ເປີດປະເທດເຕັມຮູບແບບເລັ່ງຟື້ນຟູເສດຖະກິດໃຫ້ບັນລຸຕາມເປົ້າ

ໂດຍ: ທິດກໍ່າ
ມາຮອດປັດຈຸບັນ, ເຮົາເຫັນວ່າສະພາບການແພ່ລະບາດຂອງພະຍາດໂຄວິດ-19 ໄດ້ເບົາບາງລົງຢ່າງເຫັນໄດ້ຊັດ. ຈາກສະຖິຕິໃນວັນທີ 20 ພຶດສະພາ 2022 ມີຄົນຕິດເຊື້ອພຽງ 51 ຄົນ ຖ້າທຽບໃສ່ກາງປີ 2021 ຫາເດືອນກຸມພາ 2022 ແມ່ນຫລຸດລົງຫລາຍທົບເທົ່າ. ສະຫລຸບຄົນຕິດເຊື້ອສະສົມນັບແຕ່ມື້ໂຄວິດ-19 ເລີ່ມມີການລະບາດໃນ ສປປ ລາວ ມາຮອດປັດຈຸບັນ ມີຈຳນວນຄົນຕິດເຊື້ອທັງໝົດ 209.658 ຄົນ, ເສຍຊີວິດສະສົມ 754 ຄົນ.
ປັດໄຈທີ່ເຮັດໃຫ້ການແພ່ລະບາດໃນ ສປປ ລາວ ຫລຸດລົງກໍຍ້ອນວ່າ ປະຊາຊົນບັນດາເຜົ່ານັບແຕ່ຕົວເມືອງເຖິງຊົນນະບົດໄດ້ພາກັນເຂົ້າເຖິງວັກຊີນປ້ອງກັນ ເຊິ່ງມາຮອດປັດຈຸບັນແມ່ນໄດ້ຮັບເຂັມທີ 3 ເປັນສ່ວນຫລາຍແລ້ວ.
ອັນທີສອງມາກໍແມ່ນລາວເຮົາສາມາດຜະລິດຢາປິ່ນປົວຜູ້ຕິດເຊື້ອໂຄວິດ-19 (MOLACOVIR) ໝາຍວ່າຖ້າຜູ້ໃດຕິດເຊື້ອບໍ່ຮຸນແຮງກໍສາມາດປິ່ນປົວດ້ວຍຕົນເອງຢູ່ບ້ານຢູ່ເຮືອນ ໂດຍບໍ່ຈຳເປັນຕ້ອງໄປນອນປິ່ນປົວຢູ່ໂຮງໝໍອີກ. ສ່ວນປັດໄຈອັນສຸດທ້າຍກໍແມ່ນປະຊາຊົນລາວເຮົາພາກັນຮູ້ຈັກຮັກສາສຸຂະພາບ ເພື່ອປັດສະຈາກບໍ່ໃຫ້ຕົນເອງຕິດເຊື້ອ ຫລື ນຳເອົາເຊື້ອໄປຕິດຕໍ່ໃສ່ຄົນອື່ນພາຍໃນຄອບຄົວ ຫລື ສັງຄົມແບບຊະຊາຍລາມພະລາມຈົວ.
ສະຫລຸບລວມແລ້ວ ປະຊາຊົນລາວເຮົາໃນປັດຈຸບັນ ໃຜກໍຮູ້ປັບປ່ຽນການດຳລົງຊີວິດແບບໃໝ່ໃສ່ໃຈຮັກສາສຸຂະພາບ ແລະ ປະຕິບັດບັນດາມາດຕະການຂອງຄະນະສະເພາະກິດແຫ່ງຊາດ ກໍຄືບັນດາມະຕິຄຳສັ່ງຕ່າງໆຂອງພັກ ແລະ ລັດຖະບານໃນການປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການແພ່ລະບາດຂອງພະຍາດໂຄວິດ-19 ນັບແຕ່ມື້ເລີ່ມຕົ້ນຈົນມາຮອດປັດຈຸບັນ.
ຈາກສາເຫດທີ່ກ່າວມາຂ້າງເທິງນີ້ ຈຶ່ງເຮັດໃຫ້ການແພ່ລະບາດຂອງພະຍາດໂຄວິດ-19 ນັບມື້ຫລຸດໜ້ອຍຖອຍລົງ ແລະ ຍິ່ງຈະນັບມື້ມະຫັບມະຫາຍໄປຈາກສັງຄົມລາວຢ່າງສິ້ນເຊີງໃນອະນາຄົດ.
ດ້ວຍປັດໄຈ, ເງື່ອນໄຂ ນັບທັງສະພາບແວດລ້ອມຕ່າງໆ ທັງພາຍໃນ ແລະ ພາຍນອກ ການຕັດສິນໃຈເປີດປະເທດຢ່າງເຕັມຮູບແບບໃນວັນທີ 9 ພຶດສະພາ 2022 ຕາມແຜນຂອງພັກ ແລະ ລັດຖະບານນັ້ນ ຖືວ່າເປັນການຖືກຕ້ອງສອດຄ່ອງກັບສະພາບການຕົວຈິງ. ອັນສຳຄັນກວ່າໝູ່ໝົດໃນເງື່ອນໄຂທີ່ປະເທດເຮົາພວມຜະເຊີນກັບບັນຫາວິກິດເງິນເຟີ້, ນ້ຳມັນແພງ, ສິນຄ້າເກືອບທຸກປະເພດຂຶ້ນລາຄາໄປຕິກໆ ຍິ່ງເປັນເງື່ອນໄຂອັນຈຳເປັນໃນການເປີດປະເທດ ເຊິ່ງເປົ້າໝາຍຫລັກກໍເພື່ອຟື້ນຟູເສດຖະກິດຂອງປະເທດທີ່ໄດ້ຮັບຜົນກະທົບຈາກວິກິດໂຄວິດ-19 ມາເປັນເວລາເກືອບ 3 ປີເຕັມ.
ໃນຊ່ວງປິດປະເທດຖືກວິກິດຍ້ອນຜົນກະທົບຈາກໂຄວິດ-19 ມາເປັນເວລາຍາວນານ ລາວເຮົາເສຍລາຍຮັບຫລາຍພັນຕື້. ບັນດາຂະແໜງການທີ່ຖືກຜົນກະທົບໜັກໜ່ວງກວ່າໝູ່ກໍແມ່ນຂົງເຂດການທ່ອງທ່ຽວ, ໂຮງແຮມ ແລະ ຮ້ານອາຫານ ຈົນເຖິງຂັ້ນປິດສະຖານທີ່ທ່ອງທ່ຽວ, ປິດໂຮງແຮມ ແລະ ຮ້ານອາຫານ. ສ່ວນບັນດາຂະແໜງການອື່ນໆກໍມີຜົນກະທົບບໍ່ໜ້ອຍເໝືອນກັນ.
ເຖິງຢ່າງໃດກໍດີ, ໃນຄວາມຫວັງອັນສູງສົ່ງຂອງພວກເຮົານັ້ນ ໃນເມື່ອເປີດປະເທດຢ່າງເຕັມຮູບແບບໄປແລ້ວ ທຸກສິ່ງຢ່າງຈະກ້າວເຂົ້າສູ່ສະພາບປົກກະຕິເໝືອນດັ່ງໃນໄລຍະທີ່ບໍ່ທັນມີການລະບາດໂຄວິດ-19. ຜ່ານການເປີດປະເທດຢ່າງເຕັມຮູບແບບມາແຕ່ວັນທີ 9 ພຶດສະພາ 2022 ເຫັນວ່າການໄປມາ, ທ່ອງທ່ຽວສະດວກສະບາຍ, ມີນັກທ່ອງທ່ຽວຈາກຕ່າງປະເທດເລີ່ມເຂົ້າມາສຳຜັດກັບບັນຍາກາດທີ່ເປັນທຳມະຊາດຂອງເມືອງລາວຈຳນວນບໍ່ໜ້ອຍ ແລະ ນັກທ່ອງທ່ຽວຢູ່ພາຍໃນປະເທດກໍເລີ່ມມີການທ່ອງທ່ຽວຫລາຍຂຶ້ນ. ຄິດວ່າທຸກສິ່ງຢ່າງເມື່ອເລີ່ມເຂົ້າສູ່ສະພາບປົກກະຕິແລ້ວ ບັນຍາກາດການໄປມາທ່ອງທ່ຽວ, ການຜະລິດ ຕະຫລອດການຄ້າຂາຍຊອກຢູ່ຫາກິນກໍຈະສະດວກສະບາຍ, ເສດຖະກິດຂອງປະເທດເຮົາກໍຈະບັນລຸຕາມເປົ້າໝາຍທີ່ໄດ້ຄາດກະເອົາໄວ້.