ຍົກລະດັບວຽກງານກວດກາ ໃຫ້ຂະແໜງ ສ່ວຍສາອາກອນ ແຂວງພາກເໜືອ
ວັນທີ 27 ມິຖຸນາ 2022 ນີ້ ພະນັກງານ-ລັດຖະກອນ ຂະແໜງສ່ວຍສາອາກອນຈາກ 8 ແຂວງພາກເໜືອ ແລະ ສະຖາບັນການສຶກສາ ໄດ້ຮັບການຍົກລະດັບວຽກງານກວດກາຂອງສ່ວຍສາອາກອນ ປະຈຳປີ 2022 ຢູ່ແຂວງຫລວງພະບາງ, ແນໃສ່ການພັດທະນາຊັບພະຍາກອນມະນຸດຂອງຂະແໜງການເງິນ ໂດຍສະເພາະຂະແໜງສ່ວຍສາອາກອນໃນປັດຈຸບັນ ເພາະເປັນໄລຍະທີ່ຕ້ອງໄດ້ບຸກທະລຸຮອບດ້ານ ໃນການປັບປຸງກົງຈັກການຈັດຕັ້ງ ໃນແຕ່ລະໜ້າວຽກ ນັບແຕ່ສູນກາງຈົນຮອດທ້ອງຖິ່ນ ແລະ ມີຄວາມຈຳເປັນຕ້ອງຍົກສູງທັກສະ, ຄວາມຮູ້, ຄວາມສາມາດຮອບດ້ານຂອງພະນັກງານສ່ວຍສາອາກອນ. ໃຫ້ກຽດເປັນປະທານຂອງທ່ານ ປອ ພູທະນູເພັດ ໄຊສົມບັດ ຮອງລັດຖະ ມົນຕີກະຊວງການເງິນ.
ການຍົກລະດັບວຽກງານກວດກາຂອງ ສ່ວຍສາອາກອນ ປະຈຳປີ 2022 ມີຕົວແທນຈາກ ແຂວງຫລວງພະບາງ, ໄຊຍະບູລີ, ຫົວພັນ, ອຸດົມໄຊ, ຫລວງນໍ້າທາ, ບໍ່ແກ້ວ, ຜົ້ງສາລີ ແລະ ຈາກວິທະຍາໄລການເງິນພາກເໜືອ ທັງໝົດ 37 ທ່ານ ເຂົ້າຮ່ວມ ເຊິ່ໄດ້ຮຽນຮູ້ວຽກງານການກວດກາຫລັງການແຈ້ງ ແລະ ການກວດກາໄລ່ລຽງອາກອນປະຈຳປີ ເຊິ່ງເປັນວຽກງານໜຶ່ງທີ່ມີຄວາມໝາຍ, ຄວາມສໍາຄັນຫລາຍ ເພື່ອກວດກາ ແລະ ຕີລາຄາຄືນຕໍ່ກັບການປະຕິບັດລະບຽບ, ກົດໝາຍຂອງບຸກຄົນ, ນິຕິບຸກຄົນ ແລະ ການ ຈັດຕັ້ງຕ່າງໆ ທີ່ເຄື່ອນໄຫວມີລາຍໄດ້, ມີລາຍຮັບ ແລະ ໄດ້ມີການແຈ້ງ-ມອບ ກໍຄືການປະຕິບັດສິດ ແລະ ພັນທະ ຂອງຕົນໄດ້ຢ່າງຖືກຕ້ອງ, ຄົບຖ້ວນ ແລະ ທັນເວລາ.
ທັງນີ້, ກໍເພື່ອສ້າງຄວາມເປັນເອກະພາບ ໃຫ້ແກ່ພະນັກງານສ່ວຍສາອາກອນ ທີ່ຮັບຜິດຊອບ ແລະ ປະຕິບັດວຽກງານດັ່ງກ່າວ ຢ່າງຖືກຕ້ອງ ແລະ ສອດຄ່ອງກັບລະບຽບ, ກົດໝາຍທີ່ກ່ຽວຂ້ອງ, ທັງຮັບປະກັນໄດ້ທາງດ້ານປະລິມານຄຸນນະພາບ ຂອງວຽກງານການກວດກາສ່ວຍສາອາກອນ ເພື່ອບັນລຸໄດ້ຕາມແຜນການພັດທະນາຊັບພະຍາກອນມະນຸດ ຂອງກະຊວງການເງິນ ກໍຄືຂອງກົມສ່ວຍສາອາກອນ ນັບແຕ່ນີ້ຮອດປີ 2025 ແລະ ສ້າງຄວາມເຂັ້ມແຂງ ໃນວຽກງານການກວດກາສ່ວຍສາອາກອນ ໃຫ້ນັບມື້ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ.
ໄປຄຽງຄູ່ກັນນີ້, ຍັງເປັນການສ້າງໃຫ້ພະນັກງານສ່ວຍສາອາກອນ, ຄູອາຈານ ທີ່ສິດສອນວິຊາດັ່ງ ກ່າວ ໄດ້ມີການຍົກສູງທັກສະ, ຄວາມຮູ້ ຄວາມສາມາດ, ໄດ້ກຳແໜ້ນດ້ານທິດສະດີ, ຫລັກການ, ວິທີການ ແລະ ພາກປະຕິບັດຕົວຈິງ ເພື່ອສ້າງໃຫ້ຜູ້ເຂົ້າຮ່ວມມີຄວາມຊຳນານງານ, ເປັນນັກກວດກາທີ່ເກັ່ງ, ເປັນຊ່ຽວຊານການກວດກາ, ເປັນຄູຝຶກທີ່ຊຳນານມີຄຸນນະພາບ ສາມາດນຳເອົາຄວາມຮູ້ທີ່ໄດ້ມາໄປຜັນຂະ ຫຍາຍເຜີຍແຜ່, ແນະນຳ ແລະ ຖ່າຍທອດ ໃຫ້ແກ່ພະນັກງານດ້ວຍກັນ, ລວມທັງນັກສຶກສາ ໃນຮຸ່ນສືບທອດຢ່າງເປັນລະບົບ ແລະ ຕໍ່ເນື່ອງ.
ຊຸດຝຶກອົບຮົມ ຄັ້ງນີ້ ໃຊ້ເວລາທັງໝົດ 60 ວັນລັດຖະການ ເທົ່າກັບ 460 ຊົ່ວໂມງ ເຊິ່ງເລີມແຕ່ວັນທີ 27 ມິຖຸນາ 2022 ຈົນຮອດວັນທີ 20 ກັນຍາ 2022 ຈຶ່ງຈະສຳເລັດ.