“ຣາຟ ຣັງນິກ” ຖອນໂຕລາຜີແດງ ຫຼັງປ່ຽນໃຈບໍ່ຮັບຕຳແໜ່ງທີ່ປຶກສາ


ຣາຟ ຣັງນິກ ອະດີດຜູ້ຈັດການທີມ ແມນເຊສເຕີ ຢູໄນເຕັດ ປະກາດວ່າຈະບໍ່ນັ່ງເປັນທີ່ປຶກສາຂອງ ຜີສາດແດງ ຕາມທີ່ເຄີຍຕົກລົງກັນມາກ່ອນ. ເນື່ອງຈາກວ່າຕ້ອງການທຸ້ມເທເວລາໃຫ້ກັບວຽກໃຫມ່ໃນຖານະເປັນຄູຝຶກທີມຊາດອອສເຕຣຍ.
ຣາຟ ຣັງນິກ ຄູຝຶກສອນໄວເກົ໋າຊາວເຢຍລະມັນ ປະກາດຈະບໍ່ຮັບໜ້າທີ່ເປັນທີ່ປຶກສາຂອງ ແມນເຊັສເຕີ ຢູໄນເຕັດ ຕາມທີ່ເຄີຍຕົກລົງກັນໄວ້ລ່ວງໜ້າເມື່ອຄັ້ງທີ່ໄດ້ລົງນາມເປັນຜູ້ຈັດການຊົ່ວຄາວຂອງ “ຜີສາດແດງ” ເນື່ອງຈາກຈຳເປັນຕ້ອງການທຸ້ມເທເວລາໃຫ້ກັບວຽກໃໝ່ໃນຕຳແໜ່ງຫົວໜ້າຄູຝຶກທີມຊາດອອສເຕຣຍ.


ຣັງນິກ ເປີດເຜີຍເລື່ອງດັ່ງກ່າວໃນລະຫວ່າງການຖະແຫຼງຂ່າວເປີດຕົວການເປັນຄູຝຶກສອນຄົນໃຫມ່ຂອງອອສເຕີຍ. ໃນວັນອາທິດ, ໃນຂະນະທີ່ ແມນເຊັສເຕີ ຢູໄນເຕັດ ຢືນຢັນເລື່ອງດັ່ງກ່າວຜ່ານທາງເວັບໄຊທ໌ທາງການຂອງສະໂມສອນເຊັ່ນດຽວກັນ ໂດຍຊີ້ແຈງວ່າການຍົກເລີກສັນຍາດັ່ງກ່າວໄດ້ຕົກລົງເຫັນດີກັນລະຫວ່າງສະໂມສອນກັບ ນາຍໃຫຍ່ອາຍຸ 63 ປີ
“ພວກເຮົາຕົກລົງເຫັນດີວ່າ ຣາຟ ຈະສຸມໃສ່ໃນບົດບາດໃຫມ່ຂອງລາວເປັນຜູ້ຈັດການທີມຊາດອອສເຕີຍເທົ່ານັ້ນ. ພວກເຮົາອວຍພອນໃຫ້ ຣາຟ ໂຊກດີກັບບົດບາດໃຫມ່ໃນການເຮັດວຽກຂອງເຂົາ, “ຄໍາຖະແຫຼງຈາກ ຢູໄນເຕັດ.