ຄວາມດັງຂອງ ຊອນ ເຮືອງ ມິນ ພາໃຫ້ປີ້ອຸ່ນເຄື່ອງ ສະເປີ-ສ.ເກົາຫລີ ຍອດຂາຍທະລຸເປົ້າ
June 19, 2022 - 9:42 PM




ຊອນ ເຮືອງ ມິນ ເຈົ້າຂອງລາງວັນດາວຍິງສູງສຸດຂອງພຣີເມຍລີກ ພາໃຫ້ປີ້ນັດອຸ່ນເຄື່ອງ ສະເປີ ພົບກັບ ທີມລາວດາລາ ສ.ເກົາຫລີ ຂາຍອອກ 66,000 ບ່ອນນັ່ງ ພາຍໃນເວລາອັນວ່ອງໄວ.
ເພາະວ່າພວກເຂົາຢາກຊົມເກມຂອງທີມລະດັບໂລກ ແລະ ຢາກເຫັນ ຊອນ ເຮືອງ ມິນ ເຈົ້າຂອງລາງວັນດາວຍິງ ມາວາດລວດລາຍໃນສະຫນາມໃນສີເສື້ອ ສະເປີ ກັບຕາຕົນເອງຈັກເທື່ອຫນຶ່ງ.
ສຳລັບ ຊອນ ເຮືອງ ມິນ ຄວ້າລາງວັນເກີບຄຳຮ່ວມກັບ ໂມຮາເຫມັດ ຊາລາ ຂອງລີເວີພູລ ດ້ວຍປະຕູລວມ 23 ປະຕູ ໂດຍເປັນຊາວເອເຊຍຄົນທຳອິດທີ່ສາມາດເຮັດໄດ້ ໃນວົງການບານເຕະອັງກິດຖືເປັນການສ້າງປະຫວັດສາດຫນ້າໃຫມ່ໃຫ້ກັບບານເຕະຊາວເອເຊຍຢ່າງແທ້ຈິງ.