ກະຊວງ ຖວທ ປະກາດການຈັດຕັ້ງ ແລະ ອອກຮັບອຸດໜູນບຳນານ ຂັ້ນກົມ ແລະ ຮອງກົມ ຫລາຍຕຳແໜ່ງ

ກະຊວງ ຖວທ ປະກາດການຈັດຕັ້ງ ແລະ ອອກຮັບອຸດໜູນບຳນານ ຂັ້ນກົມ ແລະ ຮອງກົມ ຫລາຍຕຳແໜ່ງ - 281488264 1894216654115439 711231537410882246 n - ກະຊວງ ຖວທ ປະກາດການຈັດຕັ້ງ ແລະ ອອກຮັບອຸດໜູນບຳນານ ຂັ້ນກົມ ແລະ ຮອງກົມ ຫລາຍຕຳແໜ່ງ
ກະຊວງ ຖວທ ປະກາດການຈັດຕັ້ງ ແລະ ອອກຮັບອຸດໜູນບຳນານ ຂັ້ນກົມ ແລະ ຮອງກົມ ຫລາຍຕຳແໜ່ງ - kitchen vibe - ກະຊວງ ຖວທ ປະກາດການຈັດຕັ້ງ ແລະ ອອກຮັບອຸດໜູນບຳນານ ຂັ້ນກົມ ແລະ ຮອງກົມ ຫລາຍຕຳແໜ່ງ

ວັນທີ 17 ພຶດສະພາ 2022, ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນ ຫລວງວຽງຈັນ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ໄດ້ຈັດພິ ທີປະກາດການຈັດຕັ້ງ ແລະ ອອກພັກການ-ຮັບອຸດໜູນບຳນານຂັ້ນກົມ, ກອງປະກອບມີຕຳແໜງບໍລິຫານ ປະເພດ 2, ຍົກຍ້າຍ, ຊັບຊ້ອນ ແລະ ແຕ່ງຕັ້ງຕຳແໜງບໍລິຫານປະ ເພດ 3 ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນຂົງເຂດ ຖວທ ໃນໄລຍະໃໝ່. ໃຫ້ການເປັນປະທານຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ, ມີບັນດາຫົວໜ້າກົມ, ກອງ, ພະນັກງານຫລັກແຫລ່ງອ້ອມຂ້າງກະຊວງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຜູ້ທີ່ໄດ້ຮັບອະນຸມັດອອກພັກການ-ຮັບອຸດໜູນບຳນານ ອີງຕາມດຳລັດຂອງນາຍົກລັດຖະມົນຕີ ມີ:

ກະຊວງ ຖວທ ປະກາດການຈັດຕັ້ງ ແລະ ອອກຮັບອຸດໜູນບຳນານ ຂັ້ນກົມ ແລະ ຮອງກົມ ຫລາຍຕຳແໜ່ງ - Visit Laos Visit SALANA BOUTIQUE HOTEL - ກະຊວງ ຖວທ ປະກາດການຈັດຕັ້ງ ແລະ ອອກຮັບອຸດໜູນບຳນານ ຂັ້ນກົມ ແລະ ຮອງກົມ ຫລາຍຕຳແໜ່ງ
ກະຊວງ ຖວທ ປະກາດການຈັດຕັ້ງ ແລະ ອອກຮັບອຸດໜູນບຳນານ ຂັ້ນກົມ ແລະ ຮອງກົມ ຫລາຍຕຳແໜ່ງ - Visit Laos Visit SALANA BOUTIQUE HOTEL - ກະຊວງ ຖວທ ປະກາດການຈັດຕັ້ງ ແລະ ອອກຮັບອຸດໜູນບຳນານ ຂັ້ນກົມ ແລະ ຮອງກົມ ຫລາຍຕຳແໜ່ງ

1. ທ່ານ ບຸນສະໜອງ ສີຫາລາດ ຫົວໜ້າກົມວິຈິດສິນ.
2. ທ່ານ ຄຳພັນ ພົນທອງສີ ວ່າການຫົວໜ້າກົມສິລະປະການສະແດງ.
3. ທ່ານ ດວງຈັນ ພົມມະຈິດ ອອກພັກການ-ຮັບອຸດໜູນບຳນານ.

ແລະ ມີການແຕ່ງຕັ້ງຮັບຕຳແໜ່ງໃໝ່ດັ່ງນີ້:
1. ແຕ່ງຕັ້ງທ່ານ ອຳຄາ ວົງໝື່ນກ້າ ເປັນຜູ້ອຳນວຍການໃຫຍ່ໂທລະພາບແຫ່ງຊາດລາວ.
2. ທ່ານ ສຸວັນ ວິໄລແສງ ເປັນຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ.
3. ແຕ່ງຕັ້ງ ທ່ານ ນາງ ບົວໄຂ ເພັງພະຈັນ ເປັນຫົວໜ້າກົມສິລະປະ-ວັດທະນະທຳ.
4. ທ່ານ ນາງ ຈັນເພັດ ຄຳຟອງ ເປັນຫົວໜ້າກົມວັນນະຄະດີ ແລະ ພິມຈຳໜ່າຍ
5. ແຕ່ງຕັ້ງ ທ່ານ ວົງໄຊ ບົວພະຈັນ ຮອງຜູ້ອຳນວຍການກອງສິລະປະ ກອນແຫ່ງຊາດ ຂຶ້ນເປັນຜູ້ອຳນວຍການກອງສິລະປະກອນແຫ່ງຊາດ

ການຍົກຍ້າຍ ແລະ ຊັບຊ້ອນ ພະນັກງານ-ລັດຖະກອນ ຕຳແໜ່ງບໍລິຫານ ປະ ເພດ 3 ຂັ້ນຮອງຫົວໜ້າກົມ

1. ທ່ານ ບຸນເລືອມ ສຸວັນຄຳ ຮອງຜູ້ອຳນວຍການໃຫຍ່ໂທລະພາບແຫ່ງຊາດລາວ ໄປເປັນຮອງຫົວໜ້າສະຖາບັນສື່ມວນຊົນ.
2. ທ່ານ ນາງ ອຳໄພວັນ ວົງມະນີ ຮອງຫົວໜ້າກົມການເງິນ ມາເປັນຮອງຫົວໜ້າຫ້ອງການ.
3, ທ່ານ ລັດອຸດອນ ສຸລິນທອງ ຮອງຫົວໜ້າກົມການເງິນ ມາເປັນຮອງຫົວໜ້າຫ້ອງການ.
4. ທ່ານ ພັນທະນາສອນ ພິນພັກດີ ຮອງຫົວໜ້າກົມວັດທະນະທຳມະຫາຊົນ ມາເປັນຮອງຫົວໜ້າກົມສິລະປະ-ວັດທະນະທຳ.
5. ທ່ານ ບຸນເພັງ ສຸ ພາບ ຮອງຫົວໜ້າກົມສິລະປະການສະແດງ ມາເປັນຮອງຫົວໜ້າກົມສິລະປະ-ວັດທະນະທຳ.
6. ທ່ານ ສີວັນ ສຸກຈະ ເລີນ ຮອງຫົວໜ້າກົມສິລະປະການສະແດງ ມາເປັນຮອງຫົວໜ້າກົມສິລະປະ-ວັດທະນະທຳ.
7. ທ່ານ ນາງ ລັດດາວັນ ດວງດາລາ ຮອງຫົວໜ້າກົມສິລະປະການສະແດງ ມາເປັນຮອງຫົວໜ້າກົມສິລະປະ-ວັດທະນະທຳ.
8. ທ່ານ ທອງລິດ ຫລວງໂຄດ ຜູ້ອຳນວຍການກອງບູຮານວິທະຍາ ມາເປັນຮອງຫົວໜ້າກົມມໍລະດົກ.
9. ທ່ານ ພູເຮືອງ ສຸວັນນະລາດ ຮອງຫົວໜ້າກົມວິຈິດສິນ ມາເປັນຮອງຫົວໜ້າກົມມໍລະດົກ.

ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ມີຄຳເຫັນວ່າ: ການສັບຊ້ອນ, ປ່ຽນແທນໜ້າທີ່ຕຳແໜ່ງ ຂອງພະນັກງານການນຳຂັ້ນດັ່ງກ່າວນີ້ ແມ່ນເປັນເລື່ອງປົກກະຕິສຳລັບພັກ-ລັດເຮົາ ດັ່ງມະຕິກອງປະຊຸມໃຫຍ່ຄັ້ງທີ XI ວາງອອກ ພະນັກງານຕ້ອງມີຂຶ້ນມີລົງ, ມີເຂົ້າມີອອກ ເພື່ອແນ່ໃສ່ປັບປຸງການຈັດຕັ້ງ ແລະ ບຸກຄະລາກອນໃຫ້ສອດຄ່ອງ ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ; ບໍ່ວ່າຈະພະນັກງານຂັ້ນໃດ ຈະແມ່ນພະນັກງານຂັ້ນສູງ, ຂັ້ນກາງ ແລະ ພະນັກງານ-ລັດຖະກອນທົ່ວໄປໃນເມື່ອມີຄວາມຮຽກຮ້ອງຕ້ອງການຂອງພັກລັດແລ້ວກໍ່ຕ້ອງໄດ້ປະຕິບັດຕາມການມອບໝາຍ.

ກະຊວງ ຖວທ ປະກາດການຈັດຕັ້ງ ແລະ ອອກຮັບອຸດໜູນບຳນານ ຂັ້ນກົມ ແລະ ຮອງກົມ ຫລາຍຕຳແໜ່ງ - 3 - ກະຊວງ ຖວທ ປະກາດການຈັດຕັ້ງ ແລະ ອອກຮັບອຸດໜູນບຳນານ ຂັ້ນກົມ ແລະ ຮອງກົມ ຫລາຍຕຳແໜ່ງ
ກະຊວງ ຖວທ ປະກາດການຈັດຕັ້ງ ແລະ ອອກຮັບອຸດໜູນບຳນານ ຂັ້ນກົມ ແລະ ຮອງກົມ ຫລາຍຕຳແໜ່ງ - 5 - ກະຊວງ ຖວທ ປະກາດການຈັດຕັ້ງ ແລະ ອອກຮັບອຸດໜູນບຳນານ ຂັ້ນກົມ ແລະ ຮອງກົມ ຫລາຍຕຳແໜ່ງ
ກະຊວງ ຖວທ ປະກາດການຈັດຕັ້ງ ແລະ ອອກຮັບອຸດໜູນບຳນານ ຂັ້ນກົມ ແລະ ຮອງກົມ ຫລາຍຕຳແໜ່ງ - 4 - ກະຊວງ ຖວທ ປະກາດການຈັດຕັ້ງ ແລະ ອອກຮັບອຸດໜູນບຳນານ ຂັ້ນກົມ ແລະ ຮອງກົມ ຫລາຍຕຳແໜ່ງ