ລົດໄຟ ຈີນ-ລາວ ຂົນສົ່ງຜູ້ໂດຍສານເຖິງ 3 ລ້ານຖ້ຽວແລ້ວ ຫລັງເປີດໃຫ້ບໍລິການພຽງ 6 ເດືອນ

ການລົດໄຟຈີນເຜີຍ ລົດໄຟ ຈີນ-ລາວ ເປັນທີ່ນິຍົມຫລາຍ ຫລັງເປີດໃຫ້ບໍລິການໄດ້ພຽງ 6 ເດືອນ ແລ່ນຮອງຮັບການເດີນທາງຂອງຜູ້ໂດຍສານເຖິງ 3,09 ລ້ານຖ້ຽວແລ້ວ.
ວັນທີ 25 ພຶດສະພາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ບໍລິສັດການລົດໄຟແຫ່ງປະເທດຈີນ ສາຂານະຄອນຄຸນໝິງ ເປີດເຜີຍວ່າ: ນັບແຕ່ເປີດໃຫ້ບໍລິການໃນເດືອນທັນວາ 2021, ທາງລົດໄຟຈີນ-ລາວ ຮອງຮັບການເດີນທາງຂອງຜູ້ໂດຍສານຫລາຍກວ່າ 3,09 ລ້ານຄັ້ງແລ້ວ ຖ້ານັບຮອດວັນທີ 23 ພຶດສະພາ.
ບໍລິສັດການລົດໄຟຈີນລະບຸວ່າ: ທາງລົດໄຟຈີນ-ລາວ ເບື້ອງຈີນ ເຊິ່ງມີຈຸດເລີ່ມຕົ້ນຢູ່ນະຄອນຄຸນໝິງ ມົນທົນຢູນນານ ທາງຕາເວັນຕົກສຽງໃຕ້ຂອງຈີນ ຮອງຮັບການເດີນທາງຂອງຜູ້ໂດຍສານປະມານ 2,71 ລ້ານຄັ້ງ ໂດຍມີລົດໄຟໂດຍສານໃຫ້ບໍລິການສະເລ່ຍ 23,5 ຄູ່ຕໍ່ວັນ, ສ່ວນປະລິມານການເດີນທາງຂອງຜູ້ໂດຍສານໃນເບື້ອງລາວ ເພີ່ມຂຶ້ນຢ່າງຕໍ່ເນື່ອງເຖິງ 380.000 ຄັ້ງ ໂດຍວັນທີ່ມີການເດີນທາງສູງສຸດເກືອບ 5.000 ຄັ້ງ.
ທັງນີ້, ເສັ້ນທາງລົດໄຟຈີນ-ລາວ ໄລຍະທາງ 1.035 ກິໂລແມັດ ເຊື່ອມຕໍ່ລະຫວ່າງນະຄອນຄຸນໝິງຂອງຈີນ ກັບນະຄອນຫລວງວຽງຈັນຂອງລາວ ຖືເປັນໂຄງການສຳຄັນພາຍໃຕ້ແຜນລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ (Belt and Road Initiative-BRI) ອັນມີຄຸນນະພາບສູງ.