ອາຫານເປັນພິດຈາກເຊື້ອໄວຣັສ ຫລີກເວັ້ນໄດ້ດ້ວຍເຄັດລັບຕໍ່ໄປນີ້.
May 17, 2022 - 1:17 PM

- ອາການອາຫານເປັນພິດທີ່ເກີດຈາກເຊື້ອໄວຣັສມັກມີສາເຫດມາຈາກເຊື້ອໄນໂຣໄວຣັສ (Nirovirus) ທີ່ເຮັດໃຫ້ມີອາການຖອກທ້ອງ ແລະ ຮາກແບບກະທັນຫັນ ແລະ ມັກຈະແຜ່ລະບາດຫລາຍໃນຍາມອາກາດຮ້ອນ ໂດຍປະປົນມາກັບອາຫານ ຫລື ນຳ້ດື່ມທີ່ເຮົາກິນເຂົ້າໄປ. ໃນຂະນະທີ່ອາການອາຫານເປັນພິດຕາມປົກກະຕິສາມາດເກີດຂຶ້ນໄດ້ທັງຈາກການຕິດເຊື້ອແບັກທີເຣຍ, ໄວຣັສ ແລະ ເຊື້ອພະຍາດ. ເຊື້ອໄນໂຣໄວຣັສນັ້ນສາມາດແຜ່ກະຈາຍສູ່ຜູ້ອື່ນໄດ້ງ່າຍ ທັງຜ່ານທາງອາຫານທີ່ປົນເປື້ອນ, ຖ້ວຍຈານ, ຈອກນຳ້ທີ່ເປິເປື້ອນ ລວມໄປເຖິງອຸປະກອນທີ່ອາດຈະຜ່ານມືຄົນຫລາຍຄົນ ເຊັ່ນ: ຮາວຂັ້ນໄດ ຫລື ລູກບິດປະຕູ.
- ຫລຸດຄວາມສ່ຽງຕໍ່ການຕິດເຊື້ອໄນໂຣໄວຣັສ : ອາການອາຫານເປັນພິດ ອາດຟັງເບິ່ງຄືວ່າຈະຫລີກເວັ້ນບໍ່ໄດ້, ແຕ່ແພດຜູ້ຊ່ຽວຊານທາງດ້ານນີ້ລ້ວນໃຫ້ຄວາມເຫັນກົງກັນວ່າ ເຮົາສາມາດປ້ອງກັນອາການອາຫານເປັນພິດຈາກການຕິດເຊື້ອໄນໂຣໄວຣັສ ໂດຍການປະຕິບັດຕາມເຄັດລັບຕໍ່ໄປນີ້ :
- ຄຳນຶງເລື່ອງຄວາມສະອາດຂອງມື : ຖືເປັນເລື່ອງສຳຄັນຫລາຍທີ່ຈະຊ່ວຍປ້ອງກັນການຕິດເຊື້ອໄນໂຣໄວຣັສ ລວມທັງເຊື້ອພະຍາດອື່ນໆໄດ້ເປັນຢ່າງດີ ເຖິງວ່າເຈວລ້າງມືແບບບໍ່ຕ້ອງໃຊ້ນຳ້ (ທີ່ມີສ່ວນປະສົມຂອງອານກໍຮໍ) ຈະຊ່ວຍຮັກສາຄວາມສະອາດໃຫ້ມືໄດ້ຢ່າງມີປະສິດທິພາບ, ແຕ່ການໃຊ້ນຳ້ກັບສະບູນັ້ນເປັນສິ່ງທີ່ເໝາະສົມຫລາຍໃນການປ້ອງກັນການຕິດເຊື້ອໄນໂຣໄວຣັສ. ສະນັ້ນ ຈຶ່ງຄວນລ້າງມືທຸກເທື່ອກ່ອນກິນອາຫານ, ຫລັງເຂົ້າຫ້ອງນຳ້ ຫລື ກ່ອນສຳຜັດກັບປາກ ຈະຊ່ວຍຫລີກເວັ້ນການຕິດເຊື້ອໄນໂຣໄວຣັສໄດ້, ແຕ່ຖ້າລ້າງມືດ້ວຍນຳ້ກັບສະບູບໍ່ໄດ້ແທ້ໆ ກໍຄວນໃຊ້ເຈວເຮັດຄວາມສະອາດແບບບໍ່ຕ້ອງໃຊ້ນຳ້ ຫລັງສຳຜັດກັບຮາວຂັ້ນໄດ ຫລື ຮາວຈັບທຸກເທື່ອ.
- ເລືອກດື່ມນຳ້ຈາກຕຸກ ຫລື ຂວດແກ້ວ : ຖ້າບໍ່ໝັ້ນໃຈໃນເລື່ອຄວາມສະອາດ ໂດຍສະເພາະກັບສະຖານທີ່ທ່ອງທ່ຽວທີ່ຫ່າງໄກຄວາມຈະເລີນ ກໍຄວນຊື້ນຳ້ດື່ມແທນການດື່ມຈາກກ໊ອກນຳ້ຕາມປົກກະຕິ. ນອກຈາກນີ້, ກໍຄວນຫລີກເວັ້ນການໃຊ້ນຳ້ກ້ອນໃນເຄື່ອງດື່ມຕ່າງໆນຳ ເພາະນຳ້ກ້ອນກໍມີຄວາມສ່ຽງສູງທີ່ຈະເກີດການປົນເປື້ອນໄດ້ຄືກັນ, ເລືອກເຄື່ອງດື່ມແບບກະຕຸກ, ກະປ໋ອງ ຫລື ຂວດແກ້ວທີ່ຜ່ານການແຊ່ເຢັນມາແລ້ວ ຈະປອດໄພຫລາຍກ່ວາ.
- ລະວັງເລື່ອງອາຫານບຸບເຟ້ : ເນື່ອງຈາກເຊື້ອໄນໂຣໄວຣັສຈະປົນເປື້ອນມາກັບອາຫານຕ່າງໆ ເຊັ່ນ : ຫອຍ, ຍຳສະຫລັດ ແລະ ນຳ້ກ້ອນ ແລະ ຍ້ອນວ່າເຊື້ອໄນໂຣໄວຣັສລອຍໂຕຢູ່ໃນນຳ້ໄດ້ ຈຶ່ງອາດຕິດເຊື້ອພະຍາດຈາກການຈັບອາຫານໄດ້ ເຊິ່ງສ່ວນຫລາຍຈະເປັນອາຫານແຊ່ເຢັນ ລວມເຖິງຍຳສະຫລັດຕ່າງໆນຳ.
- ເລືອກກິນແຕ່ອາຫານຮ້ອນໆ : ຖ້າທ່ານບໍ່ຢາກສ່ຽງກັບການຕິດເຊື້ອໄນໂຣໄວຣັສ ກໍຄວນເລືອກກິນອາຫານຮ້ອນ, ເຮັດແລ້ວໃໝ່ໆ ເນື່ອງຈາກອາຫານຮ້ອນໆ ລວມທັງສິ່ງໃດໆກໍຕາມທີ່ມີຄວາມຮ້ອນເກີນກ່ວາຈະໃຊ້ມືສຳຜັດໄດ້ ກໍຖືເປັນທາງເລືອກທີ່ມີຄວາມປອດໄພຫລາຍ.
- ສັງເກດອາການແຕ່ຫົວທີ : ຖ້າທ່ານມີອາການຕິດເຊື້ອໄນໂຣໄວຣັສເກີດຂຶ້ນ ເຊັ່ນ : ຖອກທ້ອງ, ຮາກ ຫລື ຖ່າຍແຫລວ ກໍຄວນກິນຢາແກ້ຖອກທ້ອງທັນທີ ເຊິ່ງນັກທ່ອງທ່ຽວທຸກຄົນຄວນຈະພົກພາຢາຊະນິດນີ້ຕິດໂຕຢູ່ສະເໝີ ໂດຍສະເພາະເວລາທີ່ໄປທ່ອງທ່ຽວເທິງເຮືອ ຫລື ໃນສະຖານທີ່ຫ່າງໄກ.
-
ຕື່ມນຳ້ໃຫ້ຮ່າງກາຍ : ເຖິງວ່າເຮົາຈະກຽມໂຕປ້ອງກັນຢ່າງດີແລ້ວ ກໍຍັງມີໂອກາດທີ່ຈະຕິດເຊື້ອນີ້ໄດ້ຢູ່ ເຊິ່ງຖ້າເປັນແບບນັ້ນແທ້ໆກໍຄວນຕື່ມນຳ້ໃຫ້ຮ່າງກາຍ ແລະ ຢູ່ໃນສະພາບແວດລ້ອມທີ່ສະອາດ ກໍຈະຊ່ວຍໃຫ້ທ່ານຟື້ນໂຕໄດ້ໄວຂຶ້ນ ແລະ ຖ້າຮູ້ສຶກປ່ວຍ ກໍຄວນຢູ່ໃຫ້ຫ່າງຈາກຜູ້ຄົນ ແລະ ຕ້ອງບໍ່ລືມຮັກສາຄວາມສະອາດກັບສິ່ງທີ່ຢູ່ອ້ອມໆໂຕທ່ານ ລວມທັງຕ້ອງຊັກເຄື່ອງນຸ່ງໃຫ້ສະອາດຢູ່ສະເໝີ.
+ ການປ້ອງກັນອາການອາຫານເປັນພິດຈາກເຊື້ອໄວຣັສ :
- ປຸງແຕ່ງອາຫານໃຫ້ສຸກ : ຄວນຫລີກເວັ້ນອາຫານດິບ ຫລື ອາຫານທີ່ປຸງແຕ່ງໂດຍວິທີລວກ ເຊັ່ນ: ກ້ອຍດິບ, ລາບດິບ, ປາດິບ, ເລືອດແປງ ເປັນຕົ້ນ.
- ລະວັງເລື່ອງອາຫານ ແລະ ນຳ້ດື່ມ : ບໍ່ວ່າຈະເປັນອາຫານທີ່ປຸງແຕ່ງເອງຢູ່ເຮືອນ, ອາຫານສັ່ງຊື້, ອາຫານກ່ອງ, ຂອງກິນສຸກ ຄວນແຍກຂອງກິນອອກຈາກເຂົ້າ ແລະ ຄວນກິນອາຫານພາຍໃນ 2 – 4 ຊົ່ວໂມງຫລັງປຸງແຕ່ງແລ້ວ.
- ອຸ່ນກ່ອນກິນ : ຖ້າມີອາຫານເຫລືອໃນຕູ້ເຢັນ ກໍຄວນອຸ່ນໃຫ້ຮ້ອນກ່ອນເອົາມາກິນ ຫາກມີລົດຊາດ ຫລື ກິ່ນຜິດປົກກະຕິ ກໍບໍ່ຄວນກິນ.
- ຄວນລ້າງໃຫ້ສະອາດກ່ອນ : ບໍ່ວ່າຈະເປັນຜັກ, ໝາກໄມ້ ກໍຄວນລ້າງໃຫ້ສະອາດຫລາຍໆເທື່ອ, ຫລີກເວັ້ນການໃຊ້ມີດ, ຂຽງ ຊອຍອາຫານດິບ ແລະ ອາຫານສຸກຮ່ວມກັນ ເພື່ອບໍ່ໃຫ້ເກີດການປົນເປື້ອນຂອງເຊື້ອພະຍາດ.
- ລ້າງມືໃຫ້ສະອາດທຸກເທື່ອ : ກ່ອນປຸງແຕ່ງອາຫານ, ກ່ອນກິນອາຫານ, ຫລັງຂັບຖ່າຍ ແລະ ຫລັງສຳຜັດສິ່ງເປິເປື້ອນ.