ເມືອງຫົງສາ ທຳລາຍສິນຄ້າໝົດອາຍຸ-ເສື່ອມຄຸນ
ວັນທີ 13 ມິຖຸນາ ຜ່ານມານີ້ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງຫົງສາ ແຂວງໄຊຍະບູລີ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ໄດ້ຈັດພິທີທຳລາຍສິນຄ້າທີ່ໝົດອາຍຸ-ເສື່ອມຄຸນນະພາບ ແລະ ສິນຄ້າເກືອດຫ້າມ. ໂດຍການເຂົ້າຮ່ວມ ຂອງທ່ານ ປ່ຽນ ຈິນດາ ຫົວໜ້າຫ້ອງວ່າການເມືອງ, ມີຕາງໜ້າຫ້ອງການທີ່ກ່ຽວຂ້ອງຂອງເມືອງ, ຕາງໜ້າສະມາຄົມຕະຫຼາດ ແລະ ໜ່ວຍສະເພາະກິດເມືອງເຂົ້າຮ່ວມ.
ທ່ານ ນັນທະລາດ ນັກຄະລາດ ຮອງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງຫົງສາ ໄດ້ກ່າວໃຫ້ຮູ້ວ່າ: ພາຍຫຼັງໜ່ວຍສະເພາະກິດຂັ້ນເມືອງ ໄດ້ລົງກວດກາສິນຄ້າຢູ່ບັນດາຮ້ານຄ້າຕ່າງໆ ພາຍໃນເມືອງ ຈຳນວນ 121 ຮ້ານ. ໃນນີ້, ຮ້ານຂາຍເຄື່ອງສົ່ງ 7 ຮ້ານ, ຮ້ານມິນິມາກ 1 ຮ້ານ ແລະ ຮ້ານຂາຍເຄື່ອງຍ່ອຍທົ່ວໄປ 113 ຮ້ານ ສາມາດກວດພົບເຫັນ ແລະ ຢຶດສິນຄ້າໄດ້ທັງໝົດ 40 ລາຍການ (ເປັນສິນຄ້າໝົດອາຍຸ-ເຊື່ອມຄຸນ) ໂດຍສະເພາະແມ່ນສິນຄ້າປະເພດຂະໜົມ, ໝີ່ເຄິ່ງສຳເລັດຮູບ, ເຄື່ອງສຳອາງ, ເຄື່ອງປຸງແຕ່ງອາຫານ ແລະ ເຄື່ອງດື່ມປະເພດຕ່າງໆ ລວມມູນຄ່າທັງໝົດ 2 ລ້ານກວ່າກີບ.
ທ່ານ ນັນທະລາດ ນັກຄະລາດ ຍັງກ່າວອີກວ່າ: ນອກຈາກນັ້ນ, ທາງຄະນະສະເພາະກິດ ຍັງໄດ້ແນະນຳໃຫ້ຜູ້ປະກອບການ ໃນດ້ານລະບຽບການຊື້-ຂາຍສິນຄ້າ, ກວດກາສິນຄ້າຂອງຕົນ ແລະ ເຮັດບົດບັນທຶກກ່າວເຕືອນໄປແລ້ວ 13 ຫົວໜ່ວຍ ພ້ອມທັງປັບໃໝຕາມລະບຽບການ ແລະ ຢຶດສິນຄ້າມາທຳລາຍ ເພື່ອບໍ່ໃຫ້ວາງຂາຍຕໍ່ໄປອີກ. ຫຼັງຈາກນັ້ນ, ບັນດາຜູ້ເຂົ້າຮ່ວມກໍໄດ້ພ້ອມກັນທຳລາຍສິນຄ້າທີ່ຢຶດມາໄດ້.
ສຳລັບບັນດາຮ້ານຄ້າ ຫຼື ຜູ້ປະກອບການ ທີ່ຈຳໜ່າຍສິນຄ້າດັ່ງກ່າວນັ້ນ, ຄະນະສະເພາະກິດຂອງເມືອງໄດ້ສຶກສາອົບຮົມເຂົາເຈົ້າ ໃຫ້ເອົາໃຈໃສ່ກວດກາເບິ່ງຄືນສິນຄ້າທີ່ວາງຂາຍຢູ່ໃນຮ້ານຂອງຕົນເປັນປະຈຳ ພ້ອມທັງໄດ້ປັບໃໝ ແລະ ເຮັດບົດບັນທຶກກ່າວເຕືອນຕໍ່ຜູ້ທີ່ກະທຳຜິດ ໂດຍບໍ່ເຂັດຫຼາບ 43 ລາຍ (ມູນຄ່າປັບໃໝ ທັງໝົດເກືອບ 4 ລ້ານກີບ). ທັງນີ້, ກໍເພື່ອເຮັດໃຫ້ຜູ້ບໍລິໂພກໄດ້ຮັບສິນຄ້າ ແລະ ອາຫານທີ່ປອດໄພ, ມີຄຸນນະພາບ ແລະ ມີອາຍຸການນຳໃຊ້ທີ່ຍາວນານ.