາຍຮັບໄດ້ 29.389,59 ຕື້ກີບເທົ່າກັບ 106,37% ຂອງແຜນໝົດປີ

ໃນທ້າຍອາທິດຜ່ານມາ, ກົມງົບປະມານແຫ່ງລັດ ກະຊວງການເງິນ, ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານ 2 ວັນປະຫວັດສາດລາວ-ຫວຽດນາມ ແລະ ສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2021 ແລະ ລາຍງານສະພາບການຈັດຕັັ້ງປະຕິບັດແຜນງົບປະມານແຫ່ງລັດງວດ I ປີ 2022, ລວມທັງ ການສະເໜີແຜນ ງົບປະມານແຫ່ງລັດ 5 ປີ (2021-2025) ແລະ ທິດທາງແຜນການງົບປະມານປີ 2023, ໂດຍການເປັນກຽດເຂົ້າ ຮ່ວມເປັນປະທານຂອງທ່ານ ພູວົງ ກິດຕະວົງ ຫົວໜ້າກົມງົບປະມານແຫ່ງລັດ ກະຊວງການເງິນ, ມີຮອງຫົວໜ້າ ກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ພ້ອມດ້ວຍພະນັກງານວິຊາການ ຂອງກົມງົບປະມານແຫ່ງລັດເຂົ້າຮ່ວມ.

ໃນກອງປະຊຸມໄດ້ຮັບຟັງການນໍາສະເໜີສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2021 ຍົກໃຫ້ເຫັນສຳລັບແຜນງົບປະມານແຫ່ງລັດປະຈໍາປີ 2021 ເປັນບາດກ້າວເລີ່ມຕົ້ນຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ແຜນງົບປະມານແຫ່ງລັດ 5 ປີ (2021-2025), ຊຶ່ງຍັງເປັນແຜນທີ່ສະພາບເສດຖະກິດ-ການເງິນ ຍັງສືບຕໍ່ມີຄວາມຫຍຸ້ງຍາກເນື່ອງຈາກສະພາບການຂອງພາກພື້ນ ແລະ ສາກົນມີການຜັນແປຢ່າງສັບສົນເຮັດໃຫ້ລາຄາແຮ່ທາດ ແລະ ນ້ຳມັນດິບໃນຕະຫຼາດໂລກມີການຜັນຜວນ.ສຳລັບພາຍໃນປະເທດຍັງໄດ້ຮັບຜົນກະທົບຈາກໄພທໍາມະຊາດ, ການແຜ່ລະບາດພະຍາດໂຄວິດ-19 ແລະ ບັນດາຫົວໜ່ວຍທຸລະກິດຈໍານວນຫຼາຍສືບຕໍ່ປິດ ຫຼື ໂຈະກິດຈະການຊົ່ວຄາວສົ່ງຜົນຕໍ່ກັບການຈັດຕັ້ງປະຕິບັດແຜນງົບປະ ມານແຫ່ງລັດປີ 2021.

ປີ 2021 ສາມາດປະຕິບັດລາຍຮັບໄດ້ 29.389,59 ຕື້ກີບເທົ່າກັບ 106,37% ຂອງແຜນໝົດປີ - Visit Laos Visit SALANA BOUTIQUE HOTEL - ປີ 2021 ສາມາດປະຕິບັດລາຍຮັບໄດ້ 29.389,59 ຕື້ກີບເທົ່າກັບ 106,37% ຂອງແຜນໝົດປີ

ແຕ່ເຖິງຢ່າງໃດກໍຕາມ ລັດຖະບານກໍ່ໄດ້ຄົ້ນຄວ້າອອກຫຼາຍມາດຕະການໄດ້ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ກໍ່ຄືການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ ແລະ ຄຸ້ມຄອງລາຍຈ່າຍຕາມນະໂຍບາຍປະຢັດ ແລະ ຕ້ານການຟຸມເຟືອຍ, ແນໃສ່ເພື່ອສູ້ຊົນຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດໃຫ້ໄດ້ຕາມແຜນທີ່ສະພາແຫ່ງຊາດຮັບຮອງ.

ດ້ານລາຍຮັບທັງໝົດປະຕິບັດໄດ້ 29.389,59 ຕື້ກີບເທົ່າກັບ 106,37% ຂອງແຜນໝົດປີ. ໃນນັ້ນ, ລາຍຮັບພາຍໃນ 25.711,86 ຕື້ກີບເທົ່າກັບ 101,99% ຂອງແຜນປີ (ທຽບໃສ່ປີ 2020 ເພີ່ມຂຶ້ນ 24% ປະມານ 5.514 ຕື້ກີບ). ໃນນີ້, ສູນກາງປະຕິບັດໄດ້ 19.646,75 ຕື້ກີບເທົ່າກັບ 100,23% ຂອງແຜນໝົດປີ ແລະ ທ້ອງ ຖິ່ນປະຕິບັດໄດ້ 6.065,11 ຕື້ກີບເທົ່າກັບ 108,17% ຂອງແຜນປີ. ສຳລັບລາຍຮັບຊ່ວຍເຫຼືອລ້າຈາກຕ່າງປະເທດ 3.667,73 ຕື້ກີບເທົ່າກັບ 151,97% ຂອງແຜນປີ.

ດ້ານລາຍຈ່າຍງົບປະມານທັງໝົດປະຕິບັດໄດ້ 29.507,42 ຕື້ກີບ ເທົ່າກັບ 93,43% ຂອງແຜນໝົດປີ, (ປະຢັດລາຍຈ່າຍໄດ້ 2.076,21 ຕື້ກີບ).ໃນນີ້, ສູນກາງປະຕິບັດໄດ້ 20.595,53 ຕື້ກີບເທົ່າກັບ 91,54% ຂອງແຜນໝົດປີ (ປະຢັດລາຍຈ່າຍໄດ້ 1.903,77 ຕື້ກີບ) ແລະ ທ້ອງຖິ່ນປະຕິບັດໄດ້ 8.911,88 ຕື້ກີບເທົ່າກັບ 98,10% ຂອງແຜນໝົດປີ (ປະຢັດລາຍຈ່າຍໄດ້ 172,45 ຕື້ກີບ).

ສຳລັບແຜນງົບປະມານແຫ່ງລັດປະຈໍາປີ 2022 ເປັນແຜນງົບປະມານທີ່ສືບຕໍ່ແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ເປັນປີທໍາອິດຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດໂດຍສະເພາະການສ້າງທ່າຫັນປ່ຽນບຸກທະລຸດ້ານລາຍຮັບງົບປະມານຢ່າງແຂງແຮງ, ຜ່ານການຈັດຕັ້ງປະຕິບັດຕົວຈິງໃນງວດ I ປີ 2022 ລາຍຮັບສາມາດປະຕິບັດໄດ້ 5.494 ຕື້ກີບເທົ່າກັບ 17,39% ຂອງແຜນການປີ, ທຽບໃສ່ແຜນງວດ 01 ເທົ່າກັບ 71,75% ຂອງແຜນການງວດ. ໃນນັ້ນ: ລາຍຮັບພາຍໃນ 5.395 ຕື້ກີບເທົ່າກັບ 18,52% ຂອງແຜນການປີ (ລາຍຮັບສູນກາງປະຕິບັດໄດ້ 4.269 ຕື້ກີບເທົ່າກັບ 18,40% ຂອງແຜນການປີ ແລະ ລາຍຮັບທ້ອງຖິ່ນປະຕິບັດໄດ້ 1.126 ຕື້ກີບເທົ່າກັບ 18,96% ຂອງແຜນການປີ) ແລະ ລາຍຮັບຈາກການຊ່ວຍເຫຼືອລ້າປະຕິບັດໄດ້ 99 ຕື້ກີບເທົ່າກັບ 4,01% ຂອງແຜນການປີ. ພ້ອມນັ້ນ, ຍັງໄດ້ມີການນໍາສະເໜີສະພາບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 5 ປີ (2021-2025) ແລະ ທິດທາງການຄົ້ນຄວ້າສ້າງແຜນງົບປະມານແຫ່ງລັດ ປະຈໍາປີ 2023 ນໍາອີກດ້ວຍ.

ໂອກາດດຽວກັນ, ທ່ານ ພູວົງ ກິດຕະວົງ ຫົວໜ້າກົມງົບປະມານແຫ່ງລັດ ກະຊວງການເງິນ ຍັງໄດ້ເຜີຍແຜ່ ເອກະສານ 2 ວັນປະຫວັດສາດລາວ-ຫວຽດນາມ ເນັ້ນໃຫ້ຮູ້ຄວາມຫໝາຍສໍາຄັນຂອງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ, ປະຫວັດສາດແຫ່ງການຕໍ່ສູ້ຂອງປະຊາຊົນສອງປະເທດ, ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຕະຫຼອດໄລຍະເວລາ 45 ປີແຫ່ງການປະຕິບັດສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ, ສືບຕໍ່ເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບອັນຫຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ.

ທັງນີ້, ກໍເພື່ອໃຫ້ພະນັກງານຫຼັກແຫຼ່ງຂອງກົມງົບປະມານແຫ່ງລັດສາມາດຮູ້ໄດ້ ແລະ ມີຄວາມເຂົ້າໃຈຢ່າງເລິກ ເຊິ່ງໃນການປະຕິບັດວຽກງານວິຊາສະເພາະ,ຮູ້ໄດ້ທິດທາງ, ຄາດໝາຍສູ້ຊົນ ແລະ ມາດຕະການຈັດຕັ້ງປະຕິບັດວຽກງານເພື່ອໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ.

ປີ 2021 ສາມາດປະຕິບັດລາຍຮັບໄດ້ 29.389,59 ຕື້ກີບເທົ່າກັບ 106,37% ຂອງແຜນໝົດປີ - 3 - ປີ 2021 ສາມາດປະຕິບັດລາຍຮັບໄດ້ 29.389,59 ຕື້ກີບເທົ່າກັບ 106,37% ຂອງແຜນໝົດປີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!