ລັດຖະບານໄດ້ຮັບເງິນມັດຈຳຈາກການທົດລອງສົ່ງອອກແຮ່ທາດ 34,2 ລ້ານໂດລາ ແລະ ເງິນກີບ 255 ຕື້ກີບ
June 13, 2022 - 3:26 PM

ວັນທີ 13 ມິຖຸນາ 2022ນີ້ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄດ້ລາຍບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງແຜນງົບປະມານ 6 ເດືອນຕົ້ນປີ ແລະ 6 ເດືອນທ້າຍປີ 2022 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ3 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງໃນຕອນໜຶ່ງທ່ານໄດ້ລາຍງານວ່າ: ການເກັບລາຍຮັບຈາກຖານໃໝ່ ໃນການທົດລອງອອກແຮ່ທາດ ມີທັງໝົດ 50 ໂຄງການ ໃນນັ້ນໄດ້ຮັບເງິນວາງມັດຈຳນຳລັດຖະບານແລ້ວ 45,2 ລ້ານໂດລາສະຫະລັດ ແລະ ເປັນເງິນກີບ 255 ຕື້ກີບ, ປັດຈຸບັນມີແຜນສົ່ງອອກແລ້ວ 14 ບໍລິສັດ ເຊິ່ງຄາດຄະເນວ່າຖ້າໄດ້ສົ່ງອອກຕາມແຜນ, ຄາດຄະເນເບິ່ງລາຍຮັບໃນລະດັບ 150 ລ້ານໂດລາສະຫະລັດ ແລະ ປັດຈຸບັນມີການສົ່ງອອກແລ້ວ 5 ບໍລິສັດ, ໄດ້ຮັບເປັນລາຍຮັບແລ້ວ 8,8 ລ້ານໂດລາສະຫະລັດ.