ຫົວໃຈລົ້ມເຫລວ ກັບ 4 ສັນຍານອັນຕະລາຍ.
May 30, 2022 - 11:00 AM

ຫົວໃຈລົ້ມເຫລວ ຫລື ທີ່ເອີ້ນວ່າ Heart Failure ແມ່ນອາການທີ່ຫົວໃຈອ່ອນແຮງ ບໍ່ສາມາດຟອກເລືອດໄປລ້ຽງພາກສ່ວນຕ່າງໆຂອງຮ່າງກາຍໄດ້ຢ່າງເປັນປົກກະຕິ ເນື່ອງຈາກຫົວໃຈມີການບີບໂຕ ຫລື ຄາຍໂຕທີ່ຜິດປົກກະຕິ ບາງເທື່ອຫົວໃຈມີຂະໜາດໃຫຍ່ ຫລື ໜາກ່ວາປົກກະຕິ.
+ ສາເຫດຂອງອາການຫົວໃຈລົ້ມເຫລວ ເກີດໄດ້ຈາກ :
- ພະຍາດຫລອດເລືອດຫົວໃຈຕີບ ຫລື ກ້າມຊີ້ນຫົວໃຈຂາດເລືອດ.
- ຄວາມດັນເລືອດສູງ.
- ລີ້ນຫົວໃຈຮົ່ວ ຫລື ລີ້ນຫົວໃຈຕີບ.
- ກ້າມຊີ້ນຫົວໃຈພິການ ຫລື ບົກພ່ອງ.
- ກ້າມຊີ້ນຫົວໃຈອັກເສບ.
- ການຕິດເຊື້ອຂອງກ້າມຊີ້ນຫົວໃຈ ຫລື ລີ້ນຫົວໃຈ.
- ຫົວໃຈພິການແຕ່ກຳເນີດ.
- ກ້າມຊີ້ນຫົວໃຈອ່ອນແຮງຈາກສານພິດຕ່າງໆ ເຊັ່ນ : ການດື່ມເຫລົ້າ ຫລື ເສບຢາເສບຕິດ.
- ກຳມະພັນ.
- ພະຍາດເນື້ອເຍື່ອກ່ຽວຂ້ອງ.
- ພະຍາດຕ່ອມບໍ່ມີທໍ່.
+ ສາເຫດທີ່ສຳຄັນທີ່ສົ່ງຜົນໃຫ້ຄົນປ່ວຍມີອາການຫົວໃຈລົ້ມເຫລວຮຸນແຮງຫລາຍຍິ່ງຂຶ້ນ ເກີດໄດ້ຈາກ :
- ກິນອາຫານເຄັມຫລາຍ ຫລື ອາຫານທີ່ມີໂຊດຽມຫລາຍ.
- ດື່ມນຳ້ຫລາຍເກີນໄປ (ຫລາຍກ່ວາທີ່ຍ່ຽວອອກຈາກຮ່າງກາຍ).
- ກິນຢາທີ່ບໍ່ສະໝໍ່າສະເໝີ.
- ອາການຫົວໃຈເຕັ້ນຜິດຈັງຫວະ.
- ອາການກ້າມຊີ້ນຫົວໃຈຂາດເລືອດ.
- ກິນຢາກຸ່ມ NSAIDS.
- ໄທຣອຍເປັນພິດ.
- ຕິດເຊື້ອໃນຮ່າງກາຍ.
- ຂີ້ໝາກເຫລືອງ ຫລື ເລືອດຈາງ.
+ ອາການຂອງຫົວໃຈລົ້ມເຫລວ ມັກຈະມີອາການດັ່ງນີ້ :
- ເມື່ອຍງ່າຍ ຫລື ຫອບ, ນອນຫງາຍບໍ່ໄດ້, ຕ້ອງໝູນໝອນຕື່ມ ຫລື ນັ່ງຫລັບ, ສະເດີດຕື່ນມາຕອນກາງຄືນ ຍ້ອນອຶດອັດຫາຍໃຈລຳບາກ.
- ບວມຂໍ້ຕີນ ແລະ ໜ້າແຂ່ງ.
- ນຳ້ໜັກໂຕເພີ່ມຂຶ້ນຢ່າງໄວວາ ຫລາຍກ່ວາ 2 ກິໂລກຣາມໃນ 2 ວັນ.
- ອ່ອນເພຍ, ບໍ່ມີແຮງ, ປຸ້ນທ້ອງປວດຮາກ, ເບື່ອອາຫານ ແລະ ຍື່ງທ້ອງ.
+ ວິທີປ້ອງກັນອາການຫົວໃຈລົ້ມເຫລວ : ຜູ້ປ່ວຍຄວນເບິ່ງແຍງ ແລະ ຄວບຄຸມປັດໄຈສ່ຽງເພື່ອປ້ອງກັນບໍ່ໃຫ້ຫົວໃຈລົ້ມເຫລວຮຸນແຮງຫລາຍຂຶ້ນ ໂດຍການປັບປ່ຽນພຶດຕິກຳຕົນເອງ ດັ່ງນີ້ :
- ຊັ່ງນຳ້ໜັກທຸກມື້ ກ່ອນກິນເຂົ້າເຊົ້າທຸກມື້ ຫລື ພາຍຫລັງເຂົ້າຫ້ອງນຳ້ຂັບຖ່າຍແລ້ວໃນຕອນເຊົ້າ ແລະ ຈົດບັນທຶກນຳ້ໜັກເພື່ອຊ່ວຍປະເມີນຕົນເອງ.
- ດື່ນນຳ້ໃນປະລິມານທີ່ເໝາະສົມ ຕາມແຜນການປິ່ນປົວຂອງແພດ.
- ຫລີກເວັ້ນອາຫານທີ່ມີລົດຊາດຫວານ, ມັນ, ເຄັມ, ຈຳກັດປະລິມານໂຊດຽມທີ່ກິນຕໍ່ມື້.
- ອອກກຳລັງກາຍຢ່າງສະໝໍ່າສະເໝີຢ່າງພໍດີ ອາດເລີ່ມຈາກການອອກກຳລັງກາຍເບົາໆ ເຊັ່ນ : ຍ່າງອອກກຳລັງກາຍ ຫາກເມື່ອຍຫອບ ຄວນຢຸດພັກທັນທີ.
- ງົດການສູບຢາ ຫລື ການດື່ມອານກໍຮໍທຸກປະເພດ ເພາະສານພິດໃນຢາສູບຈະສົ່ງຜົນໃຫ້ເສັ້ນເລືອດຫົວໃຈຕີບ ແລະ ເຄື່ອງດື່ມອານກໍຮໍ ເຮັດໃຫ້ການບີບໂຕຂອງຫົວໃຈຫລຸດລົງ.
- ກິນຢາຢ່າງສະໝໍ່າສະເໝີ.
- ຕາມຄຳແນະນຳຂອງທ່ານໝໍ, ໄປພົບທ່ານໝໍຕາມນັດທຸກເທື່ອ.
- ຄວນໄດ້ຮັບວັກຊີນປ້ອງກັນໄຂ້ຫວັດໃຫຍ່ປະຈຳປີໃນກໍລະນີບໍ່ມີຂໍ້ຫ້າມ.
- ຜູ້ປ່ວຍຄວນສັງເກດອາການຕົນເອງ ຫາກພົບວ່າມີອາການຜິດປົກກະຕິ ຄວນຮີບໄປພົບທ່ານໝໍທັນທີ ປ້ອງກັນຄວາມຮຸນແຮງຂອງພະຍາດ ແລະ ນຳໄປສູ່ການປິ່ນປົວທີ່ຖືກວິທີ ເພື່ອຮັກສາຊີວິດຜູ້ປ່ວຍໄດ້ຢ່າງປອດໄພ.