ກິນເປັດ-ໄກ່ເຮັດໃຫ້ເປັນປະດົງແທ້ຫລືບໍ່ ?

-                                                                                         - ກິນເປັດ-ໄກ່ເຮັດໃຫ້ເປັນປະດົງແທ້ຫລືບໍ່ ?
- kitchen vibe - ກິນເປັດ-ໄກ່ເຮັດໃຫ້ເປັນປະດົງແທ້ຫລືບໍ່ ?

   

ເປັນຄວາມເຊື່ອທີ່ບອກກິນມາປາກຕໍ່ປາກ ວ່າກິນເປັດ-ກິນໄກ່ຫລາຍໆຈະເຮັດໃຫ້ເປັນປະດົງຂໍ້ ເຊິ່ງເປັນເລື່ອງສຸຂະພາບໃກ້ໂຕທີ່ຕ້ອງຮຽນຮູ້ ດັ່ງນີ້ :

- Visit Laos Visit SALANA BOUTIQUE HOTEL - ກິນເປັດ-ໄກ່ເຮັດໃຫ້ເປັນປະດົງແທ້ຫລືບໍ່ ?
- Visit Laos Visit SALANA BOUTIQUE HOTEL - ກິນເປັດ-ໄກ່ເຮັດໃຫ້ເປັນປະດົງແທ້ຫລືບໍ່ ?

    ພະຍາດປະດົງຂໍ້ ເກີດຈາກການສະສົມຂອງກົດຢູຣິກໃນເລືອດ ແລະ ຕົກຕະກອນເປັນຮູບເຂັມຢູ່ຕາມຂໍ້ ເຮັດໃຫ້ເກີດການອັກເສບ ປວດບວມແດງຮ້ອນຢ່າງກະທັນຫັນ ເຊິ່ງລະດັບຂອງກົດຢູຣິກໃນເລືອດສູງຈະບົ່ງບອກເຖິງປັດໄຈສ່ຽງຂອງການເປັນພະຍາດປະດົງ, ຄວາມດັນເລືອດສູງ, ເສັ້ນເລືອດເສື່ອມສະພາບ, ໜິ້ວໝາກໄຂ່ຫລັງ ຫລື ໄຕວາຍ ການຮັບຮູ້ລະດັບຂອງຢູຣິກໃນເລືອດ ຈຶ່ງມີຄວາມສຳຄັນຢ່າງຍິ່ງຕໍ່ການບົ່ງມະຕິພະຍາດຫລາຍໆຊະນິດ. ຂໍ້ນິ້ວຫົວໂປ້ຕີນຕຳແໜ່ງທີ່ອັກເສບຫລາຍທີ່ສຸດ ເມື່ອລະດັບຂອງກົດຢູຣິກສູງກ່ວາ 6,8 ມິນລີກຣາມ/ເດຊີລິດ ກໍຈະມີໂອກາດຕົກຕະກອນເປັນຮູບເຂັມ ຫາກເກີດຂຶ້ນຕາມຂໍ້ກໍຈະເຮັດໃຫ້ເກີດການອັກເສບ, ປວດແສບຮ້ອນ ໂດຍຕຳແໜ່ງທີ່ພົບຫລາຍແມ່ນຂໍ້ນິ້ວຫົວໂປ້ຕີນ ໃນຄົນທີ່ເປັນປະດົງຊຳ້ເຮື້ອອາດພົບອາການອັກເສບໄດ້ຫລາຍຂໍ້ ບາງຄົນອາດມີກ້ອນຂອງກົດຢູຣິກສະສົມຢູ່ຕາມຂໍ້ເຫລົ່ານີ້ ເປັນຕຸ່ມນູນ ເຊິ່ງບາງທີກໍແຕກອອກມາເປັນບາດແຜຊຳ້ເຮື້ອ ທັງນີ້ຄົນປ່ວຍສ່ວນຫລາຍເປັນຜູ້ຊາຍ ຈະໃຫ້ປະຫວັດວ່າໄປກິນລ້ຽງກັບໝູ່ ມີການກິນຊີ້ນສັດ ແລະດື່ມເຫລົ້າ ເມື່ອຮອດກາງຄືນກໍສັງເກດວ່າຫົວໂປ້ຕີນບວມແດງ ແລະ ເຈັບ ໄປໂຮງໝໍກວດໂດຍການເຈາະເລືອດກໍພົບວ່າເປັນປະດົງ ແລະ ຫລັງຈາກກິນຢາອາການກໍດີຂຶ້ນ.

  • ເປັດ-ໄກ່ ກັບພະຍາດປະດົງ : ຄົນສ່ວນຫລາຍມັກເຂົ້າໃຈວ່າພະຍາດປະດົງເກີດຈາກການກິນເປັດກິນໄກ່ ຫລື ແມ່ນແຕ່ການກິນຍອດຜັກ ເຊິ່ງຄວາມຈິງແລ້ວອາຫານທີ່ເຮົາກິນເຂົ້າໄປ ເປັນພຽງອີກໜຶ່ງປັດໄຈທີ່ອາດໄປຊ່ວຍກະຕຸ້ນໃຫ້ເກີດພະຍາດໄດ້, ແຕ່ກໍບໍ່ແມ່ນທັງໝົດ ເພາະອາຫານຈຳພວກເປັດ ຫລື ໄກ່ ເຮັດໃຫ້ລະດັບຢູຣິກສູງຂຶ້ນໄດ້ບໍ່ເກີນ 1 ມິນລີກຣາມ/ເດຊີລິດ ຈຶ່ງເປັນເຫດຜົນວ່າເປັນຫຍັງເຖິງວ່າຈະເຊົາກິນເປັດກິນໄກ່ແລ້ວ ແຕ່ອາການຂອງປະດົງກໍຍັງບໍ່ເຊົາຈັກເທື່ອ ທັງນີ້ກໍບໍ່ແມ່ນວ່າຄົນທີ່ເປັນພະຍາດປະດົງຈະກິນເປັດກິນໄກ່ໄດ້ຢ່າງສະບາຍໃຈ ເພາະຫາກທ່ານເປັນຄົນທີ່ມີໂອກາດທີ່ຈະເປັນພະຍາດປະດົງຢູ່ແລ້ວ ມີລະດັບຂອງຢູຣິກສູງຢູ່ແລ້ວ ການກິນເປັດກິນໄກ່ກໍອາດໄປກະຕຸ້ນໃຫ້ເກີດອາການໄດ້ຄືກັນ. ສ່ວນເລື່ອງຂອງການກິນຍອດຜັກນັ້ນກໍບໍ່ໄດ້ເຮັດໃຫ້ລະດັບຢູຣິກສູງຂຶ້ນແຕ່ຢ່າງໃດ ນັ້ນຈຶ່ງບໍ່ແມ່ນສາເຫດສຳຄັນຂອງພະຍາດປະດົງ.
  • ດື່ມເຫລົ້າ – ເບຍ ກັບພະຍາດປະດົງ : ເຫລົ້າເປັນສາເຫດສຳຄັນຂອງສະພາບກົດຢູຣິກໃນເລືອດສູງ ແລະ ພະຍາດປະດົງ ຫລັງຈາກກິນເຫລົ້າຈະມີອາການປວດບວມຢູ່ຫົວໂປ້ຕີນຢ່າງຮຸນແຮງ ເຊິ່ງອາການນີ້ເກີດຂຶ້ນຍ້ອນເຫລົ້າເຮັດໃຫ້ກົດຢູຣິກໃນເລືອດສູງຂຶ້ນ ແລະ ຍັງເຮັດໃຫ້ເລືອດເປັນກົດ ສົ່ງຜົນໃຫ້ກົດຢູຣິກຕົກຕະກອນພາຍໃນຂໍ້ ແລະ ກະຕຸ້ນໃຫ້ເກີດການອັກເສບຢ່າງຮຸນແຮງ. ໃນຂະນະທີ່ຊະນິດຂອງເຫລົ່າທີ່ດື່ມຈະມີຜົນຕໍ່ລະດັບຢູຣູກບໍ່ເທົ່າກັນ ເບຍຈະເຮັດໃຫ້ລະດັບຢູຣິກສູງຂຶ້ນຫລາຍກ່ວາວິສກີ້. ສ່ວນເຫລົ້າແວັງເຮັດໃຫ້ລະດັບກົດຢູຣິກສູງຂຶ້ນບໍ່ຫລາຍ ດັ່ງນັ້ນ ສຳລັບຄົນທີ່ເປັນພະຍາດປະດົງ ຖ້າຢຸດເຫລົ່າໄດ້ຈະດີກ່ວາ, ແຕ່ຖ້າຈະຕ້ອງດື່ມເພື່ອເຂົ້າສັງຄົມ ກໍແນະນຳໃຫ້ເລືອກດື່ມເຫລົ້າແວັງ ແລະ ຄວນຫລີກເວັ້ນການດື່ມເບຍໃຫ້ໄດ້ຫລາຍທີ່ສຸດ.
  • ນຳ້ຕານກັບພະຍາດປະດົງ : ໜ້ອຍຄົນທີ່ຈະຮູ້ວ່າການກິນນຳ້ຕານໝາກໄມ້ ທີ່ເອີ້ນວ່າ ນຳ້ຕານຟຣຸກໂຕສ ເກີນກ່ວາ 50 ກຣາມຕໍ່ມື້ ກໍສາມາດເຮັດໃຫ້ເກີດສະພາບຢູຣິກໃນເລືອດສູງ ແລະ ຕາມມາໂດຍການເປັນພະຍາດປະດົງໄດ້ຄືກັນ ແລະ ແຫ່ລງຂອງນຳ້ຕານຟຣຸກໂຕສທີ່ໜ້າກັງວົນກໍແມ່ນມາຈາກນຳ້ໝາກໄມ້ກ່ອງ ແລະ ນຳ້ອັດລົມ. ຜົນການວິໄຈພົບວ່າການດື່ມນຳ້ອັດລົມ ຫລື ນຳ້ໝາກໄມ້ກ່ອງ ເກີນມື້ລະ 1 ຈອກ ເປັນປະຈຳ ກໍສາມາດສົ່ງຜົນໃຫ້ລະດັບຂອງຢູຣິກສູງເຖິງຂັ້ນເປັນພະຍາດປະດົງໄດ້ແລ້ວ.
  • ປ້ອງກັນ ແລະ ປິ່ນປົວອາການຢູຣິກສູງ : ການປີ່ນປົວປະດົງໃນໄລຍະທຳອິດແມ່ນການໃຫ້ຢາຫລຸດການອັກເສບແກ້ປວດ ແລະ ເມື່ອອາການປວດຫລຸດຜ່ອນລົງກໍຈະມີການສັ່ງຢາຫລຸດການສ້າງກົດຢູຣິກ ເພື່ອຄວບຄຸມລະດັບຂອງຢູຣິກໃຫ້ຢູ່ໃນລະດັບປົກກະຕິ. ບັນຫາທີ່ພົບຫລາຍກໍຄື ຄົນປ່ວຍປັດຈຸບັນເຂົ້າໃຈວ່າເວລາປວດຂໍ້ກໍກິນຢາແກ້ປວດ ເວລາບໍ່ປວດຂໍ້ກໍບໍ່ຕ້ອງກິນຢາຫຍັງ ໂດຍບໍ່ສົນໃຈກວດເບິ່ງລະດັບຂອງຢູຣິກໃນເລືອດ ໂດຍບໍ່ໄດ້ຄຳນຶງວ່າການທີ່ລະດັບຢູຣິກໃນເລືອດສູງຢູ່ເປັນເວລາດົນ ຈະເປັນພິດຕໍ່ຫລອດເລືອດ ແລະ ໝາກໄຂ່ຫລັງ ກ່ວາຈະຮູ້ໂຕກໍຈົບລົງໂດຍຄວາມດັນເລືອດສູງ ຫລື ໄຕວາຍໄປແລ້ວ ດັ່ງນັ້ນ ຈຶ່ງຢາກຈະຝາກບອກຄົນທີ່ເປັນປະດົງວ່າ ຄວນໄປໂຮງໝໍເພື່ອໃຊ້ຢາຫລຸດລະດັບຢູຣິກຢ່າງຕໍ່ເນື່ອງ.
  • ຢູຣິກ ປັດໄຈສ່ຽງສາລະພັດພະຍາດຮ້າຍ : ສະພາບກົດຢູຣິກສູງ ບໍ່ພຽງແຕ່ເປັນປັດໄຈສ່ຽງຂອງການເປັນພະຍາດປະດົງ, ແຕ່ຍັງເປັນປັດໄຈສ່ຽງຂອງຫລາຍພະຍາດ ເຊັ່ນ : ຄວາມດັນສູງ, ໜິ້ວໝາກໄຂ່ຫລັງ, ເບົາຫວານ ລວມທັງໄຕວາຍຊຳ້ເຮື້ອ ການກວດເລືອດເບິ່ງລະດັບຢູຣິກໃນເລືອດ ມັກບໍ່ມີໃນການກວດໂປຣແກຣມສຸຂະພາບທົ່ວໆໄປ ຈຶ່ງຢາກແນະນຳໃຫ້ເຈາະກວດນຳ ເພາະມີຄວາມສຳຄັນຫລາຍ ໂດຍສະເພາະຢ່າງຍິ່ງໃນຜູ້ຊາຍ ເນື່ອງຈາກຜູ້ຊາຍມີລະດັບຢູຣິກໃນເລືອດສູງກ່ວາແມ່ຍິງ ເພາະຮໍໂມນເພດຍິງຈະເພີ່ມການກຳຈັດຢູ່ຣິກອອກທາງໝາກໄຂ່ຫລັງ ພະຍາດປະດົງຈຶ່ງເປັນພະຍາດທີ່ພົບໃນຜູ້ຊາຍຫລາຍກ່ວາ. ສ່ວນແມ່ຍິງທີ່ເຂົ້າສູ່ໄວໝົດປະຈຳເດືອນ ຫລື ໄວທອງ ແລະ ບໍ່ໄດ້ໃຊ້ຮໍໂມນເສີມ ກໍຈະສາມາດເປັນພະຍາດປະດົງໄດ້ຄືກັນ. ສຳລັບໃຜທີ່ເຄີຍໄປຮັບການເຈາະເລືອດກວດສຸຂະພາບ ແລະ ໄດ້ຮັບການບອກວ່າມີກົດຢູຣິກໃນເລືອດສູງ ສ່ວນຫລາຍແພດກໍຈະບອກວ່າ ກົດຢູຣິກສູງ ຢ່າກິນເປັດກິນໄກ່ຫລາຍເດີ້ ມັນຈະເປັນປະດົງ ກໍຈົ່ງຢ່າໄດ້ຖືເບົາວ່າເປັນເລື່ອງເລັກນ້ອຍ ຄວນເລີ່ມຄຸມອາຫານ, ຫລຸດແປ້ງ, ອອກກຳລັງກາຍ, ຫລຸດນຳ້ໜັກໂຕ, ເຊົາດື່ມເຫລົ້າ ຫລື ເລືອກດື່ມເຫລົ້າແວັງແທນເບຍ ແລະ ຢ່າລືມວ່ານຳ້ອັດລົມ ແລະ ນຳ້ໝາກໄມ້ກ່ອງ ເຮັດໃຫ້ກົດຢູຣິກສູງໄດ້.
  • ຂໍຍຳ້ວ່າ ຢູຣິກສູງ ແລະ ປະດົງບໍ່ແມ່ນເລື່ອງນ້ອຍ ຢ່າປ່ອຍໄວ້ດົນ ເພາະເຂົ້າໃຈວ່າເປັນພຽງພະຍາດຂໍ້ ລໍຖ້າໃຫ້ເກີດແລ້ວກິນຢາເປັນໄລຍະໆ ອາດຈະຈົບລົງໂດຍອາການໄຕວາຍ ຫລື ເສັ້ນເລືອດເສື່ອມສະພາບໄດ້.
- 3 - ກິນເປັດ-ໄກ່ເຮັດໃຫ້ເປັນປະດົງແທ້ຫລືບໍ່ ?
- 4 - ກິນເປັດ-ໄກ່ເຮັດໃຫ້ເປັນປະດົງແທ້ຫລືບໍ່ ?
- 5 - ກິນເປັດ-ໄກ່ເຮັດໃຫ້ເປັນປະດົງແທ້ຫລືບໍ່ ?