ທູດລາວຍື່ນສານຕາຕັ້ງທ່ານ ເລຂາທິການໃຫຍ່ອົງການຝຣັງໂກໂຟນີສາກົນ
May 27, 2022 - 3:56 PM

ໃນວັນທີ 24 ພຶດສະພາ 2022, ທ່ານ ຄຳອິນ ຄິດຈະເດດ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດຝຣັ່ງ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ ນາງ Louise Mushikiwabo, ເລຂາທິການໃຫຍ່ ອົງການຝຣັງໂກໂຟນີສາກົນ ເພື່ອດຳລົງຕ່ຳແຫນ່ງເປັນ ຜູ້ຕາງຫນ້າສ່ວນຕົວ ຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະເທດປະເທດ ແຫ່ງ ສປປ ລາວ ປະຈຳຢູ່ ອົງການຝຣັງໂກໂຟນີ ທີ່ ມີສຳນັກງານໃຫຍ່ ຕັ້້ງຢູ່ ນະຄອນຫລວງປາຣີ, ສາທາລະ ນະລັດຝຣັ່ງ.
ໃນໂອກາດດັ່ງກ່າວ, ທ່ານທູດ ຄຳອິນ ຄິດຈະເດດ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວ ຈາກ ພະນະທ່ານ ປະທານປະເທດ ແຫ່ງ ສປປ ລາວ ເຖິງ ທ່ານເລຂາທິການໃຫຍ່ ແລະ ການນຳ ຂອງ ອົງການຝຣັງໂກໂຟນີ ແລະ ໄດ້ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫລືອ ແລະ ຮ່ວມມືຂອງ ອົງການຝຣັງໂກໂຟນີ ໃຫ້ ສປປ ລາວ ໃນໄລຍະຜ່ານມາ, ພ້ອມທັງໃຫ້ຄວາມຫມາຍຫມັ້ນ ວ່າ ສປປ ລາວ ຈະສືບຕໍ່ ໃຫ້ການຮ່ວມມື ໃນການເຄື່ອນໄຫວ ໃນຂອບຫນ້າວຽກ ຂອງ ອົງການຝຣັງໂກໂຟນີ. ທ່ານ ເລຂາ ທິການໃຫຍ່ ກໍ່ໄດ້ໃຫ້ຄຳຫມາຍຫມັ້ນ ວ່າ ອົງການຝຣັງໂກໂຟນີ ຈະສືບຕໍ່ໃຫ້ການຮ່ວມມື ກັບ ສປປ ລາວ ໃຫ້ດີທີ່ສຸດ ໂດຍສະເພາະ ປັບປຸງການຮຽນ-ການສອນພາສາຝຣັ່ງ ຢູ່ ສປປ ລາວ ແລະໃນໂຄງການອື່ນໆ, ນອກນີ້ ທ່ານ ກໍ່ໄດ້ແຈ້ງວ່າ ທ່ານ ຈະຂື້ນແຜນ ມາຢ້ຽມຢາມ ສປປ ລາວ ໃນໂອກາດອັນເຫມາະສົມ ໄວໄວນີ້. ອົງການຝຣັງໂກໂຟນີ ເປັນອົງການຈັດຕັ້ງສາກົນ ນຶ່ງ ທີ່ໄດ້ຖືກສ້າງຕັ້ງມາ ແຕ່ ປີ 1970 ແລະ ປະກອບມີ 88 ປະເທດ ສະມາຊິກ, ໃນນັ້ນ ມີ 54 ປະເທດ ເປັນສະມາຊິກສົມບູນ, 7 ປະເທດ ເປັນສະມາຊິກກ່ຽວຂ້ອງ ແລະ 27 ປະເທດ ສັງເກດການ, ເປັນອົງການ ທີ່ຊຸກຍູ້ສົ່ງເສີມການໃຊ້ພາສາຝຣັ່ງ ແລະຮ່ວມມືກັນ ທາງດ້ານການເມືອງ, ການສຶກສາ, ເສດຖະກິດ ແລະ ວັດທະນະທຳ ມີການປະຊຸມ ໃນລະດັບສຸດຍອດ ກໍ່ຄືລະດັບປະມຸກລັດ ຫລື ຫົວຫນ້າລັດຖະບານ ທຸກໆສອງປີ ແລະ ມີເລຂາທິການໃຫຍ່ ເປັນຜູ້ບໍລິຫານອົງການ. ສປປ ລາວ ໄດ້ເຂົ້າເປັນ ສະມາຊິກ ຂອງ ອົງການ ຝຣັ່ງໂກໂຟນນີ ນັບແຕ່ ປີ 1991 ເປັນຕົ້ນມາ.