ຈັບຕົວຜູ້ກໍ່ເຫດລັກລົດຈັກ ເຄີຍລັກລົດຈັກມາແລ້ວ 28 ຄັ້ງ

- 290917229 455799816549282 5666853449823241721 n - ຈັບຕົວຜູ້ກໍ່ເຫດລັກລົດຈັກ ເຄີຍລັກລົດຈັກມາແລ້ວ 28 ຄັ້ງ
- kitchen vibe - ຈັບຕົວຜູ້ກໍ່ເຫດລັກລົດຈັກ ເຄີຍລັກລົດຈັກມາແລ້ວ 28 ຄັ້ງ

ຂ່າວ ປກສ ນະຄອນຫລວງວຽງຈັນລາຍງານໃຫ້ຮູ້ວ່າ: ວັນທີ 29 ມິຖຸນາ 2022 ພັທ ອິນປັນ ຫາດາວເຮືອງ ຮອງຫົວໜ້າ ປກສ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ມອບລົດຈັກທີ່ເກັບ ກູ້ຄືນໄດ້ຈາກຄົນຮ້າຍລັກໄປຈຳນວນ 12 ຄັນ ມອບຄືນໃຫ້ເຈົ້າຂອງ, ຕາງໜ້າກ່າວຮັບໂດຍ ທ່ານ ບົວຄໍາ ຂັນທະວົງສາ ປະຊາຊົນບ້ານດອນຕິ້ວ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ໃນຈຳນວນລົດດັ່ງກ່າວນີ້ແມ່ນ ພວກເຮົາໄດ້ນຳຊອກເລີ່ມແຕ່ເດືອນ ມັງກອນ 2022 ພາຍຫຼັງໄດ້ຮັບແຈ້ງຄວາມໃນວັນທີ 21 ມັງກອນ 2022 ຜ່ານມາ ສືບເນື່ອງມາຈາກ ມີເຫດການລັກຊັບພົນລະເມືອງ (ລັກລົດຈັກ) ZOOMER X ຢູ່ຮ້ານ K33 ຟິດເນັດສະຕູດີໂອ ຕັ້ງຢູ່ບ້ານໂພນສີນວນ ເມືອງສີສັດຕະນາກ, ພາຍຫຼັງໄດ້ຮັບແຈ້ງ ຈິ່ງສົມທົບ ປກສ ກຸ່ມເພຍວັດ, ປກສ ບ້ານໂພນສີນວນ ລົງກວດກາສະຖານທີ່ເກີດເຫດ ແລະ ສາມາດກຳນົດເປົ້າໝາຍກໍ່ການກະທຳຜິດ; ຈາກນັ້ນ ຈິ່ງໄດ້ຊອກຄົ້ນຫາໃຊ້ເວລາ 3 ເດືອນ ຈິ່ງຮູ້ໄດ້ຜູ້ກໍ່ເຫດ. ຕົກມາຮອດວັນທີ 29 ເມສາ 2022 ຈິ່ງເຂົ້າຈັບຕົວ ທ້າວ ບຸນທະວີ ອາຍຸ 26 ປີ ກໍາມະກອນ ຢູ່ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ ນວ ພ້ອມຂອງກາງລົດຈັກ ZOOMER X ສີດຳແດງ ໝາຍເລກທະບຽນ 4687 ກໍາແພງນະຄອນ .

- Visit Laos Visit SALANA BOUTIQUE HOTEL - ຈັບຕົວຜູ້ກໍ່ເຫດລັກລົດຈັກ ເຄີຍລັກລົດຈັກມາແລ້ວ 28 ຄັ້ງ
- Visit Laos Visit SALANA BOUTIQUE HOTEL - ຈັບຕົວຜູ້ກໍ່ເຫດລັກລົດຈັກ ເຄີຍລັກລົດຈັກມາແລ້ວ 28 ຄັ້ງ

ຜ່ານການສອບສວນ ທ້າວ ບຸນທະວີ ຮັບສາລະພາບວ່າ : ໄລຍະຜ່ານມາເຄີຍລັກລົດຈັກມາແລ້ວ 28 ຄັ້ງ ໂດຍຮ່ວມກັບໝູ່ອີກ 2 ຄົນ, ຫຼັງຈາກ ມີຂໍ້ມູນຈາກຜົນການສອບສວນ ມື້ຕໍ່ມາເຈົ້າໜ້າທີ່ ຈິ່ງໄດ້ຈັບຜູ້ຮ່ວມຂະບວນການ ຊື່ທ້າວ ລິດ ອາຍຸ 26 ປີ ກໍາມະກອນ ພັກເຊົາຢູ່ບ້ານ ຮ່ອງແກ ເມືອງໄຊເສດຖາ ນວ ມາທຳການສອບສວນ ແລະ ຮູ້ໄດ້ວ່າ ຜູ້ກ່ຽວເຄີຍລັກລົດຈັກມາແລ້ວ 11 ຄັ້ງ, ໃນນີ້ ຮ່ວມກັບທ້າວ ບຸນທະວີ 7 ຄັ້ງ ໄດ້ປະກາດຂາຍຜ່ານທາງເຟັດບຸກ ແລະ ໃຫ້ຄົນຮູ້ຈັກກັນ. ຮອດວັນທີ 18 ພຶດສະພາ 2022 ເຈົ້າໜ້າທີ່ ໄດ້ສືບຕໍ່ນໍາຈັບຜູ້ຕ້ອງສົງໄສຊື້ຂາຍຊັບຜິດກົດໝາຍ ຄືທ້າວ ເຄນຍືນ ອາຍຸ 27 ປີ ກໍາມະກອນ ບ້ານສະພານທອງໃຕ້ ເມືອງສີສັດຕະນາກ ແລະ ທ້າວ ຊັນດາ ອາຍຸ 23 ປີ ຢູ່ບ້ານຫົວຂົວ ເມືອງໄຊເສດຖາ ນວ.

ທັງສອງຮັບສາລະພາບວ່າ: ຜ່ານມາເຄີຍຮ່ວມກັນຮັບຊື້ລົດຈັກທີ່ໄດ້ ມາຈາກການລັກ 13 ຄັນ .ຫຼັງຈາກຊື້ມາແລ້ວໄດ້ສົ່ງຂາຍອອກຕ່າງແຂວງ ຕົກມາຮອດວັນທີ 18 ພຶດສະພາ 2022 ຈິ່ງຖືກເຈົ້າໜ້າຈັບຕົວມາດໍາເນີນຄະດີ.

ຕໍ່ກັບເຫດການດັ່ງກ່າວ ຮຽກຮອງມາຍັງ ພໍ່ແມ່ປະຊາຊົນ, ພະນັກງານ-ລັດຖະກອນທຸກຊັ້ນຄົນໃນສັງຄົມ ຈົ່ງໄດ້ມີສະຕິໃນການຈອດລົດ ແລະ ປົກປັກຮັກສາ ເພື່ອຫຼີກລ່ຽງການຕົກເປັນເປົ້າໝາຍຂອງກຸ່ມຄົນບໍ່ດີ.

- 4 - ຈັບຕົວຜູ້ກໍ່ເຫດລັກລົດຈັກ ເຄີຍລັກລົດຈັກມາແລ້ວ 28 ຄັ້ງ
- 5 - ຈັບຕົວຜູ້ກໍ່ເຫດລັກລົດຈັກ ເຄີຍລັກລົດຈັກມາແລ້ວ 28 ຄັ້ງ
- 3 - ຈັບຕົວຜູ້ກໍ່ເຫດລັກລົດຈັກ ເຄີຍລັກລົດຈັກມາແລ້ວ 28 ຄັ້ງ