ສປປ ລາວ ໄດ້ຮັບການຊ່ວຍເຫຼືອຈາກກຸ່ມທະນາຄານໂລກຫຼາຍຮູບແບບ ບົນພື້ນຖານການສ້າງຍຸດທະສາດການຮ່ວມມື


ທ້າຍອາທິດຜ່ານມານີ້, ທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍຄະນະໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂມ ຮັດຊັນ ອາມັດ (Mr.Mohd Hassan Ahmad) ຫົວໜ້າຫ້ອງການກຸ່ມອາຊີຕາເວັນອອກສ່ຽງໃຕ້ (Southeast Asia Voting Group–SEAVG) ປະຈໍາທະນາຄານໂລກ (ຜ່ານທາງໄກ).
ທັງນີ້, ເພື່ອປຶກສາຫາລື ແລະ ລາຍງານຄວາມຄືບໜ້າກ່ຽວກັບບັນດາມາດຕະການ, ນະໂຍບາຍຂອງກຸ່ມທະນາຄານໂລກເພື່ອກະກຽມໃສ່ກອງປະຊຸມລະດູບານໃໝ່ (Spring Meeting) ຂອງກຸ່ມທະນາຄານໂລກ (WBG) ແລະ ກອງທຶນການເງິນສາກົນ (IMF) ປະຈໍາປີ 2022 ທັງເປັນການເສີມຂະຫຍາຍການຮ່ວມມື ແລະ ຕິດຕາມໄດ້ການຈັດຕັ້ງປະຕິບັດວຽກງານຂອງຫ້ອງການກຸ່ມ (SEAVG), ພ້ອມນັ້ນກໍເພື່ອເປັນການຂໍທິດຊີ້ນໍາກ່ຽວກັບການດໍາເນີນວຽກງານຂອງຫ້ອງການກຸ່ມລວມທັງການຮ່ວມມືລະຫວ່າງສປປ ລາວ ແລະ ທະນາຄານໂລກໃນຕໍ່ໜ້າ.
ພ້ອມດຽວກັນນີ້, ຍັງໄດ້ຮັບຟັງການລາຍງານສະພາບໜີ້ສິນສາທາລະນະເນື່ອງຈາກຫຼາຍປັດໄຈພື້ນຖານທາງດ້ານເສດຖະກິດ ແລະ ການເງິນຍັງຖຶກກະທົບຈາກບັນດາສິ່ງທ້າທາຍຕ່າງໂດຍສະເພາະຜົນກະທົບຈາກການແພ່ລະບາດໂຄວິດ–19 ແລະ ປັດໃຈພາຍນອກຈຳນວນໜຶ່ງ, ມາດຕະຖານແກ້ໄຂ້ໜີ້ສິນພາຍໃນ, ຈະສູ້ຊົນເກັບລາຍຮັບໃຫ້ເຫຼືອຈຳນວນໜຶ່ງເພື່ອຊຳລະໜີ້ສິນຕ່າງປະເທດເປັນຕົ້ນຕໍ, ມາດຕະຖານແກ້ໄຂ້ໜີ້ສິນຕ່າງປະເທດ.
ສຳລັບການສະໜອງທຶນໃນໄລຍະຜ່ານມາ ສປປ ລາວ ໄດ້ຮັບການຊ່ວຍເຫຼືອຈາກກຸ່ມທະນາຄານໂລກຫຼາຍຮູບແບບ (ເງິນກູ້ຢືມ, ເງິນຊ່ວຍເຫຼືອລ້າ, ດຸ່ນງົບປະມານ, ການຊ່ວຍເຫຼືອດ້ານວິຊາການ) ບົນພື້ນຖານການສ້າງຍຸດທະສາດການຮ່ວມມືກັບ ສປປ ລາວ (Country Partnership Framework–CPF) ທີ່ສະໜັບສະໜູນວຽກງານບູລິມະສິດຕາມທີ່ກຳນົດໃນແຜນພັດທະນາເສດຖະກິດ-ສັງຄົມແຕ່ລະໄລຍະ. ພ້ອມດຽວກັນ, ສະເໜີທະນາ ຄານໂລກ ພິຈາລະນາການສະໜອງການຊ່ວຍເຫຼືອເຂົ້າໃນວຽກງານຫັນເປັນທັນສະໄໝໃນຂົງເຂດການເງິນ.
ທັງນີ້, ກໍເພື່ອກະຕຸກຊຸກຍູ້ຮັບປະກັນສາມາດເກັບລາຍຮັບໄດ້ຄົບຖ້ວນ ແລະ ສາມາດເກັບລາຍຮັບໄດ້ຫຼາຍຂຶ້ນກວ່າເກົ່າ.