ສູນຄວບຄຸມ ແລະ ປ້ອງກັນພະຍາດ EU ເຜີຍ ຈຳນວນຜູ້ຕິດເຊື້ອຝີຕຸ່ມລີງທົ່ວໂລກ ເພີ່ມຫລາຍກວ່າ 200 ຄົນ
ສູນຄວບຄຸມ ແລະ ປ້ອງກັນພະຍາດແຫ່ງສະຫະພາບເອີຣົບ (European Centre for Disease Prevention and Control: ECDC) ລາຍງານກໍລະນີຜູ້ຕິດເຊື້ອຝີຕຸ່ມລີງທີ່ໄດ້ຮັບການຢືນຢັນແລ້ວທົ່ວໂລກເພີ່ມເປັນ 219 ຄົນ ຈາກ 19 ປະເທດ ເຊິ່ງສ່ວນຫລາຍເປັນປະເທດໃນເອີຣົບ ແລະ ພົບຜູ້ຕິດເຊື້ອທີ່ຢືນຢັນແລ້ວຢ່າງໜ້ອຍ 1 ຄົນ.
ໂດຍລາຍງານບັນທຶກທາງລະບາດວິທະຍາຂອງ ECDC ທີ່ຖືກເຜີຍແພ່ອອກມາໃນວັນທີ 25 ພຶດສະພາ ລະບຸວ່າ: “ຄັ້ງນີ້ເປັນຄັ້ງທຳອິດທີ່ມີການລາຍງານຕ້ອງໂສ້ຂອງການແພ່ລະບາດໃນເອີຣົບ ໂດຍປາສະຈາກການເຊື່ອມໂຍງທາງລະບາດວິທະຍາກັບປະເທດໃນອາຟຣິກາຕາເວັນຕົກ ຫລື ອາຟຣິກາກາງ ເຊິ່ງພະຍາດຝີຕຸ່ມລີງເປັນພະຍາດປະຈຳຖິ່ນ”.
ຈາກການກວດສອບພົບວ່າ: ກໍລະນີການຕິດເຊື້ອສ່ວນຫລາຍເປັນກຸ່ມຊາຍອາຍຸນ້ອຍ ທີ່ລະບຸຕົນເອງວ່າເປັນຊາຍທີ່ມີເພດສຳພັນກັບຊາຍ ເຊິ່ງບົ່ງຊີ້ວ່າ: ການແພ່ລະບາດອາດເກີດຂຶ້ນລະຫວ່າງມີຄວາມສຳພັນໃກ້ຊິດ. ຂະນະທີ່ຈົນຮອດຕອນນີ້ຍັງບໍ່ມີລາຍງານຜູ້ເສຍຊີວິດຈາກການຕິດເຊື້ອຝີຕຸ່ມລີງ.
ສຳລັບປະເທດທີ່ພົບຜູ້ຕິດເຊື້ອຫລາຍທີ່ສຸດຄື: ອັງກິດ ທີ່ກວດພົບຜູ້ຕິດເຊື້ອຄົນທຳອິດໃນຕົ້ນເດືອນພຶດສະພາຜ່ານມາ ແລະ ຫລ້າສຸດ ພົບວ່າຈຳນວນຜູ້ຕິດເຊື້ອເພີ່ມເປັນ 71 ຄົນແລ້ວ.
ຂະນະທີ່ແອັສປາຍພົບຜູ້ຕິດເຊື້ອຮອງລົງມາ ຈຳນວນ 51 ຄົນ ແລະ ປັອກຕຸຍການ 37 ຄົນ, ສ່ວນນອກເອີຣົບ ການາດາມີລາຍງານພົບຜູ້ຕິດເຊື້ອຝີຕຸ່ມລີງແລ້ວ 15 ຄົນ ແລະ ອາເມລິກາ 9 ຄົນ.
ເຊິ່ງຈຳນວນລວມຜູ້ຕິດເຊື້ອໃນຕອນນີ້ເພີ່ມຂຶ້ນກວ່າ 5 ເທົ່າ ເມື່ອທຽບໃສ່ທີ່ມີລາຍງານຄັ້ງທຳອິດໃນວັນທີ 20 ພຶດສະພາ.
ເຖິງຢ່າງໃດກໍຕາມ, ECDC ລະບຸວ່າ: ອັດຕາການຕິດເຊື້ອຝີຕຸ່ມລີງນັ້ນຢູ່ໃນລະດັບຕໍ່າ, ແຕ່ເຕືອນວ່າຜູ້ທີ່ມີຄູ່ນອນຫລາຍຄົນ ແລະ ບໍ່ຄຳນຶງເຖິງລົດສະນິຍົມທາງເພດນັ້ນຈະມີຄວາມສ່ຽງຫລາຍກວ່າ.
ອ້າງອີງ:
https://www.channelnewsasia.com/world/monkeypox-more-200-cases-worldwide-europe-us-canada-2708316