ໂຈ ໂກເມສ ຂະຫຍາຍສັນຍາກັບ ລີເວີພູລ ເຖິງປີ 2027

ໂຈ ໂກເມສ ຂະຫຍາຍສັນຍາກັບ ລີເວີພູລ ເຖິງປີ 2027 -                        - ໂຈ ໂກເມສ ຂະຫຍາຍສັນຍາກັບ ລີເວີພູລ ເຖິງປີ 2027
ໂຈ ໂກເມສ ຂະຫຍາຍສັນຍາກັບ ລີເວີພູລ ເຖິງປີ 2027 - kitchen vibe - ໂຈ ໂກເມສ ຂະຫຍາຍສັນຍາກັບ ລີເວີພູລ ເຖິງປີ 2027

ໂຈ ໂກເມສ ຂະຫຍາຍສັນຍາກັບ ລີເວີພູລ ເຖິງປີ 2027 -                        - ໂຈ ໂກເມສ ຂະຫຍາຍສັນຍາກັບ ລີເວີພູລ ເຖິງປີ 2027

ລີເວີພູລ ປະກາດຂະຫຍາຍສັນຍາກັບ ໂຈ ໂກເມສ ກອງຫລັງທີມຊາດອັງກິດອອກໄປອີກຈົນເຖິງປີ 2027 ຢ່າງເປັນທາງການ.

ໂຈ ໂກເມສ ຂະຫຍາຍສັນຍາກັບ ລີເວີພູລ ເຖິງປີ 2027 - Visit Laos Visit SALANA BOUTIQUE HOTEL - ໂຈ ໂກເມສ ຂະຫຍາຍສັນຍາກັບ ລີເວີພູລ ເຖິງປີ 2027
ໂຈ ໂກເມສ ຂະຫຍາຍສັນຍາກັບ ລີເວີພູລ ເຖິງປີ 2027 - Visit Laos Visit SALANA BOUTIQUE HOTEL - ໂຈ ໂກເມສ ຂະຫຍາຍສັນຍາກັບ ລີເວີພູລ ເຖິງປີ 2027

ສຳລັບ ໂຈ ໂກເມສ ຍ້າຍຈາກ ຊາລຕັນ ມາຢູ່ກັນ ລີເວີພູລ ຕັ້ງແຕ່ປີ 2015 ເຊິ່ງລາວລົງສະຫນາມໃຫ້ກັບ ລີເວີພູລ ໄປທັງຫມົດ 142 ນັດທຸກລາຍການ ພ້ອມຄວ້າແຊ໊ມກັບສະໂມສອນຫລາຍຂັນ ທັງພຣີເມຍລີກ ອັງກິດ, ຢູຟາ ແຊ໊ມປຽນ ລີກ, ເອຟເອ ຄັບ ແລະ ຟີຟາ ຄລັບ ເວີນ ຄັບ ເປັນຕົ້ນ.

ໂດຍກ່ອນຫນ້ານີ້ມີລາຍງານວ່າ ລີເວີພູລ ຕ້ອງການຂະຫຍາຍສັນຍາກັບ ໂກເມສ ທີ່ຈະສິ້ນສຸດໃນປີ 2024 ອອກໄປ ເຖິງຫລາຍ ສະໂມສອນ ເຊັ່ນ : ແອສຕັນ ວິລລາ ຕ້ອງການດຶງຕົວລາວໄປເສີມທີມ.

ຈົນຫລ້າສຸດເມື່ອວັນທີ 7 ກໍລະກົດ ລີເວີພູລ ຖະແຫລງຜ່ານເວັບໄຊສະໂມສອນໃນການຕໍ່ສັນຍາໄລຍະຍາວກັບ ໂກເມສ ອອກໄປວ່າເຖິງປີໃດ ແຕ່ສື່ຕ່າງໆລາຍງານວ່າເປັນການຕໍ່ໄປອີກ 5 ປີ ຫລື ປີ 2027.

‘‘ ສະໂມສອນແຫ່ງນີ້ເປັນສະຖານທີ່ເຊິ່ງບໍ່ຫນ້າເຊື່ອ ໃນສາຍຕາຂອງຂ້ອຍ ອາດເປັນຫນຶ່ງໃນສະໂມສອນທີ່ດີທີ່ສຸດໃນໂລກໃນເວລານີ້ ດັ່ງນັ້ນການທີ່ຂະຫາຍສັນຍາຢູ່ນີ້ ເປັນການຕັດສິນໃຈທີ່ງ່າຍແທ້ ’’ ດາວເຕະອາຍຸ 25 ປີລະບຸ.

ໂຈ ໂກເມສ ຂະຫຍາຍສັນຍາກັບ ລີເວີພູລ ເຖິງປີ 2027 - 5 - ໂຈ ໂກເມສ ຂະຫຍາຍສັນຍາກັບ ລີເວີພູລ ເຖິງປີ 2027
ໂຈ ໂກເມສ ຂະຫຍາຍສັນຍາກັບ ລີເວີພູລ ເຖິງປີ 2027 - 3 - ໂຈ ໂກເມສ ຂະຫຍາຍສັນຍາກັບ ລີເວີພູລ ເຖິງປີ 2027
ໂຈ ໂກເມສ ຂະຫຍາຍສັນຍາກັບ ລີເວີພູລ ເຖິງປີ 2027 - 4 - ໂຈ ໂກເມສ ຂະຫຍາຍສັນຍາກັບ ລີເວີພູລ ເຖິງປີ 2027