ລັດຖະບານ ເລັ່ງຫັນ​ການ​ຈັດ​ເກັບ​ລາຍ​ຮັບ​ສູ່​ທັນ​ສະ​ໄໝ ຫວັງ​ອັດ​ຊ່ອງວ່າງ​ການຮົ່ວ​ໄຫຼ

ລັດຖະບານ ເລັ່ງຫັນ​ການ​ຈັດ​ເກັບ​ລາຍ​ຮັບ​ສູ່​ທັນ​ສະ​ໄໝ ຫວັງ​ອັດ​ຊ່ອງວ່າງ​ການຮົ່ວ​ໄຫຼ - 289493551 748535409928495 7537081023591588103 n - ລັດຖະບານ ເລັ່ງຫັນ​ການ​ຈັດ​ເກັບ​ລາຍ​ຮັບ​ສູ່​ທັນ​ສະ​ໄໝ ຫວັງ​ອັດ​ຊ່ອງວ່າງ​ການຮົ່ວ​ໄຫຼ
ລັດຖະບານ ເລັ່ງຫັນ​ການ​ຈັດ​ເກັບ​ລາຍ​ຮັບ​ສູ່​ທັນ​ສະ​ໄໝ ຫວັງ​ອັດ​ຊ່ອງວ່າງ​ການຮົ່ວ​ໄຫຼ - kitchen vibe - ລັດຖະບານ ເລັ່ງຫັນ​ການ​ຈັດ​ເກັບ​ລາຍ​ຮັບ​ສູ່​ທັນ​ສະ​ໄໝ ຫວັງ​ອັດ​ຊ່ອງວ່າງ​ການຮົ່ວ​ໄຫຼ

ບັນຫາໜີ້ສາທາລະນະ ທີ່ສະສົມມາ​ຍາວ​ນານ ຍັງເປັນສິ່ງທ້າທາຍໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ; ຂະນະທີ່ ລັດຖະບານກຳລັງດຳເນີນການແກ້ໄຂບັນຫາການຂຸດຄົ້ນທ່າແຮງບົ່ມຊ້ອນທີ່ປະເທດເຮົາມີ ເພື່ອແກ້ໄຂບັນຫາດັ່ງ​ກ່າວນີ້ ລວມທັງບັນຫາຕ່າງໆທີ່ກ່ຽວພັນກັບການເກັບລາຍຮັບທີ່ຍັງ​ຮົ່ວໄຫຼ.

ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄດ້ຂຶ້ນຊີ້ແຈງຂໍ້ຊັກຖາມຂອງສະມາ ຊິກສະພາແຫ່ງຊາດ ທີ່ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງ ຍາກດ້ານເສດຖະກິດ-ການເງິນ ໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ລັດຖະບານ ເລັ່ງຫັນ​ການ​ຈັດ​ເກັບ​ລາຍ​ຮັບ​ສູ່​ທັນ​ສະ​ໄໝ ຫວັງ​ອັດ​ຊ່ອງວ່າງ​ການຮົ່ວ​ໄຫຼ - Visit Laos Visit SALANA BOUTIQUE HOTEL - ລັດຖະບານ ເລັ່ງຫັນ​ການ​ຈັດ​ເກັບ​ລາຍ​ຮັບ​ສູ່​ທັນ​ສະ​ໄໝ ຫວັງ​ອັດ​ຊ່ອງວ່າງ​ການຮົ່ວ​ໄຫຼ
ລັດຖະບານ ເລັ່ງຫັນ​ການ​ຈັດ​ເກັບ​ລາຍ​ຮັບ​ສູ່​ທັນ​ສະ​ໄໝ ຫວັງ​ອັດ​ຊ່ອງວ່າງ​ການຮົ່ວ​ໄຫຼ - Visit Laos Visit SALANA BOUTIQUE HOTEL - ລັດຖະບານ ເລັ່ງຫັນ​ການ​ຈັດ​ເກັບ​ລາຍ​ຮັບ​ສູ່​ທັນ​ສະ​ໄໝ ຫວັງ​ອັດ​ຊ່ອງວ່າງ​ການຮົ່ວ​ໄຫຼ

ທ່ານລັດຖະມົນຕີກະຊວງການເງິນ ໄດ້ກ່າວວ່າ: ເນື້ອໃນຈິດໃຈແທ້ຈິງຂອງວາລະແຫ່ງຊາດດັ່ງ ກ່າວນັ້ນ ຄືການລະດົມທ່າແຮງບົ່ມຊ້ອນຂອງສັງຄົມ ເພື່ອແກ້ໄຂບັນຫາລວມຂອງຊາດ ທີ່ກຳລັງປະເຊີນ ແລະ ຍັງຈະສືບຕໍ່ຫຍຸ້ງຍາກຕໍ່ໄປ. ແຕ່ເຖິງຢ່າງໃດກໍຕາມ, ເນື້ອແທ້ຂອງເສດຖະກິດຂອງປະເທດເຮົາຍັງສືບຕໍ່ຂະຫຍາຍຕົວ ​ຖ້າທຽບໃສ່ບັນດາປະເທດໃນພາກພື້ນ ແລະ ສາກົນ; ແຕ່ບັນຫາທີ່ເຮົາມີແມ່ນບັນຫາໜີ້ສິນສາທາລະນະທີ່ສະສົມ​ມາຫຼາຍ​ປີ ໂດຍ​ສະ​ເພາະເລີ່ມ​ແຕ່ໄລຍະ 2010-2016 ຍ້ອນເຮົາກູ້ຢືມເງິນເຂົ້າມາພັດທະນາປະເທດສູງທີ່ສຸດ, ກ້າວກະໂດດທີ່ສຸດ ແລະ ໄລຍະເບີກຖອນບັນດາສັນຍາເງິນກູ້ຕ່າງໆ ເລີ່ມມີຜົນກະທົບແຮງຕໍ່ການຊໍາລະໜີ້ສິນຕ່າງປະເທດ ແມ່ນປີ 2019 (ໃນໄລຍະປີ 2010 ມາ ເຮົາໄຊ້ໜີ້ຕ່າງ ປະເທດປີໜຶ່ງບໍ່ເກີນ 160 ລ້ານໂດລາ ຊຶ່ງລາຍຮັບພາຍໃນສາມາດຈ່າຍໄດ້ແຕ່ປີ 2018 ແມ່ນ 1.200 ລ້ານໂດລາຕໍ່ປີ, ມາຮອດ 2022 ແມ່ນ 1.400 ລ້ານໂດລາຕໍ່ປີ) ຍອດໜີ້ທັງໝົດທີ່ເຮົາກູ້ຢືມມານີ້ ກໍຍ້ອນປະເທດເຮົາມີຄວາມຈຳເປັນຕ້ອງການທຶນ ເພື່ອມາລົງທຶນໃສ່ໃນຂົງເຂດພື້ນຖານໂຄງລ່າງ ຊຶ່ງເຮົາໄດ້ກູ້ຢືມມາແລ້ວປະມານ 5 ຕື້ໂດລາ ໃນຕະຫຼອດ 47 ປີມານີ້, ຢືມມາລົງທຶນໃນການຜະລິດເປັນສິນຄ້າເພື່ອສົ່ງອອກປະມານ 4 ຕື້ໂດລາ ແລະ ໜີ້ໃນປັດຈຸບັນ ທີ່ເປັນໂຕເລກເປີດເຜີຍຕໍ່ສາກົນແມ່ນຫຼາຍກວ່າ 10 ຕື້ໂດລາ ຊຶ່ງໜີ້ສິນທີ່ເກີດຂຶ້ນສະສົມມານີ້ ກໍແມ່ນຄວາມຈຳເປັນໃນການພັດທະນາປະເທດຊາດ.

ທ່ານ ບຸນໂຈມ ອຸບົນປະເສີດ ຍັງໄດ້ກ່າວອີກວ່າ: ພວກເຮົາມີລາຍຮັບງົບປະມານປົກກະຕິພາຍໃນ ແມ່ນກຸ້ມລາຍຈ່າຍປົກກະຕິພາຍໃນ ໃນປັດຈຸບັນເປັນຕົ້ນລາຍຈ່າຍເງິນເດືອນ, ລາຍຈ່າຍບໍລິຫານປົກກະຕິຂອງລັດຖະບານ, ລາຍຈ່າຍລົງທຶນພາຍໃນ; ແຕ່ບັນຫາໃຫຍ່ ແມ່ນເຮົາບໍ່ມີເງິນຊໍາລະໜີ້ສິນຕ່າງປະເທດ ອັນນີ້ຄືບັນຫາທີ່ໄດ້ຕັ້ງຂຶ້່ນ; ດັ່ງນັ້ນ, ບັນດາເຈົ້າໜີ້ຕ່າງໆ ທີ່ກົດດັນໃນປັດຈຸບັນ ໄດ້ຖາມວ່າຈະເອົາຫຍັງມາຊໍາລະ ແລະ ຈະເອົາມາແຕ່ໃສ. ຕໍ່​ບັນ​ຫາ​ດັ່ງ​ກ່າວ ທ່ານລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ໄດ້ຊີ້ແຈງໃຫ້ເຫັນວ່າ: ສປປ ລາວ ອາດຈະຕ່າງຈາກປະເທດອື່ນທີ່ເກີດວິກິດ ທີ່ບໍ່ມີຄວາມສາມາດຊໍາລະໜີ້ສິນຕ່າງປະເທດໄດ້ ແຕ່ພວກເຮົາມີທ່າແຮງບົ່ມຊ້ອນ ໂດຍສະເພາະຊັບພະຍາກອນທຳມະຊາດ ແລະ ຖານການຜະລິດເຮົາຈຳນວນໜຶ່ງ ທີ່ເປັນທ່າແຮງສຳລັບຄໍ້າປະກັນໃຫ້ ສປປ ລາວ ໃນການຊໍາລະໜີ້ຕ່າງປະເທດ, ນອກ​ຈາກ​ນີ້ ຍັງ​ມີໜີ້ພາຍໃນປະເທດ, ທີ່ລັດຖະບານອອກພັນທະບັດຄັງເງິນຜ່ານທະນາຄານ ແຫ່ງ ສປປ ລາວ, ຜ່ານຕະຫຼາດຫຼັກຊັບ ເພື່ອມາດຸ່ນດ່ຽງການຂາດດຸນແຕ່ລະປີແມ່ນສູງສົມຄວນ ຊຶ່ງເຮົາຕ້ອງແບກພາລະວ່າ ໜຶ່ງແມ່ນຊໍາລະໜີ້ພາຍໃນ ແລະ ສອງແມ່ນຊໍາລະໜີ້ຕ່າງປະເທດ ບໍ່ນັບໜີ້ລົງທຶນຂອງລັດ ທີ່ໄດ້ກວດກາແລ້ວທີ່ໄດ້ເຂົ້າໃນບັນຊີຊໍາລະແລ້ວ.

ລັດຖະບານ ກໍຄືກະຊວງກ່ຽວຂ້ອງ ກຳລັງດຳເນີນການແກ້ໄຂບັນຫາດັ່ງກ່າວ; ພ້ອມກັນນັ້ນ ກໍແກ້ໄຂບັນຫາທີ່ຕິດພັນ ເປັນຕົ້ນບັນຫາການຂຸດຄົ້ນທ່າແຮງບົ່ມຊ້ອນທີ່ເຮົາມີ, ລັດຖະບານຍອມຮັບວ່າຍັງຂຸດຄົ້ນບໍ່ໝົດ ແລະ ກຳລັງດຳເນີນການແກ້ໄຂບັນຫາດັ່ງ​ກ່າວນີ້ ໃນຫຼາຍວິທີການ ເປັນຕົ້ນລັດຖະບານ ກໍຄືກະຊວງການເງິນ ພວມດຳເນີນການສ້າງລະບົບຄຸ້ມຄອງການເກັບລາຍຮັບທີ່ທັນສະໄໝ ປັດຈຸບັນສຳເລັດແລ້ວປະມານ 60% ແລະ ຈະໃຫ້ສຳເລັດ ໂດຍເລີ່ມຕົ້ນຈັດຕັ້ງປະຕິບັດໃນຕົ້ນປີ 2023; ພ້ອມທັງພັດທະນາລະບົບເພີ່ມເຕີມຂຶ້ນ ແລະ ຂະຫຍາຍຖານເຂົ້າໄປທຸກຂອບເຂດທົ່ວປະເທດ.

ນອກນີ້, ການເກັບກຳຂໍ້ມູນຫົວໜ່ວຍທຸລະກິດ ປະມານ 131.600 ກວ່າຫົວໜ່ວຍນັ້ນ ຍັງກຳບໍ່ໄດ້ກ່ຽວກັບຖານລາຍຮັບທຸລະກິດຕົວຈິງຂອງພາກທຸລະກິດ ແມ່ນຍັງບໍ່ຊັດເຈນ ເນື່ອງຈາກການບັງຄັບໃຊ້ກົດໝາຍຍັງອ່ອນແອ; ພາກທຸລະກິດຈຳນວນໜຶ່ງກໍມີຄວາມຈິງໃຈແທ້, ມີຄວາມໂປ່ງໃສແທ້ ​ໃນ​ການປະຕິບັດພັນທະໃນແຕ່ລະປີ, ແຕ່ມີ​ຫົວ​ໜ່ວຍ​ທຸ​ລະ​ກິດຈຳນວນໜຶ່ງບໍ່ທັນໂປ່ງໃສ ຍັງຊອກຫາ​ຊ່ອງທາງເພື່ອຫຼົບຫຼີກການມອບພັນທະ ທີ່ຖືກຕ້ອງຕາມກົດໝາຍ ເນື່ອງ​ຈາກ​ການບັງຄັບໃຊ້ກົດໝາຍຍັງບໍ່ທັນໄດ້ດີ​ເທົ່າ​ທີ່​ຄວນ ບວກກັບເຈົ້າໜ້າທີ່ຈຳນວນໜຶ່ງ ກໍເຮັດໃຫ້ລາຍຮັບຕົກເຮ່ຍເສຍຫາຍ ຊຶ່ງປັດຈຸບັນ, ກຳລັງເລັ່ງດຳເນີນການແກ້ໄຂ, ພວກເຮົາມີລະບົບທັນສະໄໝຈຳນວນໜຶ່ງແລ້ວ ແລະ ພວມພັດທະນາ, ນອກນີ້, ກໍຈະເຮັດໃຫ້ລະບົບຕ່າງໆຄວບຄຸມດ້ວຍເຄື່ອງມືທີ່ທັນສະໄໝ ເພື່ອຂຸດຄົ້ນທ່າແຮງບົ່ມຊ້ອນທີ່ເປັນແຫຼ່ງລາຍຮັບ ແລະ ອັດການຮົ່ວໄຫຼຂອງງົບປະມານຂອງລັດ.

ລັດຖະບານ ເລັ່ງຫັນ​ການ​ຈັດ​ເກັບ​ລາຍ​ຮັບ​ສູ່​ທັນ​ສະ​ໄໝ ຫວັງ​ອັດ​ຊ່ອງວ່າງ​ການຮົ່ວ​ໄຫຼ - 4 - ລັດຖະບານ ເລັ່ງຫັນ​ການ​ຈັດ​ເກັບ​ລາຍ​ຮັບ​ສູ່​ທັນ​ສະ​ໄໝ ຫວັງ​ອັດ​ຊ່ອງວ່າງ​ການຮົ່ວ​ໄຫຼ
ລັດຖະບານ ເລັ່ງຫັນ​ການ​ຈັດ​ເກັບ​ລາຍ​ຮັບ​ສູ່​ທັນ​ສະ​ໄໝ ຫວັງ​ອັດ​ຊ່ອງວ່າງ​ການຮົ່ວ​ໄຫຼ - 5 - ລັດຖະບານ ເລັ່ງຫັນ​ການ​ຈັດ​ເກັບ​ລາຍ​ຮັບ​ສູ່​ທັນ​ສະ​ໄໝ ຫວັງ​ອັດ​ຊ່ອງວ່າງ​ການຮົ່ວ​ໄຫຼ
ລັດຖະບານ ເລັ່ງຫັນ​ການ​ຈັດ​ເກັບ​ລາຍ​ຮັບ​ສູ່​ທັນ​ສະ​ໄໝ ຫວັງ​ອັດ​ຊ່ອງວ່າງ​ການຮົ່ວ​ໄຫຼ - 3 - ລັດຖະບານ ເລັ່ງຫັນ​ການ​ຈັດ​ເກັບ​ລາຍ​ຮັບ​ສູ່​ທັນ​ສະ​ໄໝ ຫວັງ​ອັດ​ຊ່ອງວ່າງ​ການຮົ່ວ​ໄຫຼ