ກິນສົ້ມຫລາຍເກີນໄປ ຈະເປັນອັນຕະລາຍຫຍັງຫລືບໍ່ ?

- 9ec7a31a 6cc2 11e9 8dc4 6cae8b5b2800 - ກິນສົ້ມຫລາຍເກີນໄປ ຈະເປັນອັນຕະລາຍຫຍັງຫລືບໍ່ ?
- kitchen vibe - ກິນສົ້ມຫລາຍເກີນໄປ ຈະເປັນອັນຕະລາຍຫຍັງຫລືບໍ່ ?

 

ເວລາງ່ວງນອນ ຫາກໄດ້ກິນຫຍັງສົ້ມໆກໍຄົງຊ່ວຍກະຕຸ້ນປະສາດສຳຜັດທົ່ວຮ່າງກາຍ ແລະ ຊ່ວຍໃຫ້ເຊົາງ່ວງນອນໄດ້ເປັນຢ່າງດີ, ແຕ່ເມື່ອເຮັດໄປດົນໆກໍຍ່ອມມີຜົນໃຫ້ເກີດເປັນພຶດຕິກຳຕິດອາຫານລົດຊາດສົ້ມໄປໂດຍອັດຕະໂນມັດ ເມື່ອຈະກິນອາຫານຫຍັງຈັກຢ່າງກໍຈຳເປັນຕ້ອງເອີ້ນຫາໝາກນາວ ຫລື ນຳ້ສົ້ມສາຍຊູ ເພື່ອມາຕື່ມຄວາມສົ້ມໃຫ້ແກ່ອາຫານຈານດັ່ງກ່າວໃຫ້ສົມໃຈ ແລ້ວການກິນອາຫານລົດຊາດສົ້ມແບບນີ້ຈະມີຜົນຕໍ່ຮ່າງກາຍຫລາຍໜ້ອຍປານໃດ ປະໂຫຍດ ແລະ ໂທດຂອງມັນແມ່ນຫຍັງ ຕ້ອງມາຫາຄຳຕອບໄປພ້ອມໆກັນເລີຍ.

- Visit Laos Visit SALANA BOUTIQUE HOTEL - ກິນສົ້ມຫລາຍເກີນໄປ ຈະເປັນອັນຕະລາຍຫຍັງຫລືບໍ່ ?
- Visit Laos Visit SALANA BOUTIQUE HOTEL - ກິນສົ້ມຫລາຍເກີນໄປ ຈະເປັນອັນຕະລາຍຫຍັງຫລືບໍ່ ?

ເປັນທີ່ຮູ້ຈັກກັນດີວ່າລີ້ນຂອງຄົນເຮົາສາມາດຮັບລົດຊາດໄດ້ຫລາຍລົດຊາດ ທັງຫວານ, ເຄັມ, ສົ້ມ, ຂົມ, ນົວ ຫລື ເຜັດ ເຊິ່ງການກິນອາຫານລົດຊາດເຂັ້ມຂຸ້ນກໍມີຜົນໃຫ້ສຸຂະພາບມີສິດຖືກທຳລາຍໄດ້ງ່າຍກ່ວາການກິນອາຫານລົດຊາດຈືດ ໂດຍໃຜທີ່ມັກກິນອາຫານລົດຊາດເຂັ້ມຂຸ້ນກໍຍ່ອມສ່ຽງຕໍ່ການເປັນພະຍາດເບົາຫວານ ແລະ ຕຸ້ຍໄດ້ຫລາຍກ່ວາຄົນທົ່ວໄປ. ໃນຂະນະດຽວກັນທີ່ຄົນມັກກິນອາຫານເຄັມໆກໍຈະສ່ຽງຕໍ່ການເປັນພະຍາດໝາກໄຂ່ຫລັງ ແລ້ວຖ້າເປັນຄົນມັກກິນສົ້ມ ຈະມີຜົນຕໍ່ຮ່າງກາຍເທົ່າໆກັບຄົນມັກກິນຫວານ ຫລື ກິນເຄັມຫລືບໍ່. ລົດຊາດສົ້ມຖືເປັນລົດຊາດທີ່ຊ່ວຍເລັ່ງໃຫ້ນຳ້ລາຍແຕກໄດ້ເປັນຢ່າງດີ ບໍ່ວ່າຈະແມ່ນຄວາມສົ້ມຈາກທຳມະຊາດ ທີ່ມີໃນໝາກໄມ້ຊະນິດຕ່າງໆ ເຊັ່ນ : ໝາກມ່ວງ, ໝາກຂາມ, ໝາກຍົມ, ໝາກນາວ ຫລື ອາດເປັນຄວາມສົ້ມທີ່ເກີດຈາກການສັງເຄາະຂຶ້ນທາງເຄມີ ເຊິ່ງຈະມີສ່ວນປະກອບສຳຄັນຄື ກົດຊີຕຣິກ ເຊິ່ງພົບໄດ້ຫລາຍໃນນຳ້ສົ້ມສາຍຊູ ຫລື ນຳ້ໝາກນາວສຳເລັດຮູບ ເຊິ່ງຄວາມແຕກຕ່າງຂອງຄວາມສົ້ມອັນມາຈາກສອງແບບກໍຍ່ອມມີຜົນຕໍ່ຮ່າງກາຍແຕກຕ່າງກັນໄປນຳ. ການປຸງແຕ່ງຄວາມສົ້ມດ້ວຍສານໃຫ້ຄວາມສົ້ມຈາກທຳມະຊາດຍ່ອມມີຄວາມປອດໄພຫລາຍກ່ວາການປຸງແຕ່ງຄວາມສົ້ມດ້ວຍສານສັງເຄາະວິທີການທາງເຄມີ ທັງນີ້ກໍເນື່ອງມາຈາກສິ່ງທີ່ໄດ້ມາຈາກທຳມະຊາດຍ່ອມເຂົ້າກັນໄດ້ກັບຮ່າງກາຍມະນຸດທີ່ມາຈາກທຳມະຊາດຄືກັນ ເຊິ່ງນອກຈາກຈະບໍ່ມີອັນຕະລາຍແລ້ວ ການກິນອາຫານຫລື ໝາກໄມ້ລົດຊາດສົ້ມທີ່ມາຈາກທຳມະຊາດຍັງມີສັບພະຄຸນໃນການປິ່ນປົວພະຍາດໄດ້ ຫາກກິນໃນປະລິມານທີ່ພໍດີພໍງາມ.

ການກິນໝາກນາວ ຄວາມສົ້ມທີ່ອຸດົມໄປດ້ວຍວິຕາມິນ C ສາມາດຊ່ວຍຫລຸດອາການໄອ ຫລື ເຈັບຄໍໄດ້ເປັນຢ່າງດີ ເພາະຊ່ວຍຫລຸດຜ່ອນ ແລະ ປ້ອງກັນອາການຫວັດ. ສ່ວນການກິນໝາກຂາມສົ້ມກໍສາມາດແກ້ທ້ອງບິດ, ໄລ່ລົມໃນລຳໄສ້, ໄລ່ຂີ້ກະເທີ່, ແກ້ໄອ ຫລື ເປັນຢາລະບາຍທ້ອງໄດ້. ສ່ວນໃຜທີ່ມັກກິນໝາກມ່ວງສົ້ມກໍຊ່ວຍແກ້ອາການວິນຫົວປຸ້ນທ້ອງປວດຮາກໄດ້. ນອກຈາກນີ້, ການກິນໝາກໄມ້ ຫລື ອາຫານສົ້ມອື່ນໆກໍຊ່ວຍກະຕຸ້ນການຍ່ອຍອາຫານ, ແກ້ກະຫາຍນຳ້, ກະຕຸ້ນການດູດຊຶມສານອາຫານ, ຟອກເລືອດ ແລະ ຊ່ວຍແກ້ອາການເລືອດອອກຕາມເຟັນແຂ້ວໄດ້.

ແນວໃດກໍຕາມ, ການກິນສານສັງເຄາະຄວາມສົ້ມໃນປະລິມານບໍ່ຫລາຍ ບໍ່ຖືກເປັນອັນຕະລາຍທີ່ຮ້າຍແຮງຕໍ່ຮ່າງກາຍ. ໃນທາງກົງກັນຂ້າມ ຫາກກິນອາຫານສົ້ມໆບໍ່ວ່າຈະມາຈາກທຳມະຊາດ ຫລື ສານສັງເຄາະຫລາຍເກີນໄປ ກໍສາມາດສົ່ງຜົນເສຍແກ່ຮ່າງກາຍໄດ້ບໍ່ຕ່າງກັນ ໂດຍສານສັງເຄາະອາດເຮັດໃຫ້ເຮົາເຫັນຜົນຮ້າຍແຮງ ແລະ ໄວກ່ວາ ເຊັ່ນ : ຄວາມເປັນກົດຈາກອາຫານສົ້ມອາດມີຜົນຕໍ່ການກັດທຳລາຍຜິວເຄືອບແຂ້ວ ເຮັດໃຫ້ແຂ້ວຜ່ອຍງ່າຍຂຶ້ນ, ຄວາມຮູ້ສຶກຈາກການສຳຜັດກັບສິ່ງທີ່ຢູ່ໃນປາກກໍຈະຖືກສົ່ງເຂົ້າໄປຮັບຄວາມຮູ້ສຶກໄດ້ງ່າຍຂຶ້ນ ຄົນທີ່ກິນອາຫານສົ້ມຫລາຍໆ ຈຶ່ງເຮັດໃຫ້ເກີດອາການເຂັດແຂ້ວ ຈົນບາງເທື່ອອາດຮູ້ສຶກເຂັດແຂ້ວຫລາຍຈົນບໍ່ສາມາດກິນອາຫານໄດ້ຢ່າງເປັນສຸກ ທັງຍັງສົ່ງຜົນໃຫ້ມີບັນຫາກ່ຽວກັບສຸຂະພາບທາງຜົ້ງປາກໄດ້ງ່າຍຫລາຍກ່ວາຄົນທົ່ວໄປ. ນອກຈາກນີ້, ການກິນອາຫານທີ່ມີກົດສູງ ໂດຍສະເພາະນຳ້ສົ້ມສາຍຊູ ຍັງມີຜົນຕໍ່ການທຳລາຍກະດູກ ເຊິ່ງຈະເຮັດໃຫ້ກະດູກຜຸຜ່ອຍໄວຂຶ້ນ.

ຈະເຫັນໄດ້ວ່າການກິນສົ້ມອາດສົ່ງຜົນທັງດີ ແລະ ຮ້າຍແກ່ຜູ້ບໍລິໂພກໄດ້ ຂຶ້ນຢູ່ກັບວ່າທ່ານເລືອກທີ່ຈະບໍລິໂພກແບບໃດ ແລະ ປະລິມານເໝາະສົມຕໍ່ຄວາມຕ້ອງການຂອງຮ່າງກາຍຫລືບໍ່, ການຝືນຮັບແຕ່ສິ່ງທີ່ຮ່າງກາຍບໍ່ຕ້ອງການ ຫລື ຫລາຍເກີນຄວາມຕ້ອງການຍ່ອມເປັນການບັ່ນທອນຊີວິດໃຫ້ສັ້ນລົງເລື້ອຍໆໃນທຸກມື້. ດັ່ງນັ້ນ, ຫາກຢາກຕື່ມຄວາມສົ້ມໃຫ້ແກ່ອາຫານ ກໍຄວນເລືອກຊະນິດທີ່ມາຈາກທຳມະຊາດໃຫ້ໄດ້ຫລາຍທີ່ສຸດ ແລະ ຄຳນຶງເຖິງຄວາມປອດໄພຕໍ່ຮ່າງກາຍຫລາຍກ່ວາຄວາມແຊບທີ່ຈະໄດ້ຮັບພຽງຊົ່ວຄາວເທົ່ານັ້ນ.

- 3 - ກິນສົ້ມຫລາຍເກີນໄປ ຈະເປັນອັນຕະລາຍຫຍັງຫລືບໍ່ ?
- 5 - ກິນສົ້ມຫລາຍເກີນໄປ ຈະເປັນອັນຕະລາຍຫຍັງຫລືບໍ່ ?
- 4 - ກິນສົ້ມຫລາຍເກີນໄປ ຈະເປັນອັນຕະລາຍຫຍັງຫລືບໍ່ ?