ປະທານສະພາແຫ່ງຊາດ ເນັ້ນໃຫ້ອັດຕະປື ເອົາໃຈໃສ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ

ປະທານສະພາແຫ່ງຊາດ ເນັ້ນໃຫ້ອັດຕະປື ເອົາໃຈໃສ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ - 279904248 1883876058482832 4841018718421603123 n - ປະທານສະພາແຫ່ງຊາດ ເນັ້ນໃຫ້ອັດຕະປື ເອົາໃຈໃສ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ
ປະທານສະພາແຫ່ງຊາດ ເນັ້ນໃຫ້ອັດຕະປື ເອົາໃຈໃສ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ - kitchen vibe - ປະທານສະພາແຫ່ງຊາດ ເນັ້ນໃຫ້ອັດຕະປື ເອົາໃຈໃສ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ

ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ຄະນະພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ ແລະ ອົງການປົກຄອງແຂວງອັດຕະປື ໃນວັນທີ 3 ພຶດສະພາ 2022 ຜ່ານມາ, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ເນັ້ນກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ເປັນຕົ້ນ ໃຫ້ຄະນະພັກ, ສະພາປະຊາຊົນແຂວງ, ອົງການປົກຄອງແຂວງ ເພີ່ມທະວີຄວາມເອົາໃຈ ໃສ່ປົກປັກຮັກສາທ້ອງຖິ່ນຂອງຕົນ ດ້ວຍການຜັນຂະຫຍາຍແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຢ່າງທົ່ວເຖິງ ແລະ ເລິກເຊິ່ງ; ສ້າງ ແລະ ປັບປຸງຕາໜ່າງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ເຂັ້ມແຂງ, ໜັກແໜ້ນ; ສະກັດກັ້ນອາດສະຍາກໍາຕ່າງໆຢ່າງທັນການ, ເດັດຂາດ ແລະ ເຂັ້ມງວດ; ເອົາໃຈໃສ່ການຄຸ້ມຄອງສໍາມະໂນຄົວ, ການຄຸ້ມຄອງຄົນຕ່າງປະເທດ ໃຫ້ເຂັ້ມງວດຕາມກົດໝາຍ.

ພ້ອມນີ້, ຈະຕ້ອງໄດ້ເພີ່ມທະວີການນໍາພາ ຊີ້ນໍາຂະແໜງການທີ່ກ່ຽວຂ້ອງຂອງແຂວງ ຄົ້ນຄວ້າຄວາມອາດສາມາດ ທ່າແຮງບົ່ມຊ້ອນຂອງແຂວງຕົນ ເພື່ອສຸມທຶນຮອນ, ເຕັກນິກວິຊາການ ເຂົ້າໃສ່ການຜະລິດເປັນສິນຄ້າຂອງປະຊາຊົນ ເປັນຕົ້ນ ການປູກໄມ້ໃຫ້ໝາກ, ການປູກໄມ້ອຸດສາຫະກໍາ, ການປູກຜັກປອດສານພິດ, ການປູກຫຍ້າເພື່ອລ້ຽງສັດ, ການລ້ຽງສັດໃຫຍ່ເປັນສິນຄ້າ ທັງເປັນການສ້າງວຽກເຮັດງານທໍາ, ສ້າງອາຊີບທີ່ໝັ້ນຄົງ, ເຮັດໃຫ້ພໍ່ແມ່ປະຊາຊົນມີລາຍຮັບ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນ; ຫັນການຜະລິດກະສິກໍາແບບກະແຈກກະຈາຍ ໄປສູ່ກຸ່ມການຜະລິດ ຫລື ການຜະລິດແບບສະຫະກອນແບບໃໝ່ ເພື່ອຂະຫຍາຍຖານການຜະລິດໃຫ້ກວ້າງໃຫຍ່ ແລະ ມີຜົນຜະລິດຈໍານວນຫຼາຍ ສະໜອງໃຫ້ຕະຫລາດພາຍໃນ ແລະ ຕ່າງປະເທດ; ການພັດທະນາຊັບພະຍາ ກອນມະນຸດ ເປັນວຽກງານທີ່ມີຄວາມສໍາຄັນ ແລະ ເປັນຂໍກຸນແຈໃຫ້ແກ່ການພັດທະນາຂະແໜງການອື່ນ, ຖ້າແຂວງເຮົາມີບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດ ກໍຈະເຮັດໃຫ້ການສ້າງສາພັດທະນາເສດຖະກິດ-ສັງຄົມ ມີປະສິດທິຜົນສູງ; ໃຫ້ຄະນະພັກແຂວງ ເພີ່ມທະວີຄວາມເອົາໃຈໃສ່ນໍາພາຊີ້ນໍາ ເຮັດໃຫ້ສະພາປະຊາຊົນແຂວງອັດຕະປື ສາມາດປະຕິບັດສິດ ແລະ ໜ້າທີ່ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍໄດ້ຢ່າງຄົບຖ້ວນ; ນໍາພາຊີ້ນໍາອົງການປົກຄອງແຂວງ, ບັນດາພະແນກການ ໃນການປະສານສົມທົບວຽກງານ ກັບສະພາປະຊາຊົນແຂວງ ໂດຍສະເພາະການກະກຽມເນື້ອໃນກອງປະຊຸມສະໄໝສາມັນ ຂອງສະພາປະຊາຊົນແຂວງ ເພື່ອພິຈາລະນາຮັບຮອງເອົາບັນຫາສໍາຄັນຂອງແຂວງ, ການພິຈາລະນາຮັບຮອງນິຕິກໍາທີ່ສໍາຄັນຂອງແຂວງ ລວມທັງການເຄື່ອນໄຫວຕິດຕາມກວດກາຂອງສະພາປະຊາຊົນແຂວງອັດຕະປື ໃຫ້ສາມາດປະຕິບັດໄດ້ຕາມກົດໝາຍ ເຊິ່ງຈະເປັນຂໍ້ມູນໃຫ້ ຄະນະພັກແຂວງ ໃນການປັບປຸງແກ້ໄຂບັນຫາຕ່າງໆໄດ້ຢ່າງຖືກຕ້ອງ; ເອົາໃຈໃສ່ຊີ້ນໍາຂະແໜງການທີ່່ກ່ຽວຂ້ອງຂອງແຂວງອໍານວຍຄວາມສະດວກ ເພື່ອເຮັດໃຫ້ກົງຈັກການຈັດ ຕັ້ງ ແລະ ບຸກຄະລາກອນຂອງສະພາປະຊາຊົນແຂວງອັດຕະປື ເປັນລະບົບຄົບຊຸດ ແລະ ຮັບປະກັນການປະຕິບັດໜ້າທີ່ວຽກງານ.

ທ່ານປະທານສະພາແຫ່ງຊາດ ໄດ້ກ່າວຕື່ມວ່າ: ການປະສານສົມທົບວຽກງານ ລະ ຫວ່າງ ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ກັບສະພາປະຊາຊົນແຂວງ ມີຄວາມສໍາຄັນຕໍ່ປະສິດທິພາບ ການປະຕິບັດໜ້າທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະ ໂຫຍດຂອງປະຊາຊົນບັນດາເຜົ່າຢູ່ແຂວງຂອງຕົນ. ສະນັ້ນ, ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ຈະຕ້ອງເຮັດໜ້າທີ່ໃນການເກັບກໍາ, ສັງລວມເອົາບັນຫາຕ່າງໆ ກ່ຽວກັບການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມຂອງທ້ອງຖິ່ນ ນໍາໄປສະເໜີຕໍ່ກອງປະຊຸມສະພາແຫ່ງຊາດ ເພື່ອພິຈາລະນາ, ຊອກຫາວິທີການແກ້ໄຂ. ພາຍຫລັງກອງປະຊຸມສະພາແຫ່ງຊາດ ຕົກລົງເປັນມະຕິກອງປະຊຸມສະພາແຫ່ງຊາດແລ້ວ, ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ກໍນໍາເອົາການຕົກລົງຂອງສະພາແຫ່ງຊາດ ມາສົມ ທົບກັບສະພາປະຊາຊົນແຂວງ, ອົງການປົກຄອງແຂວງຈັດຕັ້ງປະຕິບັດ ລວມທັງຕິດຕາມ ຊຸກຍູ້ການຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນສໍາເລັດ. ສະນັ້ນ, ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ, ສະພາປະຊາຊົນແຂວງ, ອົງການປົກຄອງແຂວງ ຈະຕ້ອງໄດ້ປະຊຸມ ເພື່ອປຶກສາຫາລືວຽກງານຮ່ວມກັນຢ່າງເປັນປົກກະຕິ.
ຂໍ້ມູນ: ສະພາແຫ່ງຊາດ

ປະທານສະພາແຫ່ງຊາດ ເນັ້ນໃຫ້ອັດຕະປື ເອົາໃຈໃສ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ - 3 - ປະທານສະພາແຫ່ງຊາດ ເນັ້ນໃຫ້ອັດຕະປື ເອົາໃຈໃສ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!