ຮອງນາຍົກລັດຖະມົນຕີ ເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງນໍ້າທາ

ຮອງນາຍົກລັດຖະມົນຕີ ເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງນໍ້າທາ - 285500409 3083916958585511 3027933515419221139 n - ຮອງນາຍົກລັດຖະມົນຕີ ເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງນໍ້າທາ
ຮອງນາຍົກລັດຖະມົນຕີ ເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງນໍ້າທາ - kitchen vibe - ຮອງນາຍົກລັດຖະມົນຕີ ເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງນໍ້າທາ
ໃນຕອນເຊົ້າວັນທີ 30 ພຶດສະພາ 2022 ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກ ແລະ ພົບປະໂອ້ລົມ ການນຳຫຼັກແຫຼ່ງ ແຂວງຫຼວງນໍ້າທາ ໂດຍໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມ ຂອງທ່ານ ຄຳໄຫຼ ສີປະເສີດ, ເຈົ້າແຂວງໆຫຼວງນໍ້າທາ ພ້ອມດ້ວຍພະນັກງານການນໍາຫຼັກແຫຼ່ງຂອງແຂວງ.
ທ່ານ ເຈົ້າແຂວງໆຫຼວງນໍ້າທາ ໄດ້ກ່າວສະແດງຄວາມຂໍ່ານັບຊົມເຊີຍ ແລະ ຍິນດີຕ້ອນຮັບ ທ່ານຮອງນາຍົກລັດຖະມົນຕີ ແລະ ຄະນະ ພ້ອມທັງ ລາຍງານ ສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໄລຍະ 4 ເດືອນ ຂອງຕົ້ນປີ 2022 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ເຫັນວ່າ ຜົນສຳເລັດອັນພົ້ນເດັ່ນແມ່ນ ພະນັກງານ, ທະຫານ, ຕໍາຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າ ຮັບຮູ້ເຂົ້າໃຈ ແລະ ມີຄວາມເປັນເອກະພາບສູງກັບແນວທາງນະໂຍບາຍຂອງພັກ ພ້ອມທັງ ຫັນເປັນແຜນການ, ແຜນງານ, ໂຄງການອັນລະອຽດຂອງແຕ່ລະຂະແໜງການ, ທ້ອງຖິ່ນ ແລະ ນໍາພາຈັດຕັ້ງປະຕິບັດໃຫ້ບັນລຸຜົນເປັນຈິງ; ການພັດທະນາຊົນນະບົດ ລຶບລ້າງຄວາມທຸກຍາກ; ການປະເມີນປະຕິບັດວຽກງານ 3 ສ້າງ ແລະ ກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍ ໄດ້ຫັນພະນັກງານລົງໄປປະຈໍາຢູ່ບັນດາກຸ່ມບ້ານ, ບ້ານ ແລະ ຈຸດທີ່ມີຄວາມຈໍາເປັນ ເພື່ອແນໃສ່ປັບປຸງລະບົບການເມືອງຢູ່ຂັ້ນຮາກຖານໃຫ້ມີຄວາມໜັກແໜ້ນເຂັ້ມແຂງ. ປັດຈຸບັນ ທົ່ວແຂວງ ມີພະນັກງານກໍ່ສ້າງຮາກຖານ 434 ຄົນ, ໄດ້ສຳເລັດການປະເມີນຄືນ ມາດຕະຖານພັດທະນາ ຕາມດຳລັດ 348/ລບ, ທົ່ວແຂວງ ມີເມືອງພົ້ນທຸກ 2 ເມືອງ (ເມືອງຫຼວງນໍ້າທາ ແລະ ເມືອງສິງ), ບ້ານພົ້ນທຸກ ກວມ 31,4%, ຄອບຄົວພົ້ນທຸກ ກວມ 83,8%; ບ້ານພັດທະນາ ກວມ 36,5%, ຄອບຄົວພັດທະນາ ກວມ 66,1%; ວຽກໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ຊ່ວງຜ່ານແຂວງມີຄວາມຍາວທັງໝົດ 16,9 ກມ, ປະກອບມີ 2 ສະຖານີ ຄື: ສະຖານີ ບໍ່ເຕ່ນ ແລະ ນາເຕີຍ, ປັດຈຸບັນ ທັງສອງສະຖານີ ແມ່ນໄດ້ເປີດນໍຳໃຊ້ເປັນທາງການໝົດແລ້ວ, ຊຶ່ງມີຜູ້ໂດຍສານມາໃຊ້ບໍລິການ ສະເລ່ຍ 200 ຄົນ/ວັນ; ການປະຕິບັດ 2 ວາລະແຫ່ງຊາດ ໄດ້ສ້າງແຜນຜັນຂະຫຍາຍໃຫ້ມີຄາດໝາຍສູ້ຊົນ, ທິດທາງລວມ, ໜ້າວຽກຈຸດສຸມຂອງແຂວງ, ຂະແໜງການ, ເມືອງ, ພາກທຸລະກິດ ແລະ ພາກສັງຄົມ ມີຄວາມຄືບໜ້າດີ; ສໍາລັບການສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ 2022 ໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ໃນການກະກຽມຂັ້ນແຂວງ ແລະ ອານຸກໍາມະການຊ່ວຍວຽກ ເພື່ອກໍານົດບັນດາກິດຈະກໍາ ພ້ອມທັງ ສ້າງເປັນແຜນການເຄື່ອນໄຫວໃນແຕ່ໄລຍະຢ່າງລະອຽດ.
อาจเป็นรูปภาพของ 2 คน และ ผู้คนกำลังยืน ຮອງນາຍົກລັດຖະມົນຕີ ເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງນໍ້າທາ - 285337060 3083916878585519 3277107499186774724 n - ຮອງນາຍົກລັດຖະມົນຕີ ເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງນໍ້າທາ
ໃນໂອກາດດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ແລະ ມີທິດຊີ້ນຳ ຕໍ່ອົງການປົກຄອງແຂວງຫຼວງນໍ້າທາ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາຜົນສຳເລັດອັນພົ້ນເດັ່ນ ທີ່ແຂວງຫຼວງນໍ້າທາ ສາມາດປະຕິບັດໄດ້ ຕະຫຼອດໄລຍະທີ່ຜ່ານມາ, ພ້ອມທັງ ຍົກໃຫ້ເຫັນສະພາບການພົ້ນເດັ່ນ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້, ເຂົ້າໃຈຢ່າງຖືກຕ້ອງ ແລະ ເປັນເອກະພາບ. ອັນສຳຄັນ, ທ່ານຮອງນາຍົກລັດຖະມົນຕີ ໄດ້ມີຄຳເຫັນຊີ້ນຳ ໃຫ້ພະນັກງານຫຼັກແຫຼ່ງພາຍໃນແຂວງເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ເພີ່ມທະວີສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ ເພື່ອຍົກສູງສະຕິຄວາມຮັບຜິດຊອບໜ້າທີ່ການເມືອງ ບົນພື້ນຖານແກ້ໄຂວຽກງານໃຫ້ໄດ້ຫຼາຍ, ຖືກຕ້ອງຕາມກົດໝາຍ, ປະຢັດງົບປະມານ ແລະ ປະຢັດເວລາ ທັງໃຫ້ມີລັກສະນະສົ່ງເສີມ ໃຫ້ມີຫົວຄິດປະດິດສ້າງ, ມີແນວຄິດກ້າວໜ້າ, ແຂ່ງຂັນໃນການສ້າງຜົນງານຢ່າງຖືກຕ້ອງ ແລະ ເປັນຂະບວນການຢ່າງຟົດຟື້ນ; ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງ ຄົມ ປີ 2022 ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ໃຫ້ເປັນຮູບປະທຳ, ສູ້ຊົນເຮັດໃຫ້ເສດຖະ ກິດສືບຕໍ່ຂະຫຍາຍຕົວ ຕາມລະດັບຄາດໝາຍທີ່ວາງໄວ້ ໂດຍນຳໃຊ້ທຸກນະໂຍບາຍ, ວິທີທາງ ໃນພາຍໃຕ້ເງື່ອນໄຂ ແລະ ທ່າແຮງໃນປັດຈຸບັນ.
อาจเป็นรูปภาพของ 17 คน และ ผู้คนกำลังยืน ຮອງນາຍົກລັດຖະມົນຕີ ເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງນໍ້າທາ - 285545806 3083917005252173 2678356695763500945 n - ຮອງນາຍົກລັດຖະມົນຕີ ເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງນໍ້າທາ
ໃນໂອກາດເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງນໍ້າທາ, ທ່ານຮອງນາຍົກລັດຖະ ມົນຕີ ພ້ອມດ້ວຍຄະນະ ຍັງໄດ້ເດີນທາງໄປເຮັດວຽກຢູ່ ເຂດເສດຖະກິດພິເສດບໍ່ເຕ່ນແດນງາມ; ເຂົ້າຮ່ວມພິທີມອບ-ຮັບ ໂຄງການກໍ່ສ້າງບ້ານຈັດສັນ ໃຫ້ແກ່ປະຊາຊົນ ຜູ້ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຈໍານວນ 3 ແຂວງ (ຫຼວງພະບາງ, ອຸດົມໄຊ ແລະ ຫຼວງນໍ້າທາ) ຕື່ມອີກ.
ການລົງເຮັດວຽກຂອງທ່ານຮອງນາຍົກລັດຖະມົນຕີ ແລະ ຄະນະຄັ້ງນີ້ ແມ່ນເພື່ອຕິດຕາມ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງ ຄົມແຫ່ງຊາດ ຢູ່ທ້ອງຖິ່ນ ໃຫ້ມີຜົນສຳ ເລັດ ຕາມຄາດໝາຍ ທີ່ກຳນົດໄວ້, ທັງແມ່ນຄວາມເປັນຫ່ວງເປັນໄຍ ຂອງສູນກາງພັກ ແລະ ລັດຖະບານ ຕໍ່ການປະຕິບັດພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມກ້າວໜ້າ, ທັນສະໄໝ, ສັງຄົມມີຄວາມສາມັກຄີປອງດອງ, ສີວິໄລ ແລະ ຍຸຕິທຳ ຢ່າງແທ້ຈິງ.
ພາບ ແລະ ຂ່າວ ກົມປະຊາສໍາພັນ
ຮອງນາຍົກລັດຖະມົນຕີ ເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງນໍ້າທາ - 4 - ຮອງນາຍົກລັດຖະມົນຕີ ເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງນໍ້າທາ
ຮອງນາຍົກລັດຖະມົນຕີ ເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງນໍ້າທາ - 5 - ຮອງນາຍົກລັດຖະມົນຕີ ເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງນໍ້າທາ
ຮອງນາຍົກລັດຖະມົນຕີ ເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງນໍ້າທາ - 3 - ຮອງນາຍົກລັດຖະມົນຕີ ເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງນໍ້າທາ